ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີລາຍງານວ່າ ພວກຕາລີບານ ເລີ້ມເຂົ້າໄປໃນນະຄອນຫຼວງກາບູລແລ້ວ


ຮູບນີ້ຖ່າຍຈາກເທິງໜ້າຜາ ທີ່ສະແດງໃຫ້ເຫັນພາບໂດຍທົ່ວໄວປຂອງນະຄອນຫຼວງກາບູລ ເມື່ອວັນທີ 15 ສິງຫາ 2021. (Photo by Wakil KOHSAR / AFP)
ຮູບນີ້ຖ່າຍຈາກເທິງໜ້າຜາ ທີ່ສະແດງໃຫ້ເຫັນພາບໂດຍທົ່ວໄວປຂອງນະຄອນຫຼວງກາບູລ ເມື່ອວັນທີ 15 ສິງຫາ 2021. (Photo by Wakil KOHSAR / AFP)

ພວກຕາລີບານເລີ້ມເຂົ້າໄປໃນນະຄອນຫຼວງກາບູລແລ້ວ ຈາກຫຼາຍໆທາງ ອີງຕາມລາຍງານຂ່າວ ທີ່ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ລັດຖະບານ ແລະພວກທີ່ເຫັນເຫດການ.

ອາເຢສຊາ ແທນຊິມ ນັກຂ່າວຂອງວີໂອເອ ໃນນະຄອນຫຼວງກາບູລ ກ່າວວ່າ ໄດ້ມີຄວາມຕື່ນຕົກໃຈເກີດຂຶ້ນຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນນະຄອນກາບູລ ໃນຂະນະທີ່ຂ່າວວ່າພວກຕາລີບານເຂົ້າໄປໃນນະຄອນຫຼວງຂອງອັຟການິສຖານແຜ່ກະຈາຍອອກໄປ. ພວກເຂົາເຂົ້າໄປໃນເຂດຊານເມືອງເທົ່ານັ້ນ ແຕ່ຫ້ອງ ການຕ່າງໆຂອງລັດຖະບານເລີ້ມຍົກຍ້າຍອອກໜີແລ້ວ.

ນັກຂ່າວຂອງວີໂອເອ ພະແນກພາສາອັຟການິສຖານ ລາຍງານວ່າ ຢູ່ທີ່ຫ້ອງ ການໜັງສືເດີນທາງ ມີການແຈ້ງໃຫ້ທຸກໆຄົນອອກໄປຈາກຫ້ອງການ ແລະກັບຄືນບ້ານໃນທັນທີ.

ການຈະລາຈອນຢູ່ຕາມຖະໜົນຫົນທາງ ໃນນະຄອນຫຼວງກາບູລ ເລີ້ມເກີດຄວາມສັບສົນ ໃນຂະນະທີ່ຜູ້ຄົນເປັນຈຳນວນຫຼວງຫຼາຍຫາທາງກັບຄືນບ້ານ ຫຼືກັບຄືນໄປຫາຄອບຄົວເຂົາເຈົ້າ.

ມາຮອດຕອນບ່າຍມື້ນີ້ ໂຄສົກຂອງກຸ່ມຕາລີບານປະກາດວ່າ ພວກເຂົາຈະບໍ່ເຂົ້າໄປໃນນະຄອນຫຼວງກາບູລດ້ວຍການໃຊ້ກຳລັງ ແລະຕ້ອງການຢາກໃຫ້ມີການໂອນອຳນາດແບບສັນຕິ.

ພວກເຂົາໄດ້ປະກາດໃຫ້ອະໄພຍະໂທດໂດຍທົ່ວໄປ ໃຫ້ແກ່ທຸກໆຄົນ ແລະກ່າວວ່າ ຈະບໍ່ມີການຂ້າແກ້ແຄ້ນ.

ເຈົ້າໜ້າທີ່ຕາລີບານຄົນນຶ່ງ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ “ພວກເຮົາບໍ່ຢາກໃຫ້ມີ ພົນລະເຮືອນອັຟການິສຖານ ທີ່ບໍ່ມີຄວາມຜິດ ແມ່ນແຕ່ພຽງຄົນດຽວ ໄດ້ຮັບບາດເຈັບຫຼືເສຍຊີວິດ ໃນຂະນະທີ່ພວກເຮົາເຂົ້າກຳອຳນາດ ແຕ່ພວກເຮົາຈະບໍ່ປະກາດຢຸດຍິງ.”

ມີລາຍງານວ່າ ເຮືອບິນເຮລີຄອບເຕີ້ຂອງສະຫະລັດ ໄດ້ລົງຈອດທີ່ສະຖານທູດອາເມຣິກັນຢູ່ນະຄອນຫຼວງກາບູລ.

ອົງການຂ່າວເອເພລາຍງານວ່າ ເຈົ້າໜ້າທີ່ຕາລີບານຄົນນຶ່ງກ່າວຕໍ່ພວກຕົນວ່າ “ຈະບໍ່ມີຊີວິດ ຊັບສິນ ກຽດສັກສີຂອງຜູ້ໃດຜູ້ນຶ່ງ ໄດ້ຮັບອັນຕະລາຍ ແລະຊີວິດຂອງປະຊາຊົນທຸກໆຄົນໃນນະຄອນຫຼວງກາບູລຈະບໍ່ຕົກຢູ່ໃນຄວາມສ່ຽງ.


(ຂໍ້ມູນຈໍານວນນຶ່ງໃນລາຍງານນີ້ ແມ່ນໄດ້ມາຈາກ ອົງການຂ່າວຣອຍເຕີ້ ແລະເອພີ.)

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG