ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫລີເໜືອ ຍິງທົດລອງ ລູກສອນໄຟຄຣູສໄລຍະໄກ ແນໃສ່ເພື່ອຫຼົບຫຼີກ ລະບົບປ້ອງກັນລູກສອນໄຟເພື່ອນບ້ານ


ສະຖາບັນວິທະຍາສາດປ້ອງກັນປະເທດແຫ່ງຊາດ ໄດ້ທຳການທົດລອງລູກຄຣູສ ໄລຍະໄກ ດັ່ງທີ່ເຫັນໃນຮູບທັງສອງ ຊຶ່ງບໍ່ໄດ້ລະບຸວັນເວລາ ທີ່ສະໜອງໂດ ຍອົງການຂ່າວສູນກາງ ຫຼື KCNA ຂອງທາງການເກົາຫຼີເໜືອ ເມື່ອວັນທີ 13 ກັນຍາ 2021.
ສະຖາບັນວິທະຍາສາດປ້ອງກັນປະເທດແຫ່ງຊາດ ໄດ້ທຳການທົດລອງລູກຄຣູສ ໄລຍະໄກ ດັ່ງທີ່ເຫັນໃນຮູບທັງສອງ ຊຶ່ງບໍ່ໄດ້ລະບຸວັນເວລາ ທີ່ສະໜອງໂດ ຍອົງການຂ່າວສູນກາງ ຫຼື KCNA ຂອງທາງການເກົາຫຼີເໜືອ ເມື່ອວັນທີ 13 ກັນຍາ 2021.

ເກົາຫຼີເໜືອ ໄດ້ທຳການຍິງທົດລອງລູກສອນໄຟເທື່ອທຳອິດ ໃນຮອບປະມານ 6 ເດືອນ. ການຍິງທົດລອງລູກສອນໄຟນຳວິຖີ ທີ່ບິນໄດ້ໃນໄລຍະຕ່ຳ ຫຼືທີ່ເອີ້ນວ່າ ລູກສອນໄຟ cruise ນັ້ນ ອາດເປັນຊ່ອງທາງນຶ່ງ ທີ່ເຮັດໃຫ້ພຽງຢາງສາມາດຫຼົບຫຼີກ ລະບົບປ້ອງກັນລູກສອນໄຟ ຂອງບັນດາປະເທດເພື່ອນບ້ານ ອີງຕາມຄຳເວົ້າຂອງພວກນັກວິເຄາະ.

“ລູກສອນໄຟ cruise ໄລຍະໄກທີ່ຫາກໍພັດທະນາໃໝ່ໆນີ້” ບິນໄດ້ 1,500 ກິໂລແມັດ ຂ້າມດິນແດນຂອງເກົາເໜືອ ກ່ອນຈະຕົກໃສ່ເປົ້າໝາຍດ້ວຍຄວາມສຳເລັດຜົນ ອີງຕາມລາຍງານຂອງສື່ມວນຊົນເກົາຫຼີເໜືອໃນວັນຈັນມື້ນີ້.

ລາຍງານບໍ່ໄດ້ແຈ້ງໃຫ້ຊາບວ່າ ມີລູກສອນໄຟຈັກລູກ ຖືກຍິງທົດລອງ ແຕ່ກໍເວົ້າວ່າການທົດລອງ ໄດ້ມີຂຶ້ນໃນວັນເສົາທີ່ຜ່ານມາ ແລະວັນອາທິດວານນີ້.

ຮູບພາບທີ່ນຳອອກເຜີິຍແຜ່ ໂດຍອົງການຂ່າວຂອງທາງການເກົາຫຼີເໜືອສະແດງໃຫ້ເຫັນວ່າ ມີການຍິງທົດລອງລູກສອນໄຟ cruise ລູກນຶ່ງ ທີ່ຖືກຍິງສົ່ງດ້ວຍລະບົບລູກສອນໄຟຕິດກັນຫ້າລູກ ຈາກລົດບັນທຸກທີ່ປາກົດວ່າ ຈອດຢູ່ເທິງທາງຫຼວງສາຍນຶ່ງ.

ພວກນັກວິເຄາະຫຼາຍຄົນກ່າວວ່າ ລູກສອນໄຟດັ່ງກ່າວເບິ່ງແລ້ວຄ້າຍຄືລູກສອນໄຟ Tomahawk ຂອງສະຫະລັດ ຊຶ່ງເປັນລູກສອນໄຟ cruise ທີ່ສາມາດບັນທຸກອາວຸດນິວເຄລຍ ແລະມີລັດສະໝີການບິນໄດ້ປະມານ 1,600 ກິໂລແມັດ.

ລະບົບລູກສອນໄຟ cruise ດັ່ງກ່າວ ເບິ່ງແລ້ວແມ່ນເປັນການທ້າທາຍໜ້ອຍກວ່າການຍິງທົດ ລອງ ລູກສອນໄຟໄລຍະໄກ ຫຼືລູກສອນໄຟຂີປະນາວຸດ ຂ້າມທະວີບຊຶ່ງອາດຈະພົວພັນກັບເທັກໂນໂລຈີ ທີ່ຈະແນເປົ້າໝາຍໃສ່ແຜ່ນດິນໃຫຍ່ຂອງສະຫະລັດ.

ແຕ່ແນວໃດກໍຕາມ ການຍິງທົດລອງໃນເທື່ອນີ້ ກໍຈະເປັນການທົດສອບຕໍ່ປະທານາທິບໍດີໂຈ ໄບເດັນ ຂອງສະຫະລັດ ຜູ້ທີ່ກ່າວວ່າ ທ່ານແມ່ນເປີດກວ້າງສຳລັບການກົດດັນທາງດ້ານການທູດ ແລະທາງດ້ານເສດຖະກິດຕໍ່ເກົາຫຼີເໜືອ.

ເຈົ້າໜ້າທີ່ສະຫະລັດ ແລະເກົາຫຼີໃຕ້ ຜູ້ຊຶ່ງຕາມປົກກະຕິແລ້ວ ໄດ້ຕິດຕາມແລະລາຍງານໃຫ້ຊາບ ກ່ຽວກັບການທົດລອງ ລູກສອນໄຟຂອງເກົາຫຼີເໜືອ ບໍ່ດົນຫຼັງຈາກທີ່ມັນໄດ້ເກີດຂຶ້ນນັ້ນ ບໍ່ໄດ້ພິມເຜີຍແຜ່ລາຍງານຂອງຕົນ ຈົນເທົ່າຫຼັງຈາກສື່ມວນຊົນຂອງເກົາຫຼີເໜືອໄດ້ປະກາດກ່ຽວກັບເລື້ອງນີ້.

ໃນຖະແຫຼງການນັ້ນ ເຈົ້າໜ້າທີ່ທະຫານຂອງສະຫະລັດ ກ່າວວ່າ ຕົນຮູ້ເລື້ອງດີກ່ຽວກັບລາຍງານ ການຍິງທົດລອງດັ່ງກ່າວ ແລະກໍຕິດຕາມເບິ່ງສະຖານະການແລະປຶກສາຫາລືຢ່າງໃກ້ຊິດ ກັບພັນທະມິດ ແລະພາຄີຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG