ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ກຸ່ມຕາລີບານ ປົກປ້ອງຊີວິດຊາວອັຟການິສຖານ


ເອກອັກຄະລັດຖະທູດອັຟການິສຖານປະຈຳອົງການສະຫະປະຊາຊາດ ທ່ານ Ghulam Isaczai ພວມຖະແຫຼງຢູ່ໃນຈໍໂທລະພາບ ທີ່ອົງການສະຫະປະຊາຊາດ ທີ່ປະຊຸມກັນກ່ຽວສະຖານະການໃນອັຟການິສຖານ ທີ່ນະຄອນນິວຢອ ເມືຶ່ອວັນທີ 16 ສິງຫາ 2021.
ເອກອັກຄະລັດຖະທູດອັຟການິສຖານປະຈຳອົງການສະຫະປະຊາຊາດ ທ່ານ Ghulam Isaczai ພວມຖະແຫຼງຢູ່ໃນຈໍໂທລະພາບ ທີ່ອົງການສະຫະປະຊາຊາດ ທີ່ປະຊຸມກັນກ່ຽວສະຖານະການໃນອັຟການິສຖານ ທີ່ນະຄອນນິວຢອ ເມືຶ່ອວັນທີ 16 ສິງຫາ 2021.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກິວເຕ-ເຣສ ກ່າວໃນວັນຈັນວານນີ້ວ່າ “ໂລກພວມຈັບຕາເບິ່ງ” ອັຟການິສຖານ ໃນລະຫວ່າງມື້ “ທີ່ສຳຄັນຫຼາຍ” ເຫຼົ່ານີ້ ຂະນະທີ່ທ່ານຮຽກຮ້ອງໃຫ້ກຸ່ມຕາລີບານໃຊ້ “ຄວາມຢັບຢັ້ງສູດສຸດ” ເພື່ອປົກປ້ອງຊີວິດ ຂອງຊາວອັຟການິສຖານ ແລະອະນຸ ຍາດໃຫ້ ການຊ່ວຍເຫຼືອທາງດ້ານມະນຸດສະທຳ ເຂົ້າໄປເຖິງພວກທີ່ຕ້ອງການ.

ທ່ານກິວເຕເຣສ ກ່າວຕໍ່ກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ນຶ່ງມື້ ຫຼັງຈາກລັດຖະບານ ຂອງປະທານາທິບໍດີອາສຣາຟ ການີ ໄດ້ພັງທະລາຍລົງ ທ່າມກາງການເຂົ້າຄວບຄຸມຂອງກຸ່ມຕາລີບານ ທີ່ເຮັດໃຫ້ປະເທດດັ່ງກ່າວ ຕົກຢູ່ໃນຄວາມສັບສົນວຸ້ນວາຍ ໂດຍເວົ້າວ່າ “ພວກເຮົາບໍ່ສາມາດ ແລະຕ້ອງບໍ່ປະຖິ້ມປະຊາຊົນຊາວອັຟການິສຖານ.”

ປະມານ 18 ລ້ານຄົນ ຊຶ່ງເຄິ່ງນຶ່ງໃນຈຳນວນດັ່ງກ່າວ ແມ່ນຕ້ອງການຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳ ກ່ອນທີ່ສະຖານະການ ໃນປັດຈຸບັນ ເກີດຂຶ້ນ. ມີຄວາມຢ້ານກົວເພີ້ມຂຶ້ນວ່າອາດຈະເກີດໄພພິບັດທາງດ້ານມະນຸດສະທຳ.

ທ່ານກິວເຕເຣັສໃຫ້ຄຳໝັ້ນສັນຍາວ່າ “ການມີໜ້າຂອງອົງການສະຫະປະຊາຊາດ ຈະປັບໂຕໃຫ້ເຂົ້າກັບສະຖານະການດ້ານຄວາມໝັ້ນຄົງ ແຕ່ສຳຄັນສຸດ ພວກເຮົາຈະສືບຕໍ່ການມີໜ້າ ແລະຈັດສົ່ງການສະໜັບສະໜຸນໃຫ້ແກ່ປະຊາຊົນຊາວອັຟການິສຖານໃນເວລາທີ່ພວກເຂົາເຈົ້າຕ້ອງການ.”

ນອກນັ້ນ ຫົວໜ້າອົງການສະຫະປະຊາຊາດ ຍັງກ່າວວ່າ ພວກຕາລີບານ “ຕ້ອງໃຫ້ການປົກປ້ອງ “ສິດທິຂອງພວກແມ່ຍິງແລະເດັກຍິງທີ່ຍາດມາໄດ້ດ້ວຍຄວາມຍາກລຳບາກ” ແລະກ່າວຢໍ້າວ່າ ອັຟການິສຖານຈະຕ້ອງບໍ່ອະນຸຍາດໃຫ້ກາຍເປັນບ່ອນຫລົບລີ້ ຫຼືເປັນຖານທີ່ໝັ້ນເພື່ອທຳການໂຈມຕີຕໍ່ການຮ້າຍຄືນອີກ.”

ພ້ອມດຽວກັນນີ້ ອົງການສະຫະປະຊາຊາດຍັງໄດ້ສະແດງຄວາມເປັນຫ່ວງກັງວົນ ກ່ຽວກັບພວກເດັກນ້ອຍຢູ່ໃນປະເທດ. ລາຍງານສະບັບໃໝ່ກ່າວວ່າ ຈຳນວນເດັກ ນ້ອຍ ທີ່ເສຍຊີວິດແລະພິການ ໃນໄລຍະເຄິ່ງທຳອິດຂອງປີນີ້ ແມ່ນສູງສຸດເປັນປະຫວັດການເທົ່າທີ່ເຄີຍບັນທຶກມາ ໂດຍອົງການສະຫະປະຊາຊາດຢູ່ໃນປະເທດດັ່ງກ່າວ.

ເອກອັກຄະລັດຖະທູດອັຟການິສຖານ ປະຈຳອົງການສະຫະປະຊາຊາດ ທີ່ຫາກໍເຂົ້າຮັບຕຳແໜ່ງເມື່ອນຶ່ງເດືອນກ່ອນ ໄດ້ຮຽກຮ້ອງໃຫ້ປະຊາຄົມນາໆຊາດ ບໍ່ຕ້ອງເສຍເວລາ ໃນການຖິ້ມໂທດພັກຝ່າຍໃດນຶ່ງ ແລະຮຽກຮ້ອງໃຫ້ມີການຍຸຕິຄວາມເປັນປໍລະປັກກັນໃນທັນທີ ໃຫ້ບັນດາປະເທດເພື່ອນບ້ານເປີດປະເທດຂອງພວກເຂົາເຈົ້າ ເພື່ອຊ່ວຍພວກທີ່ພະຍາຍາມຈະຫຼົບໜີ ແລະໃຫ້ສ້າງຕັ້ງ ເຂດຄຸ້ມຄອງເພື່ອມະນຸດສະທຳຂຶ້ນ ໃນການຍົກຍ້າຍພວກທີ່ຕົກຢູ່ໃນຄວາມສ່ຽງ ຈາກການແກ້ ແຄ້ນ ຫຼືການໂຈມຕີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG