ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະພາສູງ ສະຫະລັດ ສ້າງຄວາມຄືບໜ້າ ໃຫ້ແກ່ຮ່າງກົດໝາຍ ພື້ນຖານໂຄງລ່າງ ເພື່ອກ້າວໄປສູ່ການລົງຄະແນນສຽງ ຂັ້ນສຸດທ້າຍ


ສະມາຊິກສະພາສູງ ທັອດ ຢັງ (ຊ້າຍ) ທີ່ສັງກັດພັກຣີພັບບລີກັນ ຈາກລັດອິນເດຍນາ ແລະທອມ ທິລລິສ ສະມາຊິກສະພາສູງພັກຣີພັບບລີກັນຈາກລັດຄາໂຣໄລນາເໜືອ ພວມອອກມາຈາກຫ້ອງປະຊຸມ ໃນຂະນະທີ່ສະພາສູງລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍພື້ນຖານໂຄງລ່າງ ທີ່ວໍຊິງຕັນ ເມື່ອວັນທີ 7 ສິງຫາ 2021.
ສະມາຊິກສະພາສູງ ທັອດ ຢັງ (ຊ້າຍ) ທີ່ສັງກັດພັກຣີພັບບລີກັນ ຈາກລັດອິນເດຍນາ ແລະທອມ ທິລລິສ ສະມາຊິກສະພາສູງພັກຣີພັບບລີກັນຈາກລັດຄາໂຣໄລນາເໜືອ ພວມອອກມາຈາກຫ້ອງປະຊຸມ ໃນຂະນະທີ່ສະພາສູງລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍພື້ນຖານໂຄງລ່າງ ທີ່ວໍຊິງຕັນ ເມື່ອວັນທີ 7 ສິງຫາ 2021.

ສະພາສູງສະຫະລັດ ໄດ້ຊຸກຍູ້ໃຫ້ມີການຮັບຜ່ານຮ່າງກົດໝາຍພື້ນຖານໂຄງລ່າງມູນຄ່າ 1 ພັນຕື້ໂດລາ ຕໍ່ອຸບປະສັກໃນການພິຈາລະນາ ອີກ 2 ຂໍ້ ໃນຄືນວັນອາທິດວານນີ້ ໂດຍທີ່ການລົງຄະແນນສຽງຂັ້ນສຸດທ້າຍ ກ່ຽວກັບຮ່າງກົດໝາຍດັ່ງກ່າວ ຄາດວ່າຈະມີຂຶ້ນໃນວັນອັງຄານມື້ອື່ນນີ້.

ການລົງຄະແນນ 69 ຕໍ່ 28 ສຽງ ໃນຄືນວັນອາທິດ ແມ່ນໄດ້ໃຫ້ການອະນຸມັດຕໍ່ລາຍລະອຽດ ທີ່ກຸ່ມສະມາຊິກສະພາສູງ ຈາກທັງສອງພັກການເມືອງ ໄດ້ເຮັດວຽກເພື່ອຫາທາງແກ້ໄຂຮ່ວມກັນ. ການລົງຄະແນນສຽງຄັ້ງທີ 2 ແມ່ນ 68 ຕໍ່ 29 ແມ່ນໄດ້ຈໍາກັດການອະພິປາຍກ່ຽວກັບຮ່າງກົດໝາຍສະບັບນີ້.

ການລົງຄະແນນສຽງດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນເຖິງການສະໜັບສະໜຸນຢ່າງແຂງຂັນຕໍ່ການຕົກລົງ ກ່ຽວກັບການໃຊ້ຈ່າຍທີ່ຈະຊ່ວຍສ້ອມແປງຖະໜົນຫົນ ທາງແລະຂົວຕ່າງໆທີ່ຕົກຢູ່ໃນສະພາບຊຸດໂຊມ ຂະຫຍາຍການບໍລິການຂອງຕາໜ່າງອິນເຕີແນັດຄວາມໄວສູງ ປັບປຸງທາງລົດໄຟແລະລະບົບການຂົນສົ່ງສາທາລະນະ ແລະສ້າງໃໝ່ພື້ນຖານໂຄງລ່າງນ້ຳດື່ມທີ່ສະອາດ ແທນລະບົບທໍ່ທີ່ມີສານຕະກົ່ວ.

ຮ່າງກົດໝາຍສະບັບນີ້ ຮຽກຮ້ອງໃຫ້ການລົງທຶນໃຫຍ່ທີ່ສຸດ ໃນຮອບຫຼາຍໆທົດສະວັດສຳລັບໃຊ້ຈ່າຍ ໃນດ້ານພື້ນຖານໂຄງລ່າງ ຮວມທັງຖະໜົນຫົນທາງ ຂົວ ສະໜາມບິນ ແລະແມ່ນ້ຳລຳຄອງຕ່າງໆ. ໃນອີກດ້ານນຶ່ງນັ້ນ ສະມາຊິກພັກເດໂມແຄຣັດ ໄດ້ສະເໜີຂໍ້ລິເລີ້ມການໃຊ້ຈ່າຍ ໃນມູນຄ່າ 3 ພັນ 500 ຕື້ໂດລາ ເພື່ອຄວາມປອດໄພທາງດ້ານສັງຄົມຕ່າງໆ ທີ່ບໍ່ໄດ້ຮັບການສະໜັບສະໜຸນຈາກພັກຣີພັບບລີກັນເລີຍ.

ຮ່າງກົດໝາຍພື້ນຖານໂຄງລ່າງແມ່ນນຶ່ງໃນບັນດາຮ່າງກົດໝາຍທີ່ເປັນບູລິມະສິດຂອງປະທານາທິບໍດີໂຈ ໄບເດັນ ສ່ວນນຶ່ງກໍແມ່ນເພື່ອສະແດງໃຫ້ບັນດາຜູ້ມີສິດປ່ອນບັດເຫັນວ່າ ທຳນຽບຂາວແລະລັດຖະສະພາ ສາມາດຕົກລົງກັນໄດ້ກ່ຽວກັບການດຳເນີນຄວາມພະຍາຍາມ ຂອງທັງສອງພັກການເມືອງ ທີ່ຈະສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດໃນເວລາທີ່ໄດ້ເກີດຄວາມແຕກແຍກທາງດ້ານການ ເມືອງ ຕໍ່ບັນດາສະມາຊິກສະພາຢູ່ທີ່ວໍຊິງຕັນ ເພື່ອຈະແກ້ໄຂບັນຫາອື່ນໆຈຳນວນນຶ່ງຢູ່ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG