ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ຕ້ອງຕິຢ່າງແຮງ ທີ່ບໍ່ສາມາດຍົກຍ້າຍ ພະນັກງານອົງການ USAGM ອອກຈາກອັຟການິສຖານ


ສະມາຊິກສະພາໄມເກີລ ແມັກຄອລ ທີ່ສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ ຊຶ່ງເປັນສະມາຊິກຄົນສຳຄັນ ໃນຄະນະກຳມະການກິດຈະການຕ່າງປະເທດຂອງສະພາຕ່ຳ ທີ່ຫໍລັດຖະສະພາ ຢູ່ວໍຊິງຕັນ ເມື່ອວັນທີ 31 ສິງຫາ 2021.
ສະມາຊິກສະພາໄມເກີລ ແມັກຄອລ ທີ່ສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ ຊຶ່ງເປັນສະມາຊິກຄົນສຳຄັນ ໃນຄະນະກຳມະການກິດຈະການຕ່າງປະເທດຂອງສະພາຕ່ຳ ທີ່ຫໍລັດຖະສະພາ ຢູ່ວໍຊິງຕັນ ເມື່ອວັນທີ 31 ສິງຫາ 2021.

ສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ທ່ານໄມເກີລ ແມັກຄອລ ເອີ້ນວ່າ “ເປັນການຂາຍໜ້າ” ທີ່ລັດຖະບານສະຫະລັດ ບໍ່ສາມາດຍົກຍ້າຍພະນັກງານອົງ ການສື່ມວນຊົນໂລກຂອງສະຫະລັດ ຫຼື USAGM ອອກຈາກອັຟການິສຖານ ກ່ອນກຳນົດເສັ້ນຕາຍ ໃນການປະຕິບັດງານທາງທະຫານ ຢູ່ໃນປະເທດດັ່ງກ່າວສິ້ນສຸດລົງ.

ທ່ານແມັກຄອລ ຊຶ່ງເປັນສະມາຊິກຄົນສຳຄັນ ຂອງພັກຣີິພັບບລີກັນ ຢູ່ໃນຄະນະກຳມະການກິດຈະການຕ່າງປະເທດ ຂອງສະພາຕ່ຳກ່າວ ຢູ່ໃນຖະແຫຼງການວ່າ “ມັນເປັນເລື້ອງທີ່ໜ້າອັບອາຍຂາຍໜ້າ ທີ່ກະຊວງການຕ່າງປະເທດສະຫະລັດໄດ້ກ່າວອ້າງວ່າ ເຂົາເຈົ້າໄດ້ຍົກຍ້າຍພະນັກງານຢູ່ໃນທ້ອງຖິ່ນຂອງເຂົາເຈົ້າແລ້ວຊຶ່ງໃນຄວາມເປັນຈິງ ເຂົາເຈົ້າໄດ້ປະຖິ້ມພະນັກງານຂອງອົງການ USAGM ແລະຄອບຄົວຂອງເຂົາເຈົ້າຫຼາຍຮ້ອຍຄົນ.”

ອົງການສື່ມວນຊົນໂລກຂອງສະຫະລັດ ຫຼື USAGM ເປັນພະແນກການອິດສະຫລະຂອງລັດຖະບານກາງ ທີ່ປະກອບດ້ວຍຕາໜ່າງຂ່າວຫຼາຍໆຕາໜ່າງ ຮວມທັງ ສຽງອາເມຣິກາ ຫຼື VOA ແລະວິທະຍຸອາຊາດີ.

ຢູ່ໃນຖະແຫຼງການຂອງທ່ານນັ້ນ ທ່ານແມັກຄອລ ກະປະມານວ່າ ມີພະນັກງານຂອງອົງການ USAGM ປະມານ 500 ຄົນແລະຄອບຄົວຂອງເຂົາເຈົ້າຍັງຢູ່ໃນປະເທດອັຟການິສຖານ ແລະເວົ້າວ່າ ຫຼາຍໆຄົນໃນຈຳນວນນັ້ນ ແມ່ນໄດ້ຮັບການຄ້ຳປະກັນຈາກລັດຖະບານທ່ານໄບເດັນວ່າ ເຂົາເຈົ້າຈະໄດ້ຮັບການຍົກຍ້າຍອອກມາ.

ອົງການ USAGM ຍັງບໍ່ທັນໄດ້ໃຫ້ຄໍາໃດໆ ກ່ຽວກັບການຂໍຄວາມເຫັນໃນເລື້ອງນີ້.

ວໍຊິງຕັນໄດ້ປະກາດກ່ຽວກັບການສິ້ນສຸດລົງໃນການປະຕິບັດງານທາງທະຫານຢູ່ໃນອັຟການິສຖານໃນລະຫວ່າງການຖະແຫຼງຂ່າວໃນວັນຈັນຜ່ານມານີ້ ທີ່ທຳນຽບຫ້າແຈ ໂດຍແຈ້ງໃຫ້ພວກນັກຂ່າວຊາບວ່າ ເຮືອບິນລຳສຸດທ້າຍຂອງສະຫະລັດໄດ້ອອກຈາກນະຄອນຫຼວງກາບູລແລ້ວ ກ່ອນທ່ຽງຄືນຂອງເວລາໃນທ້ອງຖິ່ນ.

ບັນດາສະມາຊິກຄະນະກຳມະການກິດຈະການຕ່າງປະເທດຂອງສະພາຕ່ຳກ່າວຕໍ່ວີໂອເອວ່າ ຕົນກຳລັງຜັກດັນໃຫ້ລັດຖະບານ ຄ້ຳປະກັນໃນເລື້ອງຄວາມປອດໄພ ໃນການເດີນທາງຂອງພະນັກງານອົງການ USAGM ແຕ່ກໍເວົ້າວ່າ ເຂົາເຈົ້າຍັງບໍ່ແນ່ໃຈເທື່ອວ່າ ມັນຈະເກີດຂຶ້ນໄດ້ແນວໃດ ຫຼັງຈາກທະຫານສະຫະລັດໄດ້ອອກຈາກອັຟການິສຖານແລ້ວ. ບາງຄົນທີ່ໄດ້ສະເໜີໃຫ້ຈ້າງຖ້ຽວບິນຮັບເໝົາກໍຮູ້ດີເຖິງຄວາມສະຫຼັບຊ້ອນ ໃນການນຳເອົາພວກນັກຂ່າວ ອອກມາຈາກບ່ອນຫຼົບລີ້ ແລະເດີນທາງຢ່າງປອດໄພໄປຍັງສະໜາມບິນ.

ເມື່ອມີການຖາມ ກ່ຽວກັບພະນັກງານ ຂອງອົງການ USAGM ໃນການຖະແຫຼງຂ່າວເມື່ອວັນອັງຄານວານນີ້ ທ່ານເນດ ໄພຣສ໌ ໂຄສົກຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ “ພວກເຮົາໄດ້ດຳເນີນການຫຼາຍເປັນພິເສດແລະທຸກຊ່ອງທີ່ຈຳເປັນ ເພື່ອນຳເອົາພວກເຂົາມາສູ່ຄວາມປອດໄພ ໂດຍໄວເທົ່າທີ່ພວກເຮົາສາມາດເຮັດໄດ້.

ບໍ່ເທົ່າໃດມື້ ກ່ອນທີ່ການປະຕິບັດງານທາງທະຫານຂອງສະຫະລັດ ຢູ່ທີ່ນະຄອນກາບູລສິ້ນສຸດລົງນັ້ນ ສະມາຊິກສະພາຫຼາຍສິບຄົນໄດ້ຮຽກຮ້ອງໃຫ້ທ່ານໄບເດັນ ຄ້ຳປະກັນໃນການນຳເອົາພະນັກງານຂອງອົງການ USAGM ຫຼາຍຮ້ອຍຄົນອອກມາດ້ວຍຄວາມປອດໄພ.
https://www.voanews.com/south-central-asia/us-lawmakers-push-biden-evacuate-usagm-journalists-families ]]

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG