ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະລັດຖະບານ ຂອງນາຍົກລັດຖະມົນຕີມາເລເຊຍ ຍື່ນໃບລາອອກ ອີງຕາມຄຳເວົ້າ ລັດຖະມົນຕີວິທະຍາສາດ


ນາຍົກລັດຖະມົນຕີມາເລເຊຍ ທ່ານມູຮິດດິນ ຢັສຊິນ ໄປຮອດພະຣາຊະວັງແຫ່ງຊາດ ທີ່ນະຄອນຫຼວງກົວລາລຳເປີ.
ນາຍົກລັດຖະມົນຕີມາເລເຊຍ ທ່ານມູຮິດດິນ ຢັສຊິນ ໄປຮອດພະຣາຊະວັງແຫ່ງຊາດ ທີ່ນະຄອນຫຼວງກົວລາລຳເປີ.

ຄະນະລັດຖະບານມາເລເຊຍນຳພາໂດຍນາຍົກລັດຖະມົນຕີມູຮິດດິນ ຢັສຊິນ ໄດ້ ຍື່ນໃບລາອອກ ຕໍ່ກະສັດ ອີງຕາມຄຳເວົ້າຂອງລັດຖະມົນຕີກະຊວງວິທະຍາສາດ ທ່ານຄາຍຣີ ຈາມາລຸດດິນ ໃນວັນຈັນມື້ນີ້ ຫຼັງຈາກໄດ້ເກີດຄວາມວຸ້ນວາຍ ທາງດ້ານການເມືອງມາເປັນເວລາຫຼາຍໆເດືອນ ທີ່ພາໃຫ້ການສູນເສຍ ໃນການກຳສຽງສ່ວນຫຼາຍ ຂອງນາຍົກລັດຖະມົນຕີ ອິີງຕາມລາຍງານ ຂອງອົງການຂ່າວຣອຍເຕີ້.

ທ່ານຄາຍຣີ ໄດ້ປະກາດກ່ຽວກັບການລາອອກ ດ້ວຍການລົງຂ່າວ ທາງອິນສຕາແກຣມ.

ນາຍົກລັດຖະມົນຕີມູຮິດດິນ ກ່ອນໜ້ານີ້ ມີຄົນເຫັນເຂົ້າໄປໃນພະຣາຊະວັງແຫ່ງຊາດ ຫຼັງຈາກມີລາຍງານວ່າ ທ່ານຈະຍື່ນໃບລາອອກ ຕໍ່ກະສັດ.

ທຳນຽບນາຍົກລັດຖະມົນຕີມູຮິດດິນ ບໍ່ໄດ້ໃຫ້ຄຳຕອບໃດໆ ຕໍ່ການຂໍຮ້ອງຂອງອົງການຂ່າວຣອຍເຕີ້ ເພື່ອໃຫ້ການຢືນຢັນ ໃນວັນຈັນມື້ນີ້.

ອຳນາດຂອງທ່ານມູຮິດດິນ ໄດ້ອ່ອນແອລົງ ຫຼັງຈາກໄດ້ເກີດການຜິດຂ້ອງຕ້ອງຖຽງກັນ ຢູ່ໃນລັດຖະບານປະສົມຂອງທ່ານ.

ຖ້າຫາກໄດ້ຮັບການຢືນຢັນ ການລາອອກຂອງທ່ານ ຈະເຮັດໃຫ້ການເຂົ້າກຳຕຳແໜ່ງທີ່ວຸ້ນວາຍ ເປັນເວລາ 17 ເດືອນຂອງທ່ານສິ້ນສຸດລົງ ແຕ່ຍັງອາດຈະເປັນອຸບປະສັກ ຕໍ່ການດຳເນີນຄວາມພະຍາຍາມ ຂອງມາເລເຊຍ ໃນການທີ່ຈະຟື້ນຟູເສດຖະກິດທີ່ໄດ້ຮັບຄວາມເສຍຫາຍຈາກໂຣກລະບາດ ແລະຫຼຸດຜ່ອນການກັບຄືນມາລະບາດຂອງກໍລະນີໂຄວິດ-19 ໃນຂະນະທີ່ຍັງປາກົດວ່າ ບໍ່ມີຜູ້ສືບທອດອຳນາດໃດໆເທື່ອ.

ກ່ອນໜ້ານີ້ ເງິນຣິງກິດ ຊຶ່ງເປັນເງິນຕາຂອງມາເລເຊຍ ໄດ້ຕົກລາຄາຕ່ຳສຸດໃນຮອບນຶ່ງປີ ແລະຕະຫຼາດຮຸ້ນກໍມີການຕົກລາຄາໄປຕາມໆກັນ.

ຍັງບໍ່ທັນເປັນທີ່ຈະແຈ້ງໃນເວລານີ້ເທື່ອວ່າບຸກຄົນໃດຈະເປັນຜູ້ຈັດຕັ້ງລັດຖະບານຄົນຕໍ່ໄປ ຊຶ່ງເປັນທີ່ປາກົດວ່າບໍ່ມີຜູ້ໃດກຳສຽງສ່ວນຫຼາຍຢ່າງຈະແຈ້ງຢູ່ໃນສະພາແຫ່ງຊາດ ຫຼືການເລືອກຕັ້ງສາມາດຈັດຂຶ້ນໄດ້ ໃນລະຫວ່າງທີ່ເກີດໂຣກລະບາດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG