ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ປະໂຫຍດ ຂອງການສັກຢາວັກຊີນ ປ້ອງກັນໂຄ-19 ຂອງຊາວອາເມຣິກັນ ເຊື້ອສາຍລາວ


ຮູບພາບປະກອບ-ຜູ້ຊ່ຽວຊານດ້ານການແພດ ຮັກສາຄົນໄຂ້ຢູ່ໃນສູນຄົນໄຂ້ສໍາລັບໄວຣັສໂຄໂຣນາ ທີ່ ສູນກາງການແພດບາຊິລໄລ, ເມືອງ ອັສເກຣອນ, ປະເທດອິສຣາແອລ, ວັນທີ 26 ສິງຫາ, ປີ 2021.

ສຸຂະພາບດີ ແມ່ນລາບອັນປະເສີດ. ຄໍາເວົ້ານີ້ແມ່ນຕິດຢູ່ໃນໃຈຂອງໃຜຫລາຍໆຄົນ ໂດຍສະເພາະກັບຄົນທີ່ເຮົາເປັນຫ່ວງເປັນໄຍ ພວກເຮົາກໍ່ຢາກເຫັນເຂົາມີສຸຂະພາບດີ. ດັ່ງທີ່ປະຊາຊົນຊາວອາເມຣິກາເຊື້ອສາຍລາວຜູ້ນຶ່ງ ທີ່ລູກສາວຜູ້ເຊິ່ງເປັນດັ່ງແກ້ວຕາດວງໃຈ ເປັນຄວາມຮັກ ຄວາມຫວັງ ແລະຄວາມສຸກດຽວ ທີ່ລາວມີນັ້ນ ຈະຕ້ອງມາປະເຊີນ ກັບພະຍາດຮ້າຍແຮງ ໂຄວິດ-19 ສາຍພັນເດລຕ້ານີ້. ຜູ້ກ່ຽວໄດ້ບອກກັບທາງ VOA ວ່າ “ລູກສາວຂອງລາວເປັນຄົນມີສຸຂະພາບແຂງ ແຮງດີ ແຕ່ຍ້ອນວ່າຖືເບົາ ນາງບໍ່ຮີບຟ້າວໄປສັກຢາວັກຊີນ ເໝືອນດັ່ງທີ່ຄົນອື່ນໆເຂົາໄດ້ສັກກັນແລ້ວ, ຈຶ່ງເຮັດໃຫ້ນາງຕິດເຊື້ອພະຍາດໄດ້ງ່າຍແລະອາການກໍ່ເປັນແຮງຫລາຍສົມຄວນ...ເຖິງແມ່ນວ່າທີ່ຜ່ານມາ ແມ່ຈະພະຍາຍາມຂຸ້ນຂ້ຽວ ໃຫ້ນາງໄປສັກຢາ ຫລາຍໆຄັ້ງແລ້ວກໍ່ຕາມ, ເຊິ່ງປັດຈຸບັນ ອາການແມ່ນຊົງຕົວຢູ່.” ໂດຍທີ່ແມ່ຂອງນາງ ໄດ້ມາເລົ່າສູ່ພວກເຮົາຟັງດັ່ງນີ້:

“ບອກວ່າມໍາມີ່ມາຫາແລ້ວ ນ້ອງກໍ່ມາ ພໍ່ກໍ່ມາ ໝົດທຸກຄົນກໍ່ມາຫາເຈົ້າ ໝົດທຸກຄົນກໍ່ເປັນຫ່ວງເຈົ້າ ແກຣນມາ ແກຣນປາກໍ່ເປັນຫ່ວງເປັນໄຍເຈົ້າ ເຈົ້າບໍ່ຕ້ອງຖິ້ມເຂົາໄປ ເຈົ້າຍັງໜຸ່ມຍັງນ້ອຍຢູ່ ວິນຍານເຈົ້າຢູ່ໃສກໍ່ຫລົບຄືນມາເຂົ້າເນື້ອເຂົ້າໂຕ ບໍ່ຕ້ອງຖິ້ມແມ່ຖິ້ມນ້ອງໄປ ແມ່ກໍ່ບໍ່ໄດ້ມີຜູ້ໃດ ແມ່ເຖົ້າແລ້ວ ບໍ່ຕ້ອງຍອມແພ້ ເຈົ້າເຂັ້ມແຂງ. ຖ້າເຮົາສັກຢາມັນກໍ່ຊິບໍ່ເປັນຮອດແບບນີ້ ອາການມັນກໍ່ຍັງຊິປ້ອງກັນເຮົາໄດ້ກ່ອນທີ່ເຮົາບໍ່ສັກ, ເປັນແຮງມັນກໍ່ຢາກເອົາຍາກ, ເຂົາພະຍາຍາມຊ່ວຍເຕັມທີ່ນາຍໝໍ ເຕັມທີ່ເຂົາຊ່ວຍໄດ້.”

ດັ່ງທີ່ທາງການໄດ້ເຄີຍກ່າວໄປແລ້ວ ຖ້າພວກເຮົາຢາກກັບມາໃຊ້ຊີວິດທີ່ເປັນປົກກະຕິ ໝົດທຸກຄົນໃນທົ່ວປະເທດຕ້ອງໄດ້ຮັບການສັກຢາວັກຊີນ, ແລະຢາວັກຊີນກໍ່ໄດ້ຖືກຮັບຮອງໂດຍອົງການອາຫານ ແລະຢາແລ້ວວ່າມີຄຸນນະພາບດີ ແລະປອດໄພ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG