ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ທຸບຕີນັກຂ່າວ ໃນການໂຈມຕີຫຼ້າສຸດ ຕໍ່ອິດສະຫຼະພາບ ສື່ມວນຊົນ


ນັກລົບຕາລີບານຄົນນຶ່ງ ຍ່າງຜ່ານຮ້ານເສີມສວຍ ທີ່ມີຮູບຂອງແມ່ຍິງຖືກຂີດຂຽນໃສ່ໜ້າ ດ້ວຍນ້ຳສີ ທີ່ເຂດເມືອງໃໝ່ ຫຼື Shar-e-Naw ໃນນະຄອນຫຼວງກາບູລ.
ນັກລົບຕາລີບານຄົນນຶ່ງ ຍ່າງຜ່ານຮ້ານເສີມສວຍ ທີ່ມີຮູບຂອງແມ່ຍິງຖືກຂີດຂຽນໃສ່ໜ້າ ດ້ວຍນ້ຳສີ ທີ່ເຂດເມືອງໃໝ່ ຫຼື Shar-e-Naw ໃນນະຄອນຫຼວງກາບູລ.

ກຸ່ມຕາລີບານ ໄດ້ໂຈມຕີນັກຂ່າວຄົນນຶ່ງ ທີ່ນະຄອນຫຼວງກາບູລ ດ້ວຍການໃຊ້ “ປາຍປືນ” ບັງຄັບໃນການລ່ວງລະເມີດ ຕໍ່ຄຳໝັ້ນສັນຍາ ທີ່ກຸ່ມອິສລາມຫົວຮຸນແຮງດັ່ງກ່າວໄດ້ໃຫ້ໄວ້ວ່າ ຈະຍຶດໝັ້ນຕໍ່ສິດເສລີພາບ ໃນການສະແດງຄວາມຄິດຄວາມຄິດ ຢູ່ໃນອັຟການິສຖານ.

ເຫດການດັ່ງກ່າວເກີດຂຶ້ນ ທ່າມກາງທີ່ມີການກ່າວຫາວ່າ ພວກນັກຂ່າວແລະນັກເຄື່ອນໄຫວມີຄວາມຮູ້ສຶກວ່າ ໄດ້ຖືກລ່ວງລະເມີດຫຼາຍຂຶ້ນນັບມື້ ໂດຍພວກຕາລີບານ ນັບແຕ່ພວກເຂົາໄດ້ເຂົ້າຄວບຄຸມນະຄອນຫຼວງກາບູລເມື່ອນຶ່ງອາທິດກວ່າໆຜ່ານມາ.

ຊີອາ ຄານ ຢາອາດ ເຮັດວຽກໃຫ້ໂທລະພາບຊ່ອງຂ່າວໂທໂລ ຊຶ່ງເປັນໂທລະພາບທີ່ໃຫຍ່ສຸດຂອງອັຟການິສຖານ ໄດ້ຂຽນລົງໃນທວີດເຕີ້ ໃນວັນພະຫັດວານນີ້ວ່າ “ຂ້ອຍໄດ້ຖືກທຸບຕີໂດຍພວກຕາລີບານ ໃນເຂດເມືອງໃໝ່ ຂອງນະຄອນຫຼວງກາບູລ ທີ່ເອີ້ນວ່າ ເຂດ Shahr-e-Naw ໃນຂະນະທີ່ໄປລາຍງານຂ່າວ.

ລາວຂຽນຕື່ມວ່າ “ກ້ອງຖ່າຍ ອຸບປະກອນເຕັກນິກ ແລະໂທລະສັບມືຖືສ່ວນໂຕຂອງຂ້ອຍໄດ້ຖືກລັກເອົາໄປ.”

ເຄືອຂ່າຍຂອງອົງການຂ່າວໂທໂລ ລາຍງານວ່າ ທ່ານຢາອາດແລະມືກ້ອງຂອງລາວ ພວມຖ່າຍວິດີໂອ ເອົາພວກຄົນຫວ່າງງານແລະກຳມະກອນ ເວລາເຂົາເຈົ້າຖືກທຸບຕີ.

ທ່ານຢາອາດ ຂຽນວ່າ “ຂ້ອຍຍັງບໍ່ເຂົ້າໃຈວ່າ ເປັນຫຍັງພວກເຂົາຈຶ່ງປະພຶດແບບນັ້ນ ແລະໃນທັນທີກໍໂຈມຕີຂ້ອຍ. ບັນຫາດັ່ງກ່າວນີ້ ໄດ້ຖືກແຈ້ງໄປໃຫ້ພວກຜູ້ນຳຂອງກຸ່ມຕາລີບານຊາບແລ້ວ ແຕ່ແນວໃດກໍຕາມ ພວກກໍ່ການຍັງບໍ່ທັນຖືກຈັບໂຕເທື່ອ ຊຶ່ງເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ອິດສະຫຼະພາບດ້ານການຂ່າວ.”

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງໃນກຳມາທິການດ້ານວັດທະນະທຳຂອງກຸ່ມຕາລີບານ ທ່ານອາມາດູລລາ ວາຊິກ ໃນຂະນະທີ່ຖະແຫຼງຕອບຕໍ່ການຮ້ອງທຸກຂອງທ່ານຢາອາດນັ້ນ ກ່າວວ່າ ການສືບສວນກ່ຽວກັບເຫດຮ້າຍດັ່ງກ່າວພວມດຳເນີນຢູ່.

ທ່ານວາຊິກເວົ້າວ່າ “ພວກເຮົາຖືວ່າເຫດການດັ່ງກ່າວນີ້ຮ້າຍແຮງ ແລະພວກເຮົາກໍໄດ້ແຈ້ງໃຫ້ພະແນກຮັກສາຄວາມປອດໄພຊາບແລ້ວ.” ທ່ານວາຊິກກ່າວຕື່ມວ່າ “ຕ້ອງໄດ້ມີການເອົາບາດກ້າວທີ່ຈຳເປັນ ຫຼັງຈາກໄດ້ມີການສືບສວນແລ້ວ.”

ໃນຂະນະດຽວກັນ ພວກນັກຂ່າວອັຟການິສຖານແລະພວກນັກເຄື່ອນໄຫວມີລາຍງານວ່າ ໄດ້ພາກັນນັ່ງປະທ້ວງທີ່ນະຄອນຫຼວງກາບູລ ໃນວັນພະຫັດວານນີ້ ຮຽກຮ້ອງໃຫ້ທົ່ວໂລກ ທຳການປົກປ້ອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG