ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຊະຍາກຳ ດ້ວຍຄວາມກຽດຊັງ ຖີບຂຶ້ນສູ່ລະດັບສູງສຸດ ໃນຮອບ 12 ປີ ໃນປີກາຍນີ້ ອີງຕາມອົງການ FBI


ຜູ້ຄົນເຂົ້າຮ່ວມການປະທ້ວງຕໍ່ຕ້ານອາຊະຍາກຳຄວາມກຽດຊັງ ທີ່ນະຄອນນິວຢອກ ເມື່ອວັນທີ 4 ເມສາ 2021.
ຜູ້ຄົນເຂົ້າຮ່ວມການປະທ້ວງຕໍ່ຕ້ານອາຊະຍາກຳຄວາມກຽດຊັງ ທີ່ນະຄອນນິວຢອກ ເມື່ອວັນທີ 4 ເມສາ 2021.

ໂຕເລກການກໍ່ອາຊະຍາກຳດ້ວຍຄວາມກຽດຊັງ ບໍ່ວ່າຈະເປັນທາງດ້ານເຊື້ອຊາດ ສາສະໜາຫຼືຜິວພັນ ຢູ່ໃນສະຫະລັດ ໄດ້ເພີ້ມຂຶ້ນສູ່ລະດັບສູງສຸດ ໃນຮອບນຶ່ງທົດສະວັດກວ່າໆ ຊຶ່ງພາໃຫ້ມີການໂຈມຕີທີ່ແນໃສ່ຜູ້ເຄາະຮ້າຍຊາວຜິວດຳແລະພວກທີ່ມີເຊື້ອສາຍເອເຊຍເພີ້ມຂຶ້ນ ນັ້ນຄືລາຍງານຂອງອົງການສັນຕິບານກາງຫຼື FBI ສະຫະລັດ ອີງຕາມອົງການຂ່າວຣອຍເຕີ້.

ຂໍ້ມູນໃນປີ 2020 ທີ່ຍື່ນສະເໜີຕໍ່ອົງການ FBI ໂດຍພະແນກຮັກສາຄວາມປອດໄພໃນທົ່ວປະເທດຫຼາຍກວ່າ 15,000 ແຫ່ງ ລະບຸວ່າ ມີການກໍ່ອາຊະຍາກຳດ້ວຍຄວາມກຽດຊັງ 7,759 ຄະດີໃນປີ 2020 ເພີ້ມຂຶ້ນ 6 ເປີເຊັນ ຈາກປີ 2019 ແລະເປັນລະດັບສູງສຸດ ນັບແຕ່ປີ 2008 ເປັນຕົ້ນມາ.

ຂໍ້ມູນຂອງອົງການ FBI ສະແດງໃຫ້ເຫັນວ່າ ໂຕເລກການກໍ່ອາຊະຍາກໍາ ທີ່ແນໃສ່ຄົນຜິວດຳແມ່ນເພີ້ມຂຶ້ນເປັນ 2,755 ຄະດີ ຈາກ 1,930 ແລະການກໍ່ອາຊະຍາກຳຕໍ່ຄົນເອເຊຍ ແມ່ນເພີ້ມຂຶ້ນເປັນ 274 ຄະດີ ຈາກ 158 ຄະດີ.

ຈາກ 7,426 ຄະດີຄວາມກຽດຊັງ ໄດ້ຖືກຈັດວ່າ ເປັນການກໍ່ອາຊະຍາກຳຕໍ່ບຸກ ຄົນ ກົງກັນຂ້າມກັບການກໍ່ອາຊະຍາກຳຕໍ່ຊັບສິນ 53.4 ເປີເຊັນແມ່ນການຂົ່ມຂູ່ 27.6 ເປີເຊັນແມ່ນເປັນການໂຈມຕີທໍາມະດາແລະ 18.1 ເປີເຊັນແມ່ນການໂຈມຕີຮຸນແຮງ. ມີລາຍງານວ່າ ການຄາດຕະກຳ 22 ຄະດີ ແລະການຂົ່ມຂືນສຳເລົາ 19 ຄະດີ ເປັນການກໍ່ອາຊະຍາກໍາດ້ວຍຄວາມກຽດຊັງ.

ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານເມີຣິກ ກາແລນ ກ່າວຢູ່ໃນຖະແຫຼງການວ່າ “ເພື່ອປ້ອງກັນ ແລະຮັບມື ກັບກໍ່ອາຊະຍາກຳ ດ້ວຍຄວາມກຽດຊັງ ແລະເຫດຮ້າຍກ່ຽວກັບຄວາມກຽດຊັງນີ້ ແມ່ນນຶ່ງໃນບູລິມະສິດ ອັນສຳຄັນສຸດ ຂອງກະຊວງຍຸຕິທຳ. ສະຖິຕິ ກ່ຽວກັບການກໍ່ອາຊະຍາກຳ ດ້ວຍຄວາມກຽດຊັງ ຂອງອົງການ FBI ປີ 2020 ສະແດງໃຫ້ເຫັນວ່າ ມີຄວາມຈໍາເປັນອັນຮີບດ່ວນສໍາລັບການຮັບມືແບບຮອບດ້ານຕໍ່ບັນຫາເຫຼົ່ານີ້.”

ກະຊວງຍຸຕິທຳໄດ້ເຕືອນວ່າ ກຸ່ມຄົນຜິວຂາວທີ່ຖືວ່າຕົນດີທີ່ສຸດນັ້ນ ແມ່ນປະກອບເປັນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດຕໍ່ຄວາມປອດໄພ ຫຼັງຈາກການໂຈມຕີຮ້າຍແຮງ ຕໍ່ຫໍລັດຖະສະພາສະຫະລັດ ເມື່ອວັນທີ 6 ມັງກອນ.

ໃນຂະນະດຽວກັນ ລາຍງານກ່ຽວກັບການໂຈມຕີທີ່ໄດ້ຮັບແຮງດົນໃຈຈາກຄວາມ ກຽດຊັງຕໍ່ຊາວເອເຊຍ ແລະພວກທີ່ມາຈາກເກາະດອນໃນເຂດມະຫາສະໝຸດປາຊີຟິກກໍມີຈຳນວນເພີ້ມຂຶ້ນຍ້ອນອັນທີ່ຫຼາຍໆຄົນກ່າວວ່າ ການໃຫ້ຄວາມເຫັນຂອງ ປະທານາທິບໍດີດໍໂນລ ທຣຳ ໃນເວລານັ້ນ ທີ່ຖິ້ີ້ມໂທດໂຣກລະບາດໂຄວິດ-19ໃສ່ຈີນ.

ໃນເດືອນພຶດສະພາຜ່ານມາ ທ່ານກາແລນ ໄດ້ກ່າວເຖິງການເອົາບາດກ້າວໃໝ່ເພື່ອຊ່ວຍຕຳຫຼວດປະຈຳລັດ ແລະເຂດທ້ອງຖິ່ນຕ່າງໆ ຕິດຕາມແລະສືບສວນຄະດີກ່ຽວກັບຄວາມກຽດຊັງ ຊຶ່ງໂດຍທົ່ວໄປແລ້ວ ແມ່ນມີການລາຍງານຈາກເຈົ້າໜ້າທີ່ທ້ອງຖິ່ນ ຕໍ່ອົງການ FBI ຕໍ່າກວ່າຄວາມເປັນຈິງ ແລະທ່ານໄດ້ຮຽກຮ້ອງໃຫ້ພະແນກການຕ່າງໆ ຈົ່ງໄດ້ເລັ່ງດຳເນີນການເພື່ອທົບທວນເບິ່ງວ່າຄະດີຕ່າງໆເປັນການກໍ່ອາຊະຍາກຳດ້ວຍຄວາມກຽດຊັງຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG