ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການເລັ່ງ ການຍົກຍ້າຍຜູ້ຄົນ ອອກຈາກກາບູລ ໃຫ້ໄວຂຶ້ນ ຂະນະທີ່ຜູ້ນຳຂອງກຸ່ມຈີ 7 ບໍ່ສາມາດ ເລື່ອນກຳໜົດເສັ້ນຕາຍ


ທະຫານອາເມຣິກັນ ນຳເອົາຜູ້ຄົນໄປຂຶ້ນເຮືອບິນຂົນສົ່ງ ທີ່ສະໜາມບິນສາກົນຮາມິດ ກາໄຊ ໃນນະຄອນຫຼວງກາບູລ ເມື່ອວັນທີ 4 ສິງຫາ 2021. (US Air Force photo)
ທະຫານອາເມຣິກັນ ນຳເອົາຜູ້ຄົນໄປຂຶ້ນເຮືອບິນຂົນສົ່ງ ທີ່ສະໜາມບິນສາກົນຮາມິດ ກາໄຊ ໃນນະຄອນຫຼວງກາບູລ ເມື່ອວັນທີ 4 ສິງຫາ 2021. (US Air Force photo)

ບັນດາປະເທດພັນທະມິດຂອງສະຫະລັດ ກ່າວວ່າ ພວກຕົນບໍ່ມີທາງເລືອກນອກຈາກປະຕິບັດຕາມ ກຳໜົດເວລາຂອງອາເມຣິກັນ ແລະຖອນທະຫານຂອງຕົນອອກຈາກອັຟການິສຖານ ພາຍໃນວັນທີ 31 ສິງຫາ ທັງໆທີ່ມີຄວາມຢ້ານກົວວ່າ ຈະບໍ່ສາມາດນຳເອົາທຸກໆຄົນທີ່ຕ້ອງການ ອອກໄປຈາກອັຟການິສຖານໄດ້.

ຫຼາຍໆປະເທດພັນທະມິດໃນອົງການເນໂຕ້ພວມຍົກຍ້າຍປະຊາຊົນຂອງຕົນອອກຈາກສະໜາມ ບິນສາກົນໃນນະຄອນຫຼວງກາບູລ ຮວມທັງຊາວອັຟການິສຖານທີ່ເຮັດວຽກຄຽງບ່າຄຽງໄຫຼ່ກັບພວກເຂົາເຈົ້າ ແລະປະຊາຊົນ ຜູ້ຊຶ່ງໃນປັດຈຸບັນຕ້ອງ ການຫຼົບໜີອອກຈາກປະເທດເປັນທີ່ສຸດ.

ອັງກິດ ຊຶ່ງເປັນປະທານວຽນຂອງກຸ່ມຈີ 7​ ຫຼື ເຈັດປະເທດ ທີ່ກ້າວໜ້າທາງດ້ານອຸດສາຫະກຳ ຮ້ອງຂໍໃຫ້ເປີດປະຊຸມສຸດຍອດສຸກເສີນທາງອອນລາຍນ໌ ຂອງກຸ່ມດັ່ງກ່າວໃນວັນອັງຄານທີ່ຜ່ານມາ ເພື່ອຫາລືກ່ຽວກັບວິກິດການ. ພວກຜູ້ນຳຂອງກຸ່ມຈີ 7 ຫຼາຍໆຄົນ ໄດ້ຂໍຮ້ອງໃຫ້ປະທານາທິສະຫະລັດ ທ່ານໂຈ ໄບເດັນ ຕໍ່ກຳໜົດເສັ້ນຕາຍ ສຳລັບການຖອນທະຫານອາເມຣິກັນ ໃນວັນທີ 31 ສິງຫາອອກໄປຕື່ມ.

ແຕ່ແນວໃດກໍຕາມ ໃນຄຳປາໄສທາງໂທລະພາບ ເມື່ອວັນອັງຄານຜ່ານມາ ຫຼັງຈາກກອງປະຊຸມສຸດຍອດຂອງກຸ່ມຈີ 7​ ແລ້ວ ປະທານາທິບໍດີໄບເດັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສະຫະ ລັດຈະປະຕິບັດຕາມ ກຳໜົດເວລາ ທີ່ໄດ້ຕັ້ງໄວ້“ໄວເທົ່າໃດ ທີ່ພວກເຮົາສາມາດໃຫ້ແລ້ວ ກໍຍິ່ງຈະເປັນການດີເທົ່ານັ້ນ. ໃນແຕ່ລະມື້ຂອງການປະຕິບັດງານ ຈະເຮັດໃຫ້ມີຄວາມສ່ຽງເພີ້ມຂຶ້ນ ຕໍ່ທະຫານຂອງພວກເຮົາ.”

ທ່ານໄບເດັນ ກ່າວຕື່ມວ່າ “ການສຳເລັດເສັດສິ້ນພາຍໃນວັນທີ 31 ສິງຫາແມ່ນຂຶ້ນຢູ່ກັບການໃຫ້ຄວາມຮ່ວມມືຂອງກຸ່ມຕາລີບານ ແລະການອະນຸຍາດໃຫ້ພວກທີ່ຈະຖືກຍົກຍ້າຍ ເຂົ້າໄປໃນສະໜາມບິນ ເພື່ອຈະຖືກສົ່ງອອກໄປ ແລະບໍ່ມີການລົບກວນຕໍ່ການປະຕິບັດງານຂອງພວກເຮົາ. ຍິ່ງໄປກວ່ານັ້ນ ຂ້າພະເຈົ້າໄດ້ຮ້ອງຂໍໃຫ້ທຳນຽບຫ້າແຈ ແລະກະຊວງການຕ່າງປະເທດ ຕຽມແຜນສຳຮອງໄວ້ ໃນກໍລະນີທີ່ມີການປັບປ່ຽນກຳໜົດເວລາຫາກມີຄວາມຈຳເປັນເກີດຂຶ້ນ.”

ສາສະດາຈານແດນດຣູ ແບລ ຈາກສະຖາບັນໂລກ ແລະການສຶກສາລະຫວ່າງປະເທດ ລູກາ ຮາມິລຕັນ ທີ່ມະຫາວິທະຍາໄລອິນດຽນນາ ຜູ້ທີ່ເຄີຍຮັບໃຊ້ໃນກອງທັບສະຫະລັດຢູ່ອັຟການິສຖານກ່າວວ່າ ອຳນາດໃນການຄຸ້ມຄອງຂອງສະຫະລັດແມ່ນມີຄວາມສຳຄັນ ໃນການປະຕິບັດງານຍົກຍ້າຍຜູ້ຄົນອອກຈາກກາບູລ.

ທ່ານແບລ ກ່າວຕໍ່ວີໂອເອວ່າ “ສິ່ງເຫຼົ່ານີ້ ໄດ້ສະໜອງຄວາມສາມາດທີ່ສຳຄັນໃນດ້ານຄວາມໝັ້ນຄົງ ຊຶ່ງແນ່ນອນເປັນອົງປະກອບນ້ອຍໆທີ່ສາມາດສະໜອງໂດຍ ບາງປະເທດພັນທະມິດ ໃນອົງການເນໂຕ້ ແຕ່ທີ່ຈິງ ກະດູກສັນຫຼັງນັ້ນແມ່ນສ້າງຕັ້ງໂດຍກອງທັບສະຫະລັດ ແລະສຳລັບການປະຕິບັດງານ ຈະດຳເນີນຕໍ່ໄປໄດ້ ຈະຕ້ອງໄດ້ເພິ່ງພາອາໄສ ຄວາມສາມາດ ທີ່ສະໜອງໂດຍກອງທັບອາເມຣິກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG