ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານອາເມຣິກັນ ຫຼາຍຮ້ອຍຄົນ ເດີນທາງໄປນະຄອນຫຼວງກາບູລ ຂະນະສະໜາມບິນສາກົນ ພວມຖືກຂົ່ມຂູ່


ຊາວອັຟການິສຖານພາກັນໄປແອອັດຢູ່ສະໜາມບິນສາກົນ ນະຄອນຫຼວງກາບູລ ໃນວັນທີ 16 ສິງຫາ 2021 ເພື່ອໜີອອກຈາກປະເທດ ໃນຂະນະທີ່ພວກະບົດຕາລີບານ ເຂົ້າຄວບຄຸມອັຟການິສຖານ.
ຊາວອັຟການິສຖານພາກັນໄປແອອັດຢູ່ສະໜາມບິນສາກົນ ນະຄອນຫຼວງກາບູລ ໃນວັນທີ 16 ສິງຫາ 2021 ເພື່ອໜີອອກຈາກປະເທດ ໃນຂະນະທີ່ພວກະບົດຕາລີບານ ເຂົ້າຄວບຄຸມອັຟການິສຖານ.

ພຽງບໍ່ເທົ່າໃດອາທິດ ກ່ອນທີ່ສະຫະລັດມີກຳນົດ ຈະເສັດສິ້ນ ການຖອນກໍາລັງອອກຈາກອັຟການິສຖານ, ຜູ້ບັນຊາການທະຫານໄດ້ສົ່ງທະຫານອີກຫຼາຍຮ້ອຍຄົນໄປເພີ້ມ ທີ່ນະຄອນຫລວງກາບູລ ໂດຍກ່າວວ່າ ເປົ້າໝາຍໃນຕອນນີ້ຄືເພື່ອຍົກຍ້າຍພວກນັກການທູດສະຫະລັດແລະພັນທະມິດຊາວອັຟການິສຖານ, ພາຍ ຫລັງການເຂົ້າຢຶດເອົານະຄອນດັ່ງກ່າວ ຢ່າງວ່ອງໄວ ຂອງກຸ່ມກະບົດຕາລິບານ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຂອງສະຫະລັດ ກ່າວຢືນຢັນກັບ VOA ໃນຕອນແລງວັນອາທິດວານນີ້ວ່າ ສະຫະລັດໄດ້ສົ່ງທະຫານໄປເພີ້ມ ອີກ 1,000 ຄົນ ຈາກກອງພັນສູ້ລົບ ລາບອາກາດທີ 82 ໄປຍັງສະໜາມບິນນາໆຊາດ ຮາມິດ ກາຊາຍ (Hamid Karzai) ໃນນະຄອນ ຫລວງກາບູລ, ບ່ອນທີ່ເຈົ້າໜ້າທີ່ສະຫະລັດ ພົນລະເຮືອນແລະຊາວອັຟການິສຖານພາກັນເຂົ້າໄປລີ້ໄພຈາກການບຸກຄືບໜ້າ ຂອງກຸ່ມຕາລິບານ.

ກອງທະຫານໃໝ່ ແມ່ນຮ່ວມກັບທະຫານອີກ 1,000 ຄົນຈາກກອງພັນລາບອາ ກາດທີ 82 ທີ່ຖືກສົ່ງໄປ ນະຄອນຫລວງກາບູລ ຈາກປະເທດຄູເວດ, ເຊິ່ງເປັນບ່ອນທີ່ພວກເຂົາເຈົ້າມີແຜນວ່າໃຫ້ລໍຖ້າ ແລະທະຫານບົກອີກ 3,000 ຄົນ ເຊິ່ງເລີ້ມເດີນທາງໄປເຖິງນະຄອນຫລວງຂອງອັຟການິສຖານ ໃນມື້ວັນສຸກ. ໃນນັ້ນ ມີທະຫານສະຫະລັດ ປະມານ 1,000 ຄົນ ທີ່ຍັງບໍ່ທັນໄດ້ຖອນອອກຈາກອັຟການິສຖານເທື່ອ.

ການສົ່ງກອງກໍາລັງຄັ້ງໃໝ່ນີ້ ເຮັດໃຫ້ຈໍານວນທະຫານສະຫະລັດທັງໝົດໃນອັຟການິສຖານມີປະມານ 6,000 ຄົນ, ເກືອບສາມເທົ່າ ຂອງທະຫານທີ່ສະຫະລັດເລີ້ມຖອນອອກ ໃນເດືອນພຶດສະພານັ້ນ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ຂອງສະຫະລັດທ່ານນຶ່ງເຊິ່ງກ່າວກ່ຽວກັບສະຖານະການໂດຍບໍ່ປະສົງອອກນາມ ບອກກັບ VOA ວ່າ ກອງກໍາລັງສະຫະລັດຍັງສາມາດຄວບຄຸມໄດ້ ທັງສະຖານທູດສະຫະລັດ ແລະສະໜາມບິນສາກົນ ຢູ່ໃນນະຄອນ ຫລວງກາບູລ. ແຕ່ພາຍໃນບໍ່ເທົ່າໃດຊົ່ວໂມງ ສະໜາມບິນດັ່ງກ່າວກໍ່ໄດ້ຖືກໂຈມຕີ.

ເຈົ້າໜ້າທີ່ກ່າວວ່າ ກອງກໍາລັງທະຫານສະຫະລັດໄດ້ “ພະຍາຍາມທີ່ຈະຄວບຄຸມສະຖານະການໄວ້.”

ໃນຕອນແລງວັນທາທິດ, ທາງທໍານຽບ 5 ແຈ ກ່າວວ່າ ຕົນໄດ້ເຂົ້າຄວບຄຸມການຈະລາຈອນທາງອາກາດ ທີ່ສະໜາມບິນດັ່ງກ່າວ ດ້ວຍຄວາມຊ່ວຍເຫລືອຈາກກອງກໍາລັງອັຟການິສຖານບາງສ່ວນ.

“ການຈະລາຈອນທາງພານີຍັງຄົງດໍາເນີນຕໍ່ໄປ, ເຖິງແມ່ນວ່າຈະປະສົບກັບການຢຸດສະງັກ ແລະມີຄວາມຫລ້າຊ້າເປັນບາງຄັ້ງຄາວກໍ່ຕາມ,” ອີງຕາມໂຄສົກຂອງ ທໍານຽບ 5 ແຈ ທ່ານຈອນ ເຄີບີ (John Kirby) ທີ່ໄດ້ກ່າວໃນຖະແລງຂ່າວຕໍ່ VOA.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG