ລັດຖະມົນຕີການຕ່າງປະເທດຂອງກາຕ້າ ກ່າວໃນວັນພະຫັດວານນີ້ວ່າ ພວມມີການດຳເນີນຄວາມພະຍາຍາມ ເພື່ອຈະເປີດສະໜາມບິນສາກົນໃນນະຄອນຫຼວງກາບູລ ຂອງອັຟການິສຖານ ຄືນໃໝ່ ແຕ່ກໍໄດ້ເຕືອນວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເວລາໃດຖ້ຽວບິນຈຶ່ງຈະເລີ້ມຄືນອີກ.
ພວກນາຍຊ່າງຈຳນວນນຶ່ງຈາກກາຕ້າ ແລະເທີກີ ໄດ້ເດີນທາໄປຍັງນະຄອນຫຼວງກາບູລໃນວັນພຸດທີ່ຜ່ານມາ ເພື່ອຊ່ວຍໃນການເປີດສະໜາມບິນຄືນ ຊຶ່ງເປັນການເຊື່ອມຕໍ່ທີ່ສຳຄັນ ສຳລັບພວກທີ່ຍັງຊອກຫາຊ່ອງທາງຫຼົບໜີອອກຈາກປະເທດຫລືຈັດສົ່ງການຊ່ວຍເຫຼືອ ທາງດ້ານມະນຸດສະທຳ ໄປໃຫ້. ມັນເປັນເຮືອບິນຕ່າງປະ ເທດລຳທຳອິດທີ່ໄດ້ລົງຈອດ ຢູ່ສະໜາມບິນດັ່ງກ່າວ ນັບຕັ້ງແຕ່ໄດ້ມີການປິດລົງໃນມື້ກ່ອນ ຍ້ອນເຫດຜົນທີ່ບໍ່ໄດ້ມີການແຈ້ງໃຫ້ຊາບ.
ລັດຖະມົນຕີການຕ່າງປະເທດກາຕ້າ ຊິກໂມຮຳເໝັດ ບິນ ອັບດູຣາມານ ອາລ-ທານີ ກ່າວວ່າ “ພວກເຮົາຫວັງວ່າ ພວກເຮົາຈະສາມາດປະຕິບັດງານ ໂດຍໄວເທົ່າທີ່ຈະໄວໄດ້.”
ລັດຖະມົນຕີການຕ່າງປະເທດກາຕ້າ ຍັງໄດ້ກ່າວຢ້ຳ ເຖິງຄວາມຈຳເປັນ ສຳລັບກຸ່ມຕາລີບານ “ທີ່ຈະສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງຕົນທີ່ຈະສະໜອງການເດີນທາງທີ່ປອດໄພ ແລະອິດສະຫຼະພາບໃນການໄປມາ ສຳລັບປະຊາຊົນຊາວອັຟການິສຖານ.”
ກາຕ້າມີການຕິດຕໍ່ຢ່າງໃກ້ຊິດກັບກຸ່ມຕາລີບານແລະມີບົດບາດອັນສຳຄັນໃນການດຳເນີນຄວາມພະຍາຍາມ ຂອງສະຫະລັດ ເພື່ອຍົກຍ້າຍຫຼາຍສິບພັນຄົນ ອອກຈາກອັຟການິສຖານ.
ລັດຖະມົນຕີການຕ່າງປະເທດກ່າວວ່າ ກາຕ້າຈະສືບຕໍ່ເຈລະຈາຫາລືກັບປະເທດມະຫາອຳນາດຂອງໂລກ ເພື່ອເລີ້ມຄືນຖ້ຽວບິນພານິດ ຢູ່ທີ່ສະໜາມບິນດັ່ງກ່າວ. ຍັງຈະຕ້ອງໄດ້ເບິ່ງກັນຕໍ່ໄປຢູ່ວ່າ ຈະມີສາຍການບິນພານິດໃດໆຫຼືບໍ່ ທີ່ຢາກໄປເປີດບໍລິການທີ່ນະຄອນຫຼວງກາບູລ ເວລາສະໜາມບິນເປີດຄືນແລ້ວ.
ເທີກີ ຊຶ່ງຊິກໂມຮຳເໝັດ ເວົ້າວ່າ ທ່ານຫວັງວ່າຈະໃຫ້ຄວາມຊ່ວຍເຫຼືອທາງດ້ານເຕັກນິກນັ້ນ ກ່າວໃນວັນພະຫັດວານນີ້ວ່າ ຕົນກຳລັງຊັ່ງຊາເບິ່ງແຜນການທີ່ສະເໜີໂດຍກຸ່ມຕາລີບານ ແລະອື່ນໆ ເພື່ອໃຫ້ເປີດສະໜາມບິນຄືນ.
ລັດຖະມົນຕີການຕ່າງປະເທດເທີກີ ທ່ານເມັລວຸທ ກາວູໂຊກລູ ກ່າວວ່າ ຄວາມປອດໄພຢູ່ທັງໃນ ແລະນອກສະໜາມບິນ ຍັງສືບຕໍ່ເປັນບູລິມະສິດອັນສຳຄັນສຸດ.