ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ກວດກາພິເສດ ກ່າວເຖິງຄວາມພະຍາຍາມ ສຫລ ໃນອັຟການິສຖານວ່າ 'ເຊື່ອໝັ້ນຕົນເອງຫຼາຍໂພດ ແລະຂີ້ຕົວະ'


ຜູ້ກວດກາພິເສດ ກ່ຽວກັບອັຟການິສຖານ ທ່ານຈອນ ຊອບໂກ ໃນລະຫວ່າງການໃຫ້ສຳພາດແກ່ອົງການຂ່າວຝຣັ່ງ ເມື່ອວັນທີ 24 ກໍລະກົດ 2014 ທີອາລິງຕັນ ລັດເວີຈີເນຍ.
ຜູ້ກວດກາພິເສດ ກ່ຽວກັບອັຟການິສຖານ ທ່ານຈອນ ຊອບໂກ ໃນລະຫວ່າງການໃຫ້ສຳພາດແກ່ອົງການຂ່າວຝຣັ່ງ ເມື່ອວັນທີ 24 ກໍລະກົດ 2014 ທີອາລິງຕັນ ລັດເວີຈີເນຍ.

ທ່ານຊອບໂກ ກ່າວວ່າ ຜູ້ນຳທາງທະຫານຂັ້ນສູງຂອງສະຫະລັດ “ຮູ້ດີ ກ່ຽວກັບສະພາບ ການຂອງກອງທັບອັຟການິສຖານເປັນຈັ່ງໃດ” ຊຶ່ງທ່ານກ່າວຕື່ມວ່າ ພວກເຂົາເຈົ້າພະຍາຍາມທີ່ປົກປິດບັນຫາໃນທຳນອງນີ້ ບໍ່ໃຫ້ໃຜຮູ້.

ຄວາມພະຍາຍາມຂອງສະຫະລັດ ທັງໃນປັດຈຸບັນແລະອະນາຄົດທີ່ຈະໃຊ້ກຳລັງທະຫານຢູ່ໃນຕ່າງປະເທດ ອາດຈະປະສົບ ກັບຊະຕາກຳແບບດຽວກັນ ກັບການເຮັດສົງຄາມເປັນເວລາເກືອບສອງທົດສະວັດຢູ່ໃນອັຟການິສຖານນັ້ນຄືຄຳເຕືອນ ຂອງອົງການຄຸ້ມຄອງຂອງລັດຖະບານ ໂດຍອ້າງເຖິງຄວາມລົ້ມແຫຼວຊ້ຳແລ້ວຊ້ຳອີກຂອງເຈົ້າໜ້າທີ່ຂັ້ນສູງ ທີ່ບໍ່ໄດ້ຮຽນຮູ້ຈາກຄວາມຜິດພາດຂອງພວກເຂົາເຈົ້າ.

ຜູ້ກວດກາພິເສດຂອງສະຫະລັດ ຮັບຜິດຊອບໃນການບູລະນະສ້າງສາອັຟການິສຖານ ທ່ານຈອນ ຊອບໂກ ໄດ້ເປີດເຜີຍການຊັ່ງຊາແບບກົງໄປກົງມາ ໃນວັນພະຫັດວານນີ້ ໃນລະຫວ່າງການຫາລືກັບພວກນັກຂ່າວ ໂດຍກ່າວຫາພວກເຈົ້າໜ້າທີ່ຂັ້ນສູງຂອງກະຊວງປ້ອງກັນປະເທດ ແລະພວກນັກການທູດ ຈຸແລ້ວຈຸອີກທີ່ໄດ້ຕົວະຕົນເອງ ຕະຫຼອດທັງປະຊາຊົນຊາວອາເມຣິກັນ.

ທ່ານຊອບໂກ ກ່າວໃນການຕອບຄຳຖາມ ຂອງວີໂອເອວ່າ “ພວກເຮົາເວົ້າໂຍກເກີນໄປ ເວົ້າເກີນຄວາມເປັນຈິງ. ນາຍພົນຂອງພວກເຮົາໄດ້ເຮັດແບບນັ້ນ. ເອກອັກຄະລັດຖະທູດຂອງພວກເຮົາ ໄດ້ເຮັດແບບນັ້ນ. ເຈົ້າໜ້າທີ່ຂອງພວກເຮົາທັງໝົດໄດ້ເຮັດແບບນັ້ນແທ້ ໂດຍໄປຫາສະພາ ແລະປະຊາຊົນອາເມຣິກັນ ກ່ຽວກັບ ການປັບປຸງສະຖານະການໃຫ້ດີຂຶ້ນ.”

ທ່ານກ່າວຕື່ມວ່າ “ພວກເຮົາໄດ້ປັບປຸງໃຫ້ສະຖານະການ ດີຂຶ້ນຫຼາຍໂພດ ພວກເຮົາໄດ້ເຮັດແບບ 360 ອົງສາ. ພວກເຮົາຄືກັນກັບຜູ້ທີ່ເກັ່ງກ້າສາມາດສຸດ.”

ທ່ານຊອບໂກ ໄດ້ກ່າວຕໍ່ກຸ່ມນັກຂ່າວກະຊວງປ້ອງກັນປະເທດ ໂດຍເວົ້າວ່າ ໃນຂະນະທີ່ມັນມີ “ຫຼາຍໆເຫດຜົນ” ໃນຄວາມລົ້ມແຫຼວຂອງສະຫະລັດ ທີ່ຈະເຮັດໃຫ້ກອງທັບອັຟການິສຖານມີປະສິດທິຜົນແລະຄວາມເປັນປຶກແຜ່ນຫຼາຍຂຶ້ນ ຊຶ່ງບາງຢ່າງກໍແມ່ນ “ຍ້ອນມີຄວາມເຊື່ອໝັ້ນຫຼາຍເກີນໄປ ທີ່ພວກເຮົາຈະສາມາດນຳເອົາປະເທດດັ່ງກ່າວຈາກການຖືກທຳລາຍໃນປີ 2001 ແລ້ວຫັນປ່ຽນໃຫ້ເປັນນໍເວ.”

ແຕ່ທ່ານກ່າວວ່າ ອົງປະກອບທີ່ສຳຄັນອີກອັນນຶ່ງ ແມ່ນ “ຄວາມຂີ້ຕົວະ.”

ທ່ານຊອບໂກ ກ່າວວ່າ ພວກຜູ້ນຳທາງທະຫານຂັ້ນສູງ ຂອງສະຫະລັດ “ຮູ້ດີ ກ່ຽວກັບສະພາບ ການຂອງກອງທັບອັຟການິສຖານເປັນຈັ່ງໃດ” ຊຶ່ງທ່ານກ່າວຕື່ມວ່າ ພວກເຂົາເຈົ້າພະຍາຍາມທີ່ຈະປົກປິດບັນຫາໃນທຳນອງນີ້ ບໍ່ໃຫ້ໃຜຮູ້.

ອ່ານຂ່າວນີ້ຕື່ມເປັົນພາສາອັງກິດ

XS
SM
MD
LG