ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບລະເບີດຂຶ້ນ ລະຫວ່າງກຸ່ມຕາລີບານ ແລະພວກຕໍ່ຕ້ານ ຫຼັງການເຈລະຈາ ແຕກຫັກລົງ


ສະມາຊິກຂອງກຸ່ມຕໍ່ຕ້ານຕາລີບານ ຢູ່ເທິງຈອມພູ ໃນເຂດດາບານ
(Darband) ເມືອງອານາບາ ແຂວງປານເຈຍຣ໌ ເມື່ອວັນທີ 1 ກັນຍາ 2021.
ສະມາຊິກຂອງກຸ່ມຕໍ່ຕ້ານຕາລີບານ ຢູ່ເທິງຈອມພູ ໃນເຂດດາບານ (Darband) ເມືອງອານາບາ ແຂວງປານເຈຍຣ໌ ເມື່ອວັນທີ 1 ກັນຍາ 2021.

ການສູ້ລົບກັນຢ່າງໜັກ ລະຫວ່າງພວກນັກລົບກຸ່ມຕາລີບານ ແລະກອງກຳລັງຕໍ່ຕ້ານກຸ່ມຕາລີລານ ໄດ້ເລີ້ມຂຶ້ນ ຢູ່ໃນເຂດຮ່ອມພູປານເຈຍຣ໌ ຫຼັງຈາກການເຈລະຈາລະຫວ່າງທັງສອງຝ່າຍ ບໍ່ສາມາດແກ້ໄຂຂໍ້ຂັດແຍ້ງກັນໄດ້. ໂຄສົກຂອງກຸ່ມຕໍ່ຕ້ານ ກ່າວອ້າງວ່າ ການບຸກໂຈມຕີຂອງກຸ່ມຕາລີບານ ໄດ້ຖືກຕີໂຕ້ໃຫ້ກຸ່ມຕາລີບານຕ້ອງຖອຍກັບຄືນໄປ ແລະປະສົບກັບການສູນເສຍຢ່າງໜັກ.

ການຕໍ່ຕ້ານດັ່ງກ່າວນຳພາໂດຍ ທ່ານອາມາດ ມາຊູດ ລູກຊາຍຂອງຜູ້ນຳໃນການຕໍ່ຕ້ານກຸ່ມຕາລີບານ ທີ່ມີຊື່ສຽງຈາກຊຸມປີ 1990 ກໍຄືທ່ານອາມາດ ຊາ ມາຊູດ ຜູ້ທີ່ໄດ້ນຳພາກຸ່ມພັນທະມິດພາກເໜືອ ໃນການຕໍ່ສູ້ຕ້ານກຸ່ມຕາລີບານ ແລະໄດ້ຖືກສັງຫານ ໂດຍກຸ່ມຫົວຮຸນແຮງ ອາລ-ກາອີດາ (al-Qaida) ທີ່ປອມໂຕເປັນພວກນັກຂ່າວ ບໍ່ດົນກ່ອນໜ້າການໂຈມຕີ ຕໍ່ສະຫະລັດ ເມື່ອວັນທີ 11 ກັນຍາ 2001.

ຫຼັງຈາກລັດຖະບານກາບູລໄດ້ລົ້ມລະລາຍເມື່ອເດືອນແລ້ວນີ້ ບັນດາສະມາຊິກກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ຈາກທົ່ວປະເທດຜູ້ທີ່ຮູ້ ສຶກຖືກທໍລະຍົດໂດຍພວກຜູ້ນຳທະຫານຂອງເຂົາ ໄດ້ພາກັນຂຶ້ນໄປເຂດປານເຈຍຣ໌ ເພື່ອເຂົ້າຮ່ວມກັບກຸ່ມຕໍ່ຕ້ານ. ພາຍໃນກອງກຳລັງນັ້ນ ກໍມີກອງກຳລັງພິເສດທີ່ມີຊື່ສຽງຈຳນວນນຶ່ງ ທີ່ໄດ້ຮັບໄຊຊະນະ ໃນການຕໍ່ຕ້ານກຸ່ມຕາລີບານ ຕະຫຼອດໄລຍະຫຼາຍປີ ພ້ອມທັງເປັນຮອງປະທານາທິບໍດີຄົນທີນຶ່ງໃນລະບອບການປົກຄອງຂອງທ່ານອຳຣູລາ ຊາເລ.

ໂຄສົກຂອງທ່ານມາຊູດ ທ່ານຟາຮີມ ດາຊຕີ (Fahim Dashty) ໄດ້ກ່າວວ່າ ກຸ່ມຕາລີບານໄດ້ທຳການບຸກໂຈມຕີ ຢູ່ໃນເຂດຮ່ອມພູທາງພາກຕາເວັນອອກສຽງເໜືອ ໂດຍສະເພາະຈາກເຂດຮ່ອມພູທີ່ມີຊື່ໃນເມື່ອກ່ອນວ່າ ຄາວັກ (Khawak) ພ້ອມທັງຈາກແຂວງປາຣວານ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ.

ໂຄສົກຄົນດັ່ງກ່າວ ໄດ້ອ້າງວ່າ ກອງກຳລັງຕໍ່ຕ້ານແຫ່ງຊາດຂອງອັຟການິສຖານ ຫຼື NRFA ທີ່ເອີ້ນຕົນເອງວ່າ ເປັນກຸ່ມທີ່ມີທີ່ໝັ້ນຕັ້ງຢູ່ໃນເຂດປາເຈຍຣ໌ ໄດ້ຂັບໄລ່ພວກກຸ່ມຕາລີບານ ເຮັດໃຫ້ພວກເຂົາລົ້ມຕາຍ ແລະບາດເຈັບຫຼາຍຮ້ອຍຄົນ.

ຜູ້ກ່ຽວກ່າວອ້າງວ່າ “ພວກເຂົາໄດ້ຜ່າຍແພ້ຢ່າງໜັກໜ່ວງ. ຈຳນວນທີ່ພວກເຮົາມີແລ້ວນັ້ນ ມີຢູ່ 150 ຄົນທີ່ໄດ້ຖືກຂ້າຕາຍ ປະມານ 200 ຄົນໄດ້ຮັບບາດເຈັບ ແລະ 35 ຄົນໄດ້ຖືກຈັບກຸມ ຂະບວນລົດທັງສີ່ ໄດ້ຖືກທຳລາຍ ພ້ອມດ້ວຍອາວຸດໜັກອີກສອງກະບອກ.”

ພວກທີ່ຕິດຕາມກຸ່ມຕາລີບານທາງສື່ສັງຄົມ ໄດ້ນຳເອົາວີດີໂອຂອງກຸ່ມທີ່ເດີນ ທາງໄປເຂດປານເຈຍຣ໌ ໃນຂະບວນຄາຣາວານຂອງລົດຍົນ ກຳລັງຮັກສາຄວາມປອດໄພໂດຍຕິດທຸງຂອງກຸ່ມຕາລີບານ. ພວກເຂົາກ່າວອ້າງວ່າ ກຸ່ມຕາລີບານ ໄດ້ເຂົ້າຢຶດເອົາພື້ນທີ່ຈຳນວນນຶ່ງ ທີ່ກ່ອນໜ້ານີ້ ໄດ້ຄວບຄຸມໂດຍກອງກຳລັງຂອງກຸ່ມຕໍ່ຕ້ານ.

ໃນວັນພຸດວານນີ້ ກຸ່ມຕາລີບານ ໄດ້ຂັດຂວາງການສັນຈອນຢູ່ນຳທາງເສັ້ນຫຼັກທັງໝົດ ທີ່ເຊື່ອມໂຍງ ລະຫວ່າງເຂດປານເຈຍຣ໌ ກັບເຂດກູລບາຮາຣ໌ ທີ່ຕັ້ງຢູ່ໃກ້ຄຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG