ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດ ແລະກຸ່ມຜູ້ປະທ້ວງ ຕໍ່ຕ້ານລັດຖະບານ ປະທະກັນໃນບາງກອກ


ຮູບພາບຂອງພວກປະທ້ວງຕໍ່ຕ້ານລັດຖະບານ ກ່ຽວກັບການຮັບມືກັບໂຣກລະບາດໂຄວິດ-19 ໃນບາງກອກ.
ຮູບພາບຂອງພວກປະທ້ວງຕໍ່ຕ້ານລັດຖະບານ ກ່ຽວກັບການຮັບມືກັບໂຣກລະບາດໂຄວິດ-19 ໃນບາງກອກ.

ພວກເດີນຂະບວນ ໄດ້ປະທະກັບຕໍາຫລວດໄທ ຢູ່ບາງກອກ ເມື່ອວັນພຸດວານນີ້ທ່າມກາງການປະທ້ວງຢ່າງຕໍ່ເນື່ອງ ກ່ຽວກັບການຮັບມືກັບການລະບາດຂອງພະ ຍາດໄວຣັສໂຄໂຣນາຂອງລັດຖະບານ.

ພວກປະທ້ວງພາກັນຍິງກະຖຸນ, ດຶກສີແລະຈູຸດໝາກກະໂພກໂຍນໃສ່ຕໍາຫລວດ ເຊິ່ງຕໍາຫລວດໄດ້ໃຊ້ແກັສນໍ້າຕາ ແລະລູກປືນຢາງຍິງໃສ່ພວກປະທ້ວງຄືນເພື່ອໃຫ້ພວກເຂົາເຈົ້າສະຫຼາຍຕົວ. ການປະເຊີນໜ້າກັນ ລະຫວ່າງຜູ້ປະທ້ວງ ແລະຕໍາຫລວດເກີດຂຶ້ນ ເມື່ອຝູງຊົນພະຍາຍາມເຂົ້າໄປໃກ້ເຮືອນຂອງນາຍົກລັດຖະ ມົນຕີ ປຣະຍຸດ ຈັນໂອຊາ.

ຜູ້ປະທ້ວງຕ້ອງການໃຫ້ທ່ານ ປຣະຍຸດ ລາອອກ ໃນສິ່ງ ທີ່ພວກເຂົາເຈົ້າເຊື່ອວ່າທ່ານນາຍົກລັດຖະມົນຕີ ມີຄວາມຜິດພາດໃນການຮັບມືກັບການແຜ່ລະບາດ ທີ່ຮ້າຍແຮງສຸດຢູ່ປະເທດໄທ ແລະຜົນກະທົບຕໍ່ລະບົບເສດຖະກິດ ເຊິ່ງທ່ານປຣະຍຸດ ປະຕິເສດທີ່ຈະລາອອກ.

ຕໍາຫລວດໄດ້ກ່າວວ່າ ມີເຈົ້າໜ້າທີ່ຢ່າງໜ້ອຍ 8 ຄົນ ທີ່ໄດ້ຮັບບາດເຈັບ ແລະສູນກາງການແພດເອຣາວັນ ມີລາຍງານວ່າ ຜູ້ປະທ້ວງນຶ່ງຄົນແມ່ນໄດ້ຮັບບາດ ເຈັບ. ນີ້ແມ່ນວັນທີສອງຂອງການປະທ້ວງຕິດຕໍ່ກັນກ່ຽວກັບຄວາມຮັບຜິດຊອບຂອງລັດຖະບານ ໃນການຮັບມືກັບການລະບາດຄັ້ງໃຫຍ່ ຂອງເຊື້ອພະຍາດໂຄວິດ-19.

ມະຫາວິທະຍາໄລຈອນສ໌ ຮອປກິນສ໌ ໃນສະຫະລັດລະບຸກ່ຽວກັບໄວຣັສໂຄໂຣນາໃນຕາຕະລາງວ່າ ປັດຈຸບັນປະເທດໄທມີຜູ້ປ່ວຍຫລາຍກວ່າ 795,000 ຄົນທີ່ໄດ້ຮັບການຢືນຢັນແລ້ວ ແລະ 6,588 ຄົນເສຍຊີວິດ. ໄວຣັສໂຄໂຣນາສົ່ງຜົນເຮັດໃຫ້ເກີດພະຍາດໂຄວິດ-19 ນັ້ນເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG