ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ອະນຸຍາດໃຫ້ຖ້ຽວບິນ ທີ່ມີຊາວອາເມຣິກັນ ແລະປະເທດຕາເວັນຕົກອື່ນໆ ເດີນທາງຈາກນະຄອນກາບູລແລ້ວ


ສາຍການບິນກາຕ້າ ທີ່ບັນທຸກຊາວຕ່າງປະເທດ ບິນຂຶ້ນຈາກນະຄອນຫຼວງກາບູລ ໃນວັນທີ 9 ກັນຍາ 2021.
ສາຍການບິນກາຕ້າ ທີ່ບັນທຸກຊາວຕ່າງປະເທດ ບິນຂຶ້ນຈາກນະຄອນຫຼວງກາບູລ ໃນວັນທີ 9 ກັນຍາ 2021.

ເຈົ້າໜ້າທີ່ຂອງກຸ່ມຕາລີບານໃນອັຟການິສຖານໄດ້ອະນຸຍາດໃຫ້ຖ້ຽວບິນຮັບເໝົາຈາກປະເທດກາຕ້າ ເດີນທາງອອກຈາກສະໜາມບິນກາບູລ ໃນວັນພະຫັດວານນີ້ ເພື່ອເດີນທາງໄປນະຄອນໂດຮາ ຊຶ່ງເປັນຖ້ຽວບິນຍົກຍ້າຍຜູ້ຄົນຖ້ຽວທຳອິດ ທີ່ໄດ້ອອກເດີນທາງ ນັບແຕ່ສະຫະລັດໄດ້ສິ້ນສຸດ ການປະຕິບັດງານທາງທະຫານ ຢູ່ໃນອັຟການິສຖານ ເມື່ອວັນທີ 31 ສິງຫາທີ່ຜ່ານມາ.

ໂຄສົກ ຂອງສະພາຄວາມໝັ້ນຄົງແຫ່ງຊາດ ທ່ານນາງເອມີລີ ຮອນ ກ່າວຢູ່ໃນຖະແຫຼງການວ່າ “ມື້ນີ້ ລັດຖະບານສະຫະລັດໄດ້ຊ່ວຍອຳນວຍຄວາມສະດວກໃນການເດີນທາງຂອງພົນລະເມືອງອາເມຣິກັນ ແລະພວກທີ່ມີສິດຢູ່ໃນສະຫະລັດໄດ້ຢ່າງຖືກຕ້ອງຕາມກົດໝາຍ ໂດຍຖ້ຽວບິນຮັບເໝົາ ຂອງສາຍການບິນກາຕ້າຈາກສະໜາມບິນສາກົົນຮາມິດ ກາຊາຍ. ພວກເຮົາສາມາດໃຫ້ການຢືນຢັນໄດ້ວ່າຖ້ຽວບິນດັ່ງກ່າວ ໄດ້ລົງຈອດດ້ວຍຄວາມປອດໄພ ທີ່ປະເທດກາຕ້າແລ້ວ.”

“ກຸ່ມຕາລີບານໄດ້ໃຫ້ຄວາມຮ່ວມມື ໃນການອຳນວຍຄວາມສະດວກ ເພື່ອໃຫ້ພົນລະເມືອງອາເມຣິກັນ ແລະຜູ້ທີ່ມີສິດຢູ່ຢ່າງຖາວອນໃນສະຫະລັດໄດ້ຢ່າງຖືກຕ້ອງຕາມກົດໝາຍ ໂດຍຖ້ຽວບິນ ຈາກສະໜາມບິນສາກົນ ຮາມິດ ກາຊາຍ (HKIA.) ພວກເຂົາເຈົ້າ ໄດ້ສະແດງໃຫ້ເຫັນ ເຖິງການໃຫ້ຄວາມໂຍະຍານຜ່ອນຜັນ ແລະເຂົາເຈົ້າເຮັດແບບທຸລະກິດ ແລະມືອາຊີບ ໃນການຕິດຕໍ່ຂອງພວກເຮົາ ກັບພວກເຂົາກ່ຽວກັບຄວາມພະຍາຍາມດັ່ງກ່າວ. ນີ້ແມ່ນບາດກ້າວໃນທາງບວກ.”

ຜູ້ໂດຍສານພວມຂຶ້ນລົດບັດປະຈຳສະໜາມບິນກາບູລ ໄປຂຶ້ນເຮືອບິນໂດຍສານ ຂອງສາຍການບິນກາຕ້າ ເມື່ອວັນທີ 9 ກັນຍາ 2021.
ຜູ້ໂດຍສານພວມຂຶ້ນລົດບັດປະຈຳສະໜາມບິນກາບູລ ໄປຂຶ້ນເຮືອບິນໂດຍສານ ຂອງສາຍການບິນກາຕ້າ ເມື່ອວັນທີ 9 ກັນຍາ 2021.

ທ່ານນາງຮອນ ກ່າວຕື່ມວ່າ ສະຫະລັດຈະ “ສືບຕໍ່ດຳເນີນຄວາມພະຍາຍາມເຫຼົ່ານີ້ ເພື່ອອຳນວຍຄວາມສະດວກໃນການເດີນທາງຢ່າງປອດໄພ ແລະເປັນລະບຽບຂອງພົນລະເມືອງຊາວອາເມຣິກັນ ແລະພວກທີ່ມີສິດຢູ່ໃນສະຫະລັດ ໄດ້ຢ່າງຖືກຕ້ອງຕາມກົດໝາຍ ແລະຊາວອັຟການິສຖານ ທີ່ເຄີຍເຮັດວຽກເຮັດການ ໃຫ້ແກ່ພວກເຮົາ ແລະມີຄວາມປະສົງທີ່ຈະເດີນທາງອອກຈາກອັຟການິສຖານ.”

ທັງອົງການຂ່າວຣອຍເຕີ້ ແລະ AFP ຂອງຝຣັ່ງ ຕ່າງກໍລາຍງານກ່ຽວກັບຖ້ຽວບິນທີ່ບັນທຸກຜູ້ໂດຍສານ 113 ຄົນ ຊຶ່ງໃນນັ້ນ 21 ຄົນ ເປັນຄົນສັນຊາດອາເມຣິກັນຫຼືບໍ່ກໍເປັນຜູ້ທີ່ມີສິດຢູ່ໃນສະຫະລັດໄດ້ຢ່າງເປັນການຖາວອນ 43 ຄົນເປັນຊາວການາດາ ແລະ 13 ຄົນເປັນຊາວໂຮນລັງ ອີງຕາມກະຊວງການຕ່າງປະ ເທດຂອງພວກເຂົາເຈົ້າ.

ນຶ່ງໃນພວກທີ່ຖືກຍົກຍ້າຍເບິ່ງຄືວ່າ ຮູ້ສຶກໂລ່ງໃຈ ທີ່ໄດ້ເດີນທາງອອກຈາກນະ ຄອນຫຼວງກາບູລ.

ຜູ້ໂດຍສານຊາວການາດາຄົນນຶ່ງ ມີແຕ່ບອກຊື່ຂອງນາງແຕ່ພຽງວ່າ ອີລາຮາ ອີງຕາມອົງການຂ່າວ AFP ແລ້ວ ເວົ້າວ່າ “ຂ້ອຍບໍ່ຮູ້ສຶກຢາກນອນເລີຍແລະ ພວກເຮົາກໍໄດ້ລົງຈອດ. ສະຖານະ ການຢູ່ກາບູລແມ່ນຄາດຄະເນບໍ່ໄດ້ ແລະຮູ້ສຶກແບບບໍ່ສະບາຍໃຈຫຼາຍ.”

ອົງການຂ່າວ AFP ລາຍງານວ່າ ເມື່ອລົງຈອດທີ່ນະຄອນໂດຮາແລ້ວ ພວກຜູ້ໂດຍສານ ຮວມທັງເດັກນ້ອຍຫຼາຍໆຄົນ ກໍໄດ້ພາກັນຂຶ້ນລົດບັດ ຂອງສະໜາມບິນ ຊຶ່ງໄດ້ນຳເອົາພວກເຂົາເຈົ້າ ໄປຍັງສະຖານທີ່ ບ່ອນທີ່ພວກເຂົາເຈົ້າຈະຕ້ອງໄດ້ລໍຖ້າ ເພື່ອຕໍ່ຖ້ຽວບິນໄປຍັງປະເທດຂອເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG