ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປະເທດ BRICS ກ່າວວ່າ ດິນແດນອັຟການິສຖານ ບໍ່ຄວນຖືກໃຊ້ ໂດຍພວກກໍ່ການຮ້າຍ


ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອງກຸ່ມປະເທດ BRICS ທາງອອນລາຍ ທີ່ນະຄອນຫຼວງມົສກູ ເມື່ອວັນທີ 9 ກັນຍາ 2021.
ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອງກຸ່ມປະເທດ BRICS ທາງອອນລາຍ ທີ່ນະຄອນຫຼວງມົສກູ ເມື່ອວັນທີ 9 ກັນຍາ 2021.

ພວກຜູ້ນຳຂອງກຸ່ມປະເທດ BRICS ເປີດກອງປະຊຸມສຸດຍອດທາງອອນລາຍນ໌ ເພື່ອປຶກສາຫາລື ກ່ຽວກັບອັຟການິສຖານ ໂດຍທີ່ປະເທດເຂົ້າຮ່ວມ ໄດ້ເນັ້ນເຖິງຄວາມສຳຄັນ ໃນການປ້ອງກັນບໍ່ໃຫ້ພວກກໍ່ການຮ້າຍ ນຳໃຊ້ດິນແດນອັຟການິສຖານ ເປັນບ່ອນໂຈມຕີປະເທດອື່ນໆ.

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ຊຶ່ງເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຂອງ 5 ປະເທດ ທີ່ປະກອບດ້ວຍບຣາຊີລ ຣັດເຊຍ ອິນເດຍ ຈີນ ແລະອາຟຣິກາໃຕ້. ການເຈລະຈາຫາລືດັ່ງກ່າວ ມີຂຶ້ນບໍ່ເທົ່າໃດອາທິດ ຫຼັງຈາກກຸ່ມຕາລີບານ ເຂົ້າຄວບຄຸມອັຟການິສຖານ ຊຶ່ງພາໃຫ້ມີການປ່ຽນແປງ ທາງດ້ານພູມີສາດການເມືອງຢູ່ໃນເຂດເອເຊຍ.

ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ພ້ອມກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ປະທານາທິບໍດີອາຟຣິກາໃຕ້ ທ່ານເຊຣິລ ຣາມາໂພຊາ ແລະປະທານາທິບໍດີບຣາຊີລ ທ່ານຈາແອ ໂບລໂຊນາໂຣ ໄດ້ເຂົ້າຮ່ວມການພົບປະສຸດຍອດກັບທ່ານໂມດີ.

ໃນຄຳປາໄສເປີດກອງປະຊຸມສຸດຍອດນັ້ນ ປະທານາທິບໍປູຕິນກ່າວວ່າ ການຖອນທະຫານສະ ຫະລັດແລະພັນທະມິດອອກຈາກອັຟການິສຖານ “ນຳໄປສູ່ວິກິດການ ໃໝ່” ແລະ “ປະຊາຄົມນາໆຊາດທັງມວນຈະຕ້ອງໄດ້ແກ້ໄຂຄວາມຫຍຸ້ງຍາກອັນເປັນຜົນທີ່ເກີດຂຶ້ນມານັ້ນ.”

ທ່ານເວົ້າວ່າ ສະຖານະການ ແມ່ນເກີດມາຈາກ “ຄວາມພະຍາຍາມ ແບບບໍ່ມີຄວາມຮັບຜິດຊອບທີ່ຈະບັງຄັບໃຫ້ນຳໃຊ້ຫຼັກຄຸນຄ່າຈາກພາຍນອກ ແລະຄວາມຕັ້ງໃຈທີ່ຈະສ້າງໃນອັນທີ່ເອີ້ນວ່າ ປະຊາທິປະໄຕ” ໂດຍບໍ່ໄດ້ພິຈາລະນາ ເຖິງຄວາມຈິງທາງດ້ານປະຫວັດສາດ ແລະຂະນົບທຳ ນຽມ ຈຶ່ງຍັງຜົນໃຫ້ເກີດ “ການບໍ່ມີສະຖຽນລະພາບແລະຄວາມວຸ້ນວາຍ.”

ເພື່ອເປັນການສະຫຼຸບ ກອງປະຊຸມສຸດຍອດ ໃນຄັ້ງນີ້ ກຸ່ມປະເທດ BRICS ໄດ້ຮຽກຮ້ອງໃຫ້ “ຫຼີກເວັ້ນຈາກການໃຊ້ຄວາມຮຸນແຮງ ແລະ ແກ້ໄຂສະຖານະການໂດຍສັນຕິວິທີ ເພື່ອຄ້ຳປະກັນການມີສະຖຽນລະພາບຢູ່ໃນປະເທດ.”

ອັຟການິສຖານ ແມ່ນຢູ່ໃນຄວາມເປັນຫ່ວງ ຂອງ 3 ປະເທດ ໃນກຸ່ມດັ່ງກ່າວ ປະກອບດ້ວຍຣັດເຊຍ ອິນເດຍ ແລະຈີນ.

ທ່ານປູຕິນກ່າວວ່າ ອັຟການິສຖານບໍ່ຄວນຈະກາຍເປັນໄພຂົ່ມຂູ່ຕໍ່ບັນດາປະເທດເພື່ອນບ້ານ ຫຼືແຫຼ່ງທີ່ມາຂອງການກໍ່ການຮ້າຍ ແລະການຄ້າຢາເສບຕິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG