ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຂຶ້ນຊັ້ນໃຫ້ນາຍພົນ ໃຫ້ເຂົ້າໄປນັ່ງໃນຄະນະກຳມະການກາງ ອີງຕາມລາຍງານຂອງທາງການ


ນາຍພົນປັກ ຈົງ ຈົນ ຫົວໜ້າເສນາທິກອງທັບບົກປະຊາຊົນເກົາຫຼີ ພວມຄຳນັບ ໃນລະຫວ່າງການສວນສະໜາມທີ່ນະຄອນພຽງຢາງ ເມື່ອວັນທີ 14 ມັງກອນ 2021 ທີ່ນຳອອກເຜີຍແຜ່ໂດຍອົງການຂ່າວ KCNA ໃນວັນທີ 15 ມັງກອນ.
ນາຍພົນປັກ ຈົງ ຈົນ ຫົວໜ້າເສນາທິກອງທັບບົກປະຊາຊົນເກົາຫຼີ ພວມຄຳນັບ ໃນລະຫວ່າງການສວນສະໜາມທີ່ນະຄອນພຽງຢາງ ເມື່ອວັນທີ 14 ມັງກອນ 2021 ທີ່ນຳອອກເຜີຍແຜ່ໂດຍອົງການຂ່າວ KCNA ໃນວັນທີ 15 ມັງກອນ.

ເກົາຫຼີເໜືອໄດ້ຂຶ້ນຊັ້ນໃຫ້ນາຍພົນຄົນນຶ່ງ ທີ່ເບິ່ງກັນມາໄດ້ດົນນານແລ້ວວ່າ ເປັນດາວຮຸ່ງດວງໃໝ່ ຢູ່ໃນກອງທັບທີ່ມີອິດທິພົນຂອງປະເທດ ແລະເປັນຜູ້ມີບົດບາດສຳຄັນໃນໂຄງການລູກສອນໄຟ ເພື່ອເຂົ້າໄປຮັບຕຳແໜ່ງຢູ່ໃນຄະນະກຳການກົມການເມືອງ ທີ່ມີອຳນາດຢ່າງເຕັມທີ່ ຂອງພັກກຳມະກອນເກົາຫຼີ ຢູ່ໃນລາຍງານສື່ມວນຊົນທາງການເກົາຫຼີເໜືອ ໃນວັນອັງຄານມື້ນີ້ ອີງຕາມອົງການຂ່າວຣອຍເຕີ້.

ນອກນັ້ນ ນາຍພົນປັກ ຈົງ ຈົນ (Pak Jong Chon) ຍັງຈະຮັບໜ້າທີ່ ເປັນເລຂາທິການຂອງຄະນະກຳມະການກາງພັກກຳມະກອນເກົາຫຼີ ອີງຕາມລາຍງານອົງການຂ່າວ KCNA ຂອງທາງການເກົາຫຼີເໜືອ.

ການເລືອກເອົານາຍພົນປັກ ຈົງ ຈົນ ເຂົ້າໄປນັ່ງ ຢູ່ໃນຄະນະກຳມະການກົມການ ເມືອງສູນກາງພັກ ຊຶ່ງເປັນນຶ່ງໃນອົງການທີ່ມີອິດທິພົນສູງສຸດສຳລັບເຮັດການຕັດສິນໃຈຂອງເກົາຫຼີເໜືອ ມີຂຶ້ນຫຼັງຈາກເປັນທີ່ປາກົດວ່າ ທ່ານໄດ້ປະເຊີນໜ້າກັບການຖືກຕ້ອງຕິຫຼືການຫຼຸດຊັ້ນ ໃນເດືອນກໍລະກົດຜ່ານມາ ຫຼັງຈາກທ່ານກິມ ຈົງ ອຶນ ຜູ້ນຳຂອງເກົາຫຼີເໜືອ ໄດ້ກ່າວຫາພວກເຈົ້າໜ້າທີ່ວ່າ “ເປັນຜູ້ກໍ່ວິກິດການທີ່ໃຫຍ່ສຸດ” ຍ້ອນຄວາມຜິດພາດທີ່ບໍ່ໄດ້ເປີດເຜີຍກ່ຽວກັບໄວຣັສໂຄໂຣນາ.

ເກົາຫຼີເໜືອບໍ່ເຄີຍລາຍງານກ່ຽວກັບກໍລະນີໄວຣັສໂຄໂຣນາທີ່ໄດ້ຮັບການຢືນຢັນໃດໆແລະກໍບໍ່ເຄີຍໃຫ້ການຊີ້ແຈງໃຫ້ຊາບວ່າ ແມ່ນຫຍັງຄືວິກິດການຫຼືຄວາມຜິດພາດເຫຼົ່ານັ້ນ.

ໃນໄລຍະສອງສາມປີທີ່ຜ່ານມານີ້ ນາຍພົນປັກ ຈົງ ຈົນ ໄດ້ຖືກເລື່ອນຊັ້ນຂຶ້ນເປັນນາຍພົນ 4 ດາວກອງທັບບົກ ໂດຍໄດ້ເປັນຜູ້ຫົວໜ້າເສນາທິການຂອງກອງທັບບົກ ແລະເຄີຍປາກົດຕົວຮ່ວມກັບທ່ານກິມ ຮວມທັງຕອນຂີ່ມ້າທີ່ມີຊື່ສຽງ ຂຶ້ນໄປເທິງພູພຽກຕູ ຊຶ່ງເປັນສະຖານທີ່ສັກສິດຂອງເກົາຫຼີເໜືອ.

ພວກນັກວິເຄາະ ພິຈາລະນາວ່າ ການຂຶ້ນຊັ້ນສ່ວນນຶ່ງ ຂອງທ່ານນັ້ນ ແມ່ນຍ້ອນມີບົດບາດ ໃນໂຄງການພັດທະນາລູກສອນໄຟ ໄລຍະໃກ້ ຊຶ່ງໄດ້ມີຄວາມກ້າວໜ້າຢ່າງໃຫຍ່ ຫຼັງຈາກທ່ານກິມ ໄດ້ສັ່ງໃຫ້ໂຈະການທົດລອງ ໂຄງການລູກສອນໄຟຂີປະນາວຸດໄລຍະໄກໃນປີ 2018 ທ່າມກາງທີ່ມີການເຈລະຈາກັບສະຫະລັດ.

ນາຍພົນປັກ ຈົງ ຈົນ ປາກົດວ່າ ໄດ້ເຂົ້າຮັບໜ້າທີ່ແທນທ່ານນີ ປີຢົງ ຈົລ ນາຍພົນອີກຄົນນຶ່ງ ທີ່ມີບົດບາດອັນສຳຄັນໃນໂຄງການລູກສອນໄຟຂີປະນາວຸດເກົາຫຼີເໜືອ ທີ່ຢູ່ໃນຄະນະກຳມະການສູນກາງພັກ ອີງຕາມລາຍງານຂອງອົງການຂ່າວຢອນຮັບຂອງເກົາຫຼີໃຕ້.

ພວກນັກວິເຄາະກ່າວວ່າ ການຊັບຊ້ອນໃນເດືອນກໍລະກົດແມ່ນເປັນການສັບປ່ຽນເຈົ້າໜ້າທີ່ຄັ້ງສຳຄັນສຸດໃນບັນດາພວກຜູ້ນຳແກນກາງໃນຮອບຫຼາຍໆປີ ແລະຖືກເບິ່ງກັນວ່າອາດເປັນຄຳເຕືອນຂອງທ່ານກິມຕໍ່ພວກເຂົາເຈົ້ານັ້ນ ທ່ານຈະໃຫ້ພວກເຂົາເປັນຜູ້ຮັບຜິດຊອບ ແລະຮັກສາການກວດສອບ ກ່ຽວກັບອຳນາດຂອງພວກເຂົາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG