ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີໄບເດັນ ປະຕິຍານວ່າ ຈະແກ້ແຄ້ນ ຕໍ່ພວກໂຈມຕີ ສະໜາມບິນກາບູລ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ປະຕິຍານວ່າ ຈະທຳການແກ້ແຄ້ນ ຕໍ່ພວກທີ່ຮັບຜິດຊອບ ໃນການໂຈມຕີຮ້າຍແຮງ ຢູ່ນອກສະໜາມບິນກາບູລ ທີ່ໄດ້ສັງຫານທະຫານອາເມຣິກັນຢ່າງໜ້ອຍ 13 ຄົນ ແລະພົນລະເຮືອນອີກຫຼາຍສິບຄົນ ທີ່ໄດ້ໄປເຕົ້າໂຮມກັນຢູ່ທີ່ນັ້ນ ດ້ວຍຄວາມຫວັງວ່າ ຈະມີໂອກາດຫຼົບໜີອອກໄປຈາກປະເທດ ທີ່ຢູ່ພາຍໃຕ້ການຄວບຄຸມຂອງກຸ່ມຕາລີບານ.

ທ່ານໄບເດັນກ່າວໃນຄຳປາໄສທີ່ອອກອາກາດໄປທົ່ວປະເທດໂດຍເວົ້າວ່າ “ພວກທີ່ທຳການໂຈມຕີໃນຄັ້ງນີ້ ຕະຫຼອດທັງຜູ້ໃດກໍຕາມ ທີ່ມີຄວາມປະສົງຮ້າຍ ຢາກທຳລາຍອາເມຣິກາ ຈົ່ງຮູ້ໄວ້ ພວກເຮົາຈະບໍ່ລືມ ພວກເຮົາຈະຕາມລ່າ ຫາໂຕເຈົ້າ ແລະໃຫ້ເຈົ້າຊົດໃຊ້.”

ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ ຢູ່ໃນລາຍງານທີ່ອອກໂດຍອົງການຂ່າວເຕເລກຣາມຂອງພວກເຂົາ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກພວກໂຈມຕີສະຫຼະຊີບ ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ ໃນສະຖານທີ່ 2 ແຫ່ງ ທີ່ຢູ່ໃນບໍລິເວນ ສະໜາມບິນສາກົນ ຮາມິດ ກາຊາຍ ໃກ້ໆກັບປະຕູທາງເຂົ້າອັບບີ ແລະຢູ່ຂ້າງນອກຂອງໂຮງແຮມທີ່ຕັ້ງຢູ່ໃກ້ຄຽງ.

ສາຂາຂອງກຸ່ມລັດອິສລາມ ທີ່ຮູ້ຈັກກັນໃນຊື່ ກຸ່ມໄອຊິສ ໃນແຂວງໂຄຣາຊານ​ ຫຼື ISIS-K ມີການຖິ້ມໂທດໃສ່ການໂຈມຕີໃນຄັ້ງນີ້.

ທ່ານໄບເດັນກ່າວວ່າ ທ່ານໄດ້ສັ່ງໃຫ້ຜູ້ບັນຊາການສະຫະລັດ ຮ່າງແຜນການເພື່ອທຳການໂຈມຕີກອງກຳລັງ ຜູ້ນຳ ແລະທີ່ຕັ້ງ ຂອງກຸ່ມລັດອິສລາມ ໃນແຂວງໂຄຣາຊານ ໂດຍກ່າວວ່າ “ພວກເຮົາຈະຕອບໂຕ້ຄືນດ້ວຍກຳລັງ ແລະດ້ວຍຄວາມແນ່ນອນຂອງເວລາ ຕໍ່ທີ່ຕັ້ງທີ່ພວກເຮົາເລືອກ ແລະເວລາທີ່ພວກເຮົາເລືອກເອົາ.”

ບໍ່ດົນ ຫຼັງຈາກປະທານາທິບໍດີໄດ້ກ່າວຄຳປາໄສແລ້ວ ໂຄສົກຂອງທຳນຽບຂາວກໍໄດ້ອອກມາກ່າວຢ້ຳກ່ຽວກັບເລື້ອງນີ້ ໂດຍເວົ້າວ່າ “ພວກເຮົາຈະຕາມລ່າຫາພວກກໍ່ການຮ້າຍເຫຼົ່ານີ້ ແລະສັງຫານພວກເຂົາ ບໍ່ວ່າຈະຢູ່ແຫ່ງຫົນໃດ.”

ມີຊາວອັຟການິສຖານຢ່າງໜ້ອຍ 90 ຄົນໄດ້ເສຍຊີວິດໃນການໂຈມຕີຄັ້ງນີ້ ອີງຕາມລາຍງານ ອົງການຂ່າວປາວົກ ຂອງອັຟການິສຖານ ຊຶ່ງຮວມທັງທະຫານອາເມຣິກັນ 13 ຄົນແລ້ວ ແມ່ນມີ 100 ກວ່າຄົນໄດ້ເສຍຊີວິດ.

ທະຫານອາເມຣິກັນ 18 ຄົນທີ່ໄດ້ຮັບບາດເຈັບ ຖືກສົ່ງໂດຍເຮືອບິນຂົນສົ່ງພິເສດຊີ-17 ອອກຈາກອັຟການິສຖານ ພ້ອມດ້ວຍໜ່ວຍແພດຜ່າຕັດ ອີງຕາມກັບຕັນບິລ ເອີບັນ ໂຄສົກຂອງກຳລັງສະຫະລັດ ໃນພາກພາກຕາເວັນອອກກາງ.

ຫຼັງຈາກລະເບີດແຕກຂຶ້ນແລ້ວ ກໍມີສຽງປືນດັງຕິດຕາມມາ ນັ້ນຄືຄຳເວົ້າຂອງນາຍພົນແຟຣັງ ແມັກເຄັນຊີ ຜູ້ບັນຊາການກຳລັງສະຫະລັດໃນພາກຕາເວັນອອກກາງ ທີ່ກ່າວໃນລະຫວ່າງການຖະແຫຼງຂ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG