ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ກ່າວວ່າ ທະຫານສະຫະລັດ ຈະຢູ່ໃນອັຟການິສຖານຕໍ່ໄປ ຈົນກວ່າຊາວອາເມຣິກັນທັງໝົດ ຖືກຍົກຍ້າຍອອກ


ລົດຕໍ່ຕ້ານການດັກສະກັດໂຈມຕີ ຫຼື MRAP ທີ່ຖານທັບອາກາດສະຫະລັດແບັກແຣມ ຫຼັງຈາກທະຫານອາເມຣິກັນຖອນອອກໄປ ໃນແຂວງປາວານ.
ລົດຕໍ່ຕ້ານການດັກສະກັດໂຈມຕີ ຫຼື MRAP ທີ່ຖານທັບອາກາດສະຫະລັດແບັກແຣມ ຫຼັງຈາກທະຫານອາເມຣິກັນຖອນອອກໄປ ໃນແຂວງປາວານ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ປະກາດວ່າ ທະຫານອາເມຣິກັນຈະຢູ່ໃນອັຟການິສຖານຕໍ່ໄປຈົນກວ່າພົນລະເມືອງຂອງອາເມຣິກັນທັງໝົດ ທີ່ຕ້ອງການເດີນທາງອອກຈາກປະເທດ ດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອໃນການຍົກຍ້າຍໃນຂະນະທີ່ທ່ານໄດ້ກ່າວຢືນຢັດຢ່າງໜັກແໜ້ນ ກ່ຽວກັບການຕັດສິນໃຈຂອງທ່ານ ທີ່ຈະອອກຈາກປະເທດດັ່ງກ່າວທັງໆທີ່ໄດ້ເກີດຄວາມວຸ້ນວາຍທີ່ຕິດຕາມມາ.

ທ່ານໄບເດັນໄດ້ກ່າວໃນການໃຫ້ສຳພາດ ກັບ ຈອຣຈ໌ ສເຕຟານາປູລັອສ ຈາກອົງການຂ່າວ ABC ວ່າ “ຂ້າພະເຈົ້າບໍ່ຄິດວ່າ ມັນຈະສາມາດຈັດການໄດ້ ໃນວິທີທີ່ ພວກເຮົາຈະກັບຄືນໄປ ໂດຍເຂົ້າໃຈກ່ຽວກັບສະຖານະການ ທີ່ມັນເກີດຂຶ້ນ ແລະມອງເບິ່ງ ແຕ່ຄວາມຄິດທີ່ວ່າມັນທີ່ຊ່ອງທາງໃດນຶ່ງ ທີ່ຈະນຳໃຊ້ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍຕິດຕາມມານັ້ນ ຂ້າພະເຈົ້າບໍ່ຮູ້ວ່າມັນເກີດຂຶ້ນໄດ້ແນວໃດ. ທ່ານບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ຄຳຖາມກ່ຽວກັບຮູບພາບ ທີ່ຊາວອັຟການກິສຖານຫ້ອຍຢູ່ຕາມຂ້າງເຮືອບິນຂອງສະຫະລັດ ໃນຂະນະທີ່ມັນບິນຂຶ້ນນັ້ນວ່າ ເປັນສິ່ງທີ່ເກີດ
ຂຶ້໊ນ “ເມື່ອຫຼາຍໆມື້ຜ່ານມາ.”

ປະທານາທິບໍດີໄດ້ກ່າວຢ້ຳວ່າ ທະຫານສະຫະລັດ ໃນເວລານີ້ ເຂົ້າຄວບຄຸມສະໜາມບິນແລະຍົກຍ້າຍຫຼາຍໆພັນຄົນ ໂດຍມີເປົ້າໝາຍ ທີ່ຈະຍົກຍ້າຍທຸກໆຄົນທີ່ຕ້ອງການຢາກຖືກຍົກຍ້າຍອອກຈາກປະເທດດັ່ງກ່າວ ທັງຊາວອາເມຣິກັນແລະອັຟການິສຖານ ພາຍໃນວັນທີ 31 ສິງຫານີ້.

ເມື່ອມີການຊັກຖາມຕື່ມກ່ຽວກັບວ່າ ກຳລັງທະຫານຈະຢູ່ໃນອັຟການິສຖານຕໍ່ໄປຫຼືບໍ່ ຖ້າສະຫະ ລັດບໍ່ສາມາດເສັດສິ້ນພາລະໜ້າທີ່ພາຍໃນວັນທີ 31 ສິງຫາ ທ່ານໄບເດັນກ່າວວ່າ “ຖ້າພວກເຮົາບໍ່ເຮັດ ພວກເຮົາຈະຕັດສິນໃຈວ່າ ມີຜູ້ໃດຍັງເຫຼືຶອຢູ່... ແລະຖ້າຫາກວ່າຍັງມີພົນລະເມືອງອາເມຣິກັນເຫຼືອຢູ່ ພວກເຮົາຈະຢູ່ຕໍ່ໄປຈົນກວ່າພວກເຮົາສາມາດຍົກຍ້າຍພວກເຂົາອອກມາ.”

ເຈົ້າໜ້າທີ່ຂອງທຳນຽບຫ້າແຈ ກ່າວໃນວັນພະຫັດວານນີ້ວ່າ ມາຮອດເວລານີ້ທາງກອງທັບສະຫະລັດໄດ້ຍົກຍ້າຍຜູ້ຄົນໃນໄລຍະສອງສາມມື້ຜ່ານມານີ້ 7,000 ຄົນຂອງຈຳນວນທັງໝົດ 12,000 ຄົນ ທີ່ໄດ້ຖືກຍົກຍ້າຍນັບແຕ່ທ້າຍເດືອນກໍລະກົດເປັນຕົ້ນມາ.

ມີຄວາມວິຕົກກັງວົນຕື່ມຂຶ້ື້ນ ຍ້ອນມີລາຍງານວ່າ ຊາວອັຟການິສຖານແລະພົນລະເມືອງອາເມຣິກັນ ມີບັນຫາໃນການເດີນທາງໄປຫາສະໜາມບິນ ຍ້ອນດ່ານກວດຂອງພວກຕາລີບານ. ສະຫະລັດຍັງທຳການຕິດຕໍ່ ກັບພວກຜູ້ບັນຊາການຂອງກຸ່ມຕາລີບານ ຢູ່ໃນທ້ອງຖິ່ນ ກ່ຽວກັບການຍົກຍ້າຍຜູ້ຄົນ ຜ່ານດ່ານກວດຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG