ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ຂູ່ວ່າ ຈະໂດດດ່ຽວກຸ່ມຕາລີບານ ຖ້າພວກເຂົາໃຊ້ກຳລັງ ເຂົ້າຢຶດອຳນາດ


ທູງຂອງສະຫະພາບຢູໂຣບ ປິວສະບັດຢູ່ນອກສຳນັກງານໃຫຍ່ ທີ່ນະຄອນບຣັສເຊີລສ໌.
ທູງຂອງສະຫະພາບຢູໂຣບ ປິວສະບັດຢູ່ນອກສຳນັກງານໃຫຍ່ ທີ່ນະຄອນບຣັສເຊີລສ໌.

ສະຫະພາບຢູໂຣບ ໃນວັນພະຫັດວານນີ້ ໄດ້ເຕືອນກຸ່ມຕາລີບານວ່າ ກຸ່ມດັ່ງກ່າວຈະປະເຊີນກັບການຖືກຕັດຂາດ ຈາກປະຊາຄົມສາກົນ ຖ້າຢຶດອຳນາດໂດຍການ ໃຊ້ຄວາມຮຸນແຮງ ໃນຂະນະທີ່ພວກກະບົດຈຸນີ້ ພວມເຂົ້າຢຶດເອົາເຂດຕ່າງໆ ໃນທົ່ວປະເທດອັຟການິສຖານ.

ຫົວໜ້ານະໂຍບາຍການຕ່າງປະເທດ ສະຫະພາບຢູໂຣບ ທ່ານໂຈເຊັຟ ບໍແຣລ ກ່າວຢູ່ໃນຖະແຫຼງານສະບັບນຶ່ງວ່າ “ຖ້າຫາກມີການຢຶດອຳນາດ ດ້ວຍການໃຊ້ກຳ ລັງ ແລະກຸ່ມກະບົດອິສລາມເອມີເຣັດໄດ້ມີການສ້າງຕັ້ງຄືນອີກ ກຸ່ມຕາລີບານຈະປະເຊີນ ກັບການບໍ່ຖືກຮັບຮູ້ ໂດດດ່ຽວ ບໍ່ໄດ້ຮັບການສະໜັບສະໜຸນ ຈາກນາໆຊາດ ແລະມີໂອກາດທີ່ຈະເກີດການຂັດແຍ້ງຕໍ່ໄປແລະການຂາດສະຖຽນລະພາບ ທີ່ແກ່ຍາວ.”

ທ່ານບໍແຣລ ກ່າວວ່າ “ສະຫະພາບຢູໂຣບ ມີຈຸດປະສົງທີ່ຈະສືບຕໍ່ ການເປັນພາຄີແລະໃຫ້ການສະໜັບສະໜຸນ ແກ່ປະຊາຊົນອັຟການິສຖານ. ແຕ່ແນວໃດກໍຕາມ ການໃຫ້ຄວາມສະໜັບສະໜຸນ ແມ່ນຢູ່ໃນເງື່ອນໄຂ ຂອງການຕົກລົງກັນແບບສັນ ຕິແລະຮວມເອົາທຸກພັກຝ່າຍ ພ້ອມທັງໃຫ້ການເຄົາລົບຕໍ່ສິດທິພື້ນຖານຂອງຊາວ ອັຟການິສຖານທຸກໆຄົນ ຮວມທັງພວກແມ່ຍິງ ຊາວໜຸ່ມ ແລະພວກຊົນກຸ່ມນ້ອຍຕ່າງໆ.”

ທ່ານບໍແຣລຢືນຢັດວ່າ “ມັນມີຄວາມຫຼໍ່ແຫຼມທີ່ວ່າ ຄວາມກ້າວໜ້າອັນສຳຄັນ ທີ່ພວກແມ່ຍິງແລະເດັກນ້ອຍແມ່ຍິງໄດ້ຮັບ ໃນຮອບສອງທົດສະວັດຜ່ານມານັ້ນ ຄວນມີການປົກປັກຮັກສາ ຮວມທັງຊ່ອງທາງໃນການເຂົ້າເຖິງການສຶກສາ.”

ຖະແຫຼງການດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ “ຢຸດເຊົາໃນທັນທີການກໍ່ຄວາມຮຸນແຮງທີ່ພວມດຳເນີນຢູ່” ແລະຮຽກຮ້ອງໃຫ້ກຸ່ມຕາລີບານ ເລີ້ມເປີດການເຈລະຈາສັນຕິ ພາບຄືນ ກັບລັດຖະບານໃນນະຄອນຫຼວງກາບູລ.”

ຖະແຫຼງການ ຍັງເວົ້າວ່າ “ສະຫະພາບຢູໂຣບຂໍປະນາມການລ່ວງລະເມີດທີ່ເພີ້ມທະວີຂຶ້ນ ຕໍ່ກົດໝາຍມະນຸດສະທຳ ແລະສິດທິມະນຸດ ລະຫວ່າງປະເທດ ໂດຍສະເພາະແມ່ນຢູ່ໃນເຂດ ແລະຫົວເມືອງຕ່າງໆ ທີ່ກຸ່ມຕາລີບານຄວບຄຸມ.”

ທ່ານບໍແຣລ ກ່າວວ່າ ນອກນັ້ນກຸ່ມ ສະຫະພາບຢູໂຣບທີ່ມີສະມາຊິກ 27 ປະເທດ ຍັງໄດ້ຊຸກຍູ້ໃຫ້ພວກເຈົ້າໜ້າທີ່ ໃນນະຄອນຫຼວງກາບູລ “ແກ້ໄຂບັນຫາຂັດແຍ້ງທາງດ້ານການເມືອງ ເພີ້ມທະວີການຕາງໜ້າ ຂອງພວກທີ່ມີສ່ວນໄດ້ສ່ວນເສຍທັງໝົດ ແລະທຳການພົວພັນກັບກຸ່ມຕາລີບານ ຈາກທັດສະນະ ຂອງຄວາມປອງດອງສາມັກຄີກັນ.”

ຖະແຫຼງການດັ່ງກ່າວ ມີຂຶ້ນຫຼັງຈາກທະຫານອັຟການິສຖານໄດ້ປະຖິ້ມຫົວເມືອງທີ່ໃຫຍ່ອັນດັບສາມ ຄືເມືອງເຮຣັດ ໃນຂະນະທີ່ພວມປະເຊີນກັບການບຸກໂຈມຕີແບບສາຍຟ້າມາບຂອງກຸ່ມຕາລີບານ ທີ່ໄດ້ເຂົ້າຢຶດເອົາດິນແດນຈຳນວນນຶ່ງຂອງປະເທດ ຫຼັງຈາກມີການຖອນກຳລັງທະຫານຕ່າງປະເທດອອກໄປແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG