ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານກີນີ ກ່າວວ່າ ຕົນເຮັດລັດຖະປະຫານ ຢຶດອຳນາດ ດ້ວຍຄວາມສຳເລັດ


ທະຫານກີນີ ພວມລາດຕະເວັນທີ່ຄຸ້ມກາລຸມ ໃນນະຄອນໂກນາກຣີ ເມື່ອວັນທີ 5 ກັນຍາ 2021 ຫຼັງຈາກໄດ້ຍິນສຽງປືນດັງຂຶ້ນ.
ທະຫານກີນີ ພວມລາດຕະເວັນທີ່ຄຸ້ມກາລຸມ ໃນນະຄອນໂກນາກຣີ ເມື່ອວັນທີ 5 ກັນຍາ 2021 ຫຼັງຈາກໄດ້ຍິນສຽງປືນດັງຂຶ້ນ.

ພວກທະຫານຂອງກອງທັບກີນີມີລາຍງານ ໄດ້ກໍ່ໃນອັນທີ່ປາກົດວ່າ ເປັນການເຮັດລັດຖະ ປະຫານ ໃນວັນອາທິດວານນີ້ ໂດຍໄດ້ປະກາດທາງໂທລະພາບແຫ່ງຊາດວ່າ ຕົນໄດ້ຈັບປະທານາທິບໍດີອາລຟາ ກົງເດ (Alpha Conde) ຍຸບລັດຖະທຳມະນູນຂອງປະເທດ ແລະປິດຊາຍແດນຂອງປະເທດ ທັງທາງບົກ ແລະທາງອາກາດ.

ພວກທະຫານ ໃນເວລາຕໍ່ມາ ໄດ້ປະກາດຫ້າມອອກນອກເຮືອນ ອີງຕາມລາຍງານຂອງອົງການຂ່າວຝຣັ່ງ.

ປະທານາທິບໍດີກົງເດ ຢູ່ໃສແທ້ ໃນວັນອາທິດວານນີ້ ຍັງບໍ່ມີຜູ້ໃດຮູ້ຈັກເທື່ອ. ອົງການຂ່າວຝຣັ່ງລາຍງານວ່າ ຕົນໄດ້ຮັບວີດີໂອ ຂອງປະທານາທິບໍດີກົງເດ ທີ່ໃສ່ເສື້ອບໍ່ໄດ້ລີດແລະສົ້ງຈີນ ນັ່ງຢູ່ເທິງຕັ່ງ ຫ້ອມລ້ອມໄປດ້ວຍພວກທະຫານ. ເວລາທະຫານຄົນນຶ່ງຖາມ ຢູ່ໃນວີດີໂອວ່າ ທ່ານໄດ້ຖືກທຳຮ້າຍບໍ? ທ່ານກົງເດບໍ່ໄດ້ຕອບ.

ໃນເດືອນຕຸລາປີກາຍນີ້ ທ່ານກົງເດໄດ້ຊະນະການເລືອກຕັ້ງປະທານາທິບໍດີເປັນສະໄໝທີ 3 ຫຼັງຈາກໄດ້ດັດແປງແກ້ໄຂລັດຖະທຳມະນູນ ເພື່ອອະນຸຍາດໃຫ້ທ່ານລົງສະໝັກແຂ່ງຂັນໄດ້ອີກ. ການເລືອກຕັ້ງທີ່ນອງນັນດັ່ງກ່າວ ໄດ້ເກີດມີການປະທ້ວງທີ່ຮຸນແຮງຢູ່ໃນທົ່ວປະເທດ. [[link: https://www.voanews.com/africa/guinea-president-appears-have-won-controversial-3rd-term-office ]]

ພັກເອກກອງທັບບົກ ມາມາດີ ດຸມບູຢາ (Mamady Doumbouya) ຊຶ່ງເຄີຍເປັນທະຫານຕ່າງດ້າວຂອງຝຣັ່ງມາກ່ອນໄດ້ປາກົດໂຕທາງໂທລະພາບແຫ່ງຊາດໃນວັນອາທິດວານນີ້ ຫຸ້ມຫໍ່ໂຕຂອງທ່ານດ້ວຍທຸງຊາດກີນີ.

ທ່ານດຸມບູຢາ ກ່າວວ່າ “ພວກເຮົາໄດ້ຍຸບລັດຖະບານແລະລັດຖະທຳມະນູນແລ້ວ ພວກເຮົາຂໍຮຽກຮ້ອງໃຫ້ພວກທະຫານທຸກໆຄົນ ເຂົ້າຮ່ວມປະຊາຊົນ.”

ທ່ານດຸມບູຢາໄດ້ກ່າວອ້າງເຖິງການບໍລິຫານງານຢ່າງຜິດພາດຂອງລັດຖະບານທີ່ເປັນເຫດຜົນ ພາໃຫ້ມີການເອົາມາດຕະການ ໃນຄັ້ງນີ້. ທ່ານເອີ້ນຊື່ກຸ່ມທະຫານຂອງພວກທ່ານວ່າ ຄະນະກຳມະການໂຮມຊຸມນຸມແລະພັດທະນາແຫ່ງຊາດ ທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ CNRD.

ຄະນະກຳມະການ CNRD ກ່າວຜ່ານທາງໂທລະພາບຂອງລັດຖະບານໃນຕອນແລງວັນອາທິດວານນີ້ວ່າ ພວກທະຫານໄດ້ເຂົ້າຮັບໜ້າທີ່ແທນເຈົ້າແຂວງທັງໝົດໃນທົ່ວປະເທດ ແຕ່ພວກລັດຖະມົນຕີທີ່ຈະພົ້ນຈາກຕຳແໜ່ງ ໄດ້ຖືກເຊີນໃຫ້ເຂົ້າຮ່ວມກອງປະຊຸມໃນວັນຈັນມື້ນີ້ ຊຶ່ງຈະມີຂຶ້ນຢູ່ທີ່ສະພາແຫ່ງຊາດ.

ຖະແຫຼງການກ່າວວ່າ “ຄວາມລົ້ມແຫຼວໃດໆກໍຕາມ ທີ່ບໍ່ສາມາດໄປຮ່ວມກອງປະ ຊຸມດັ່ງກ່າວໄດ້ ຈະຖືວ່າ ເປັນການກໍ່ກະບົດຕໍ່ຕ້ານຄະນະກຳມະການ CNRD.”

ມີລາຍງານວ່າ ໄດ້ເກີດການສູ້ລົບກັນທີ່ນະຄອນໂກນາກຣີ ຫຼັງຈາກໄດ້ມີການປະກາດທາງໂທລະພາບ ມີຜູ້ຄົນຈຳນວນນຶ່ງພາກັນລົງສູ່ຖະໜົນຫົນທາງ ເພື່ອສະເຫຼີມສະຫຼອງ ໃນອັນທີ່ພວກເຂົາເຈົ້າເຊື່ອວ່າ ເປັນການກໍ່ລັດຖະປະຫານທີ່ປະ ສົບຜົນສຳເລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG