ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານບລິງເກັນ ຈະໄປຢ້ຽມຢາມກາ້ຕາ ເຢຍຣະມັນ ເພື່ອການທູດອັຟການິສຖານ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພວມຂຶ້ນເຮືອບິນ ຈາກຖານທັບອາກາດຮ່ວມແອນດຣູ ເມື່ອວັນທີ 5 ກັນຍາ 2021 ເພື່ອເດີນທາງໄປຍັງໂດຮ້າ ປະເທດກາຕ້າ ແລະເຢຍຣະມັນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພວມຂຶ້ນເຮືອບິນ ຈາກຖານທັບອາກາດຮ່ວມແອນດຣູ ເມື່ອວັນທີ 5 ກັນຍາ 2021 ເພື່ອເດີນທາງໄປຍັງໂດຮ້າ ປະເທດກາຕ້າ ແລະເຢຍຣະມັນ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກໍາລັງເດີນ ທາງໄປຢ້ຽມຢາມກາຕ້າ ເຊິ່ງການເດີນທາງຄັ້ງນີ້ ທ່ານຈະໄປປະເທດເຢຍຣະມັນເຊັ່ນກັນໃນການໂອ້ລົມກັບພັນທະມິດທີ່ສໍາຄັນກ່ຽວກັບສະຖານະການຢູ່ໃນອັຟການິສຖານ.

“ອອກເດີນທາງສູ່ນະຄອນໂດຫາ, ປະເທດກາຕ້າ ແລະ ຣາມສະໄຕນ໌, ປະເທດເຢຍຣະມັນ ເຊິ່ງຂ້າພະເຈົ້າຈະມີໂອກາດກ່າວຄໍາຂອບໃຈຕໍ່ເພື່ອນມິດຂອງພວກເຮົາປະຊາຊົນຊາວກາຕ້າ ແລະເຢຍຣະມັນດ້ວຍໂຕຂ້້າພະເຈົ້າເອງ ສໍາລັບການສະໜັບສະໜຸນທີ່ໂດດເດັ່ນ ທີ່ພວກເຂົາເຈົ້າມອບໃຫ້ ໃນການເດີນທາງຜ່ານອັນປອດໄພສໍາລັບພົນລະເມືອງອາເມຣິກາ, ອັຟການິສຖານ ແລະຜູ້ຍົກຍ້າຍອື່ນໆຈາກອັຟການິສຖານ,” ນັ້ນຄືຄຳເວົ້າຂອງທ່ານບລິງເກັນ ກ່າວຢູ່ໃນທະວິດເຕີໃນຕອນແລງວັນອາທິດວານນີ້.

ກາຕ້າເປັນຈຸດສູນກາງສໍາຄັນສໍາລັບການຂົນສົ່ງທາງອາກາດຂະໜາດໃຫຍ່ຂອງ ສະຫະລັດ ໃນການຍົກຍ້າຍຜູ້ຄົນທາງເຮືອບິນອອກຈາກນະຄອນຫລວງກາບູລ ແລະເປັນຈຸດທໍາອິດໃນການລົງຈອດສໍາລັບພວກອົບພະຍົບຊາວອັຟການິສຖານຫລາຍພັນຄົນພາຍຫລັງການເຂົ້າຢຶດອໍານາດຂອງກຸ່ມຕາລິບານເມື່ອເດືອນແລ້ວ ນີ້.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອອສຕິນ (Lloyd Austin) ກໍ່ໄດ້ໄປຢ້ຽມຢາມບັນດາປະເທດພັນທະມິດຢູ່ໃນພາກຕາເວັນອອກກາງ ເພື່ອຂອບໃຈພວກເຂົາເຈົ້າໃນການຍົກຍ້າຍຜູ້ຄົນອອກຈາກອັຟການິສຖານ ແລະ ການຖອນກອງກໍາລັງທະຫານສະຫະ ລັດ. ບ່ອນທີ່ທ່ານອອສຕິນ ຈະຢຸດແວ່ຢ້ຽມຢາມນັ້ນລວມມີ ກາຕ້າ, ບາຫ໌ເຣນ, ຄູເວດ ແລະຊາອຸດີ ອາຣາເບຍ.

“ຂ້າພະເຈົ້າກໍາລັງເດີນທາງໄປປະເທດເຂດອ່າວເປີເຊຍ ເພື່ອຂອບໃຈເປັນການສ່ວນໂຕສໍາລັບບັນດາປະເທດພາຄີຂອງພວກເຮົາໃນການສະໜັບສະໜຸນຄວາມພະຍາຍາມໃນການຍົກຍ້າຍຜູ້ຄົນອອກຈາກອັຟການິສຖານ. ການດໍາເນີນງານໃນການໃຫ້ສະຖານທີ່ຫລົບໄພຂອງພັນທະມິດ ອາດຈະເປັນໄປບໍ່ໄດ້ຖ້າເພື່ອນໆຂອງພວກເຮົາໃນອ່າວເປີເຊຍ ການສະໜັບສະໜຸນຂອງພວກເຂົາເຈົ້າ ແມ່ນໄດ້ຊ່ວຍຫລາຍໆຊີວິດ,” ນັ້ນຄືຄຳເວົ້າຂອງທ່ານອອສຕິນ ກ່າວໃນທະວິດເຕີໃນວັນ ອາທິດວານນີ້.

ທ່ານ ບລິງເກັນ ກ່າວກັບນັກຂ່າວໃນວັນສຸກທີ່ຜ່ານມາວ່າ ໃນຂະນະທີ່ຢູ່ໃນເຢຍຣະມັນ ຂະນະທີ່ທ່ານເດີນທາງມຸ້ງໜ້າໄປຍັງຖານທັບອາກາດຣາມສະໄຕນ໌ຂອງສະຫະລັດ ເພື່ອຂອບໃຈກອງທະຫານສະຫະລັດ ແລະພົບກັບຜູ້ລີ້ໄພຊາວອັຟການິສຖານ.

ທ່ານບລິງເກັນຍັງກ່າວອີກວ່າ ທ່ານຈະເປັນຜູ້ນໍາ ໃນການປະຊຸມທາງອອນລາຍລະດັບລັດຖະມົນຕີຂອງກຸ່ມ 20 ປະເທດກ່ຽວກັບອັຟການິສຖານໃນວັນພຸດທີ່ຈະມາເຖິງ ພ້ອມດ້ວຍລັດຖະມົນຕີການຕ່າງປະເທດເຢຍຣະມັນທ່ານຮາຍໂກ ແມສ໌ (Heiko Maas). ທ່ານກ່າວວ່າ 20 ປະເທດ “ທັງໝົດມີສ່ວນເດີມພັນໃນການຊ່ວຍຍ້າຍຖິ່ນຖານແລະການຕັ້ງຖິ່ນຖານໃໝ່ຂອງຊາວອັຟການິສຖານແລະການ ບັງຄັບໃຫ້ກຸ່ມຕາລິບານປະຕິບັດຕາມຄໍາໝັ້ນສັນຍາຂອງພວກເຂົາ.”

ກຸ່ມຕາລິບານໄດໃຫ້ສັນຍາວ່ າພວກເຂົາຈະອໍານວຍຄວາມປອດໄພແກ່ຊາວອັຟການິສຖານ ແລະປະຊາຊົນຄົນອື່ນໆທີ່ຕ້ອງການເດີນທາງອອກຈາກປະເທດນີ້, ແຕ່ປະຊາຊົນຊາວອັຟການິສຖານຫລາຍໆຄົນຍັງບໍ່ໝັ້ນໃຈທີ່ຈະເຊື່ອຖືໃນຄໍາໝັ້ນສັນຍາດັ່ງກ່າວຂອງພວກເຂົາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG