ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ການສຳຫຼວດ ສຳມະໂນຄົວໃໝ່ ອາດຈະສະແດງໃຫ້ເຫັນ ເຖິງການເພີ້ມຂຶ້ນ ຂອງພວກຊົນກຸ່ມນ້ອຍ


ຜູ້ຄົນທີ່ໃສ່ໜ້າກາກ ປ້ອງກັນໄວຣັສໂຄໂຣນາ ທີ່ຈະຕຸລັດ Times Square ໃນນະຄອນນິວຢອກ ເມື່ອວັນທີ 13 ກໍລະກົດ 2021.
ຜູ້ຄົນທີ່ໃສ່ໜ້າກາກ ປ້ອງກັນໄວຣັສໂຄໂຣນາ ທີ່ຈະຕຸລັດ Times Square ໃນນະຄອນນິວຢອກ ເມື່ອວັນທີ 13 ກໍລະກົດ 2021.

ສະຖິຕິໃນການປະກອບ ຂອງປະຊາກອນສະຫະລັດ ພວມມີການປ່ຽນແປງຢ່າງ ວ່ອງໄວ ຊຶ່ງລາຍງານສະບັບໃໝ່ ທີ່ນຳອອກເຜີຍແຜ່ ໃນວັນພະຫັດມື້ນີ້ ກ່ຽວກັບການສຳຫຼວດສຳມະໂນຄົວ ໃນປີ 2020 ຄາດວ່າ ຈະສະແດງໃຫ້ເຫັນພວກຊົນກຸ່ມນ້ອຍ ທີ່ປະກອບເປັນປະຊາກອນຂອງສະຫະລັດນັ້ນ ໄດ້ມີການເຕີບໂຕ ໃນຮອບທົດສະວັດທີ່ຜ່ານມາ ແລະນັ້ນແມ່ນເທື່ອທຳອິດ ທີ່ຈຳນວນຄົນຜິວຂາວຢູ່ໃນປະເທດໄດ້ມີການຫຼຸດລົງ.

ອົງການສຳຫຼວດສຳມະໂນຄົວ ໃນເດືອນເມສາຜ່ານມາ ກ່າວວ່າ ການສຳຫຼວດປະຊາກອນ ຊຶ່ງມີຂຶ້ນໃນທຸກໆ 10 ປີ ສະແດງໃຫ້ເຫັນວ່າ ສະຫະລັດມີພົນລະເມືອງ 331 ລ້ານ 4 ແສນຄົນໃນປີ 2020 ແລະເຕີບໂຕພຽງແຕ່ 7.4 ເປີເຊັນ ນັບແຕ່ປີ​ 2010 ເປັນຕົ້ນມາ. ນີ້ແມ່ນການເຕີບໂຕທີ່ຊ້າທີ່ສຸດ ໃນຮອບໄລຍະ 10 ປີເທົ່າທີ່ເຄີຍມີມາ ຍົກເວັ້ນ ໃນລະຫວ່າງຊຸມປີ 1930 ທີ່ເກີດພາວະເສດຖະກິດຕົກຕ່ຳ ນັບແຕ່ເລີ້ມມີການສຳຫຼວດສຳມະໂນຄົວມາໃນປີ 1790.

ເຖິງແມ່ນໂຕເລກທີ່ແນ່ນອນ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ ຈົນເທົ່າອົງການສຳຫຼວດສຳມະໂນຄົວ ເປີດເຜີຍໃຫ້ຮູ້ເຖິງສະຖິຕິ ໃນການປະກອບ ຂອງປະຊາກອນຈາກພາກສ່ວນຕ່າງໆ ໃນການສຳຫຼວດປີກາຍນີ້ ຊຶ່ງອີງຕາມການຄາດຄະເນໃນຂັ້ນຕົ້ນແລ້ວ 59.8 ເປີເຊັນ ຂອງປະຊາກອນຂອງປະເທດໃນເວລານີ້ ແມ່ນເປັນຄົນຜິວຂາວ ແລະນີ້ແມ່ນເທື່ອທຳອິດ ທີ່ຈຳນວນຄົນຜິວຂາວ ໄດ້ຫຼຸດລົງຕ່ຳກວ່າ 60 ເປີເຊັນ ໂດຍທີ່ພວກຮິສປານິິກປະກອບເປັນ 18.6 ເປີເຊັນ ຄົນຜິວດຳ 12.5 ເປີເຊັນ ຄົນເອເຊຍ ແລະພວກຊົນກຸ່ມນ້ອຍຜິວພັນອື່ນໆ ປະກອບເປັນ 9.1 ເປີເຊັນ.

ຈຳນວນປະຊາກອນທີ່ມີອາຍຸຕ່ຳກວ່າ 18 ​ປີ ອາດຈະບໍ່ແມ່ນຄົນຜິວຂາວ ຊຶ່ງນັບເປັນເທື່ອທຳອິດ ທີ່ໄດ້ມີການສະແດງໃຫ້ເຫັນເພີ້ມຕື່ມ ເຖິງການປ່ຽນແປງ ໄປສູ່ ການມີປະຊາກອນ ທີ່ເປັນຊົນກຸ່ມນ້ອຍໃນຈຳນວນທີ່ຫຼາຍເພີ້ມຂຶ້ນ ໃນຊຸມທົດສະວັດຕໍ່ໜ້າ.

ພວກນັກຊ່ຽວຊານກ່ຽວກັບສະຖິຕິໃນການປ່ຽນແປງປະຊາກອນບາງຄົນ ກ່າວວ່າ ຄົນຜິວຂາວຍັງຈະເປັນກຸ່ມຊົນທີິ່ໃຫຍ່ທີ່ສຸດຢູ່ພາຍໃນປີ 2045 ແຕ່ກໍມີທ່າທາງວ່າ ກຸ່ມຄົນທີ່ມີຜິວພັນປະສົມຫຼືພວກລູກຊອດ ຈະມີຈຳນວນຫຼາຍຂຶ້ນ ຮວມທັງຊາວອາເມຣິກາລາຕິນ ຄົນຜິວດຳ ຄົນອາເມຣິກັນເຊື້ອສາຍເອເຊຍ ແລະອື່ນໆ.

ເຄິ່ງນຶ່ງຫຼືຫຼາຍກວ່ານັ້ນ ໃນການເຕີບໂຕຂອງປະຊາກອນທີ່ເປັນຊົນກຸ່ມນ້ອຍຂອງສະຫະລັດ ໃນຮອບທົດສະວັດທີ່ຜ່ານມານີ້ ແມ່ນມາຈາກພວກຮິສປານິກ ຊຶ່ງມີຈຳນວນເພີ້ມຂຶ້ນເປັນສອງເທົ່າ ໃນໄລຍະສາມທົດສະວັດຜ່ານມາ.

ຂໍ້ມູນໃນການສຳຫຼວດສຳມະໂນຄົວໃໝ່ຈະມີບົດບາດອັນສຳຄັນຢູ່ໃນການເມືອງຂອງສະຫະລັດ ໃນຂະນະທີ່ສະມາຊິກສະພາຂອງລັດຕ່າງໆ ໃນສ່ວນໃຫຍ່ຂອງປະເທດ ແລະຄະນະກຳມາທິ ການດ້ານການເມືອງ ຢູ່ໃນບາງລັດ ໄດ້ໃຊ້ຂໍ້ມູນດັ່ງ ກ່າວເພື່ອແບ່ງເສັ້ນເຂດແດນທາງດ້ານພູມີສາດ ສຳລັບການເລືອກຕັ້ງສະມາຊິກລັດຖະສະພາສະຫະລັດ ສະມາຊິກສະພາປະຈຳລັດ ແລະໃນເກືອບທຸກກໍລະນິີກໍຈະມີການນຳໃຊ້ສຳລັບການເລືອກຕັ້ງໄປຈົນຮອດປີ 2030.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG