ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ້ ມີລາຍງານວ່າ ໄດ້ກົດດັນໃຫ້ພວກຜູ້ນຳກະບົດຕາລີບານ ໃນອັຟການິສຖານ ໃນວັນພຸດວານນີ້ ເພື່ອໃຫ້ “ຕັດ ຂາດ” ຄວາມສຳພັນກັບກຸ່ມກໍ່ການຮ້າຍທຸກໆກຸ່ມ ຮວມທັງຂະບວນການອິສລາມໃນເຕີກກິສຖານຕາເວັນອອກ ຫຼື ETIM ທີ່ຕໍ່ຕ້ານຈີນ ໃນລະຫວ່າງການພົບປະທີ່ທ່ານຫວັງ ຢີ້ ເປັນເຈົ້າພາບ.
ເຈົ້າໜ້າທີ່ຈາກທັງສອງຝ່າຍ ກ່າວວ່າ ຮອງຫົວໜ້າທາງດ້ານການເມືອງ ຂອງກຸ່ມຕາລີບານ ປະຈຳຫ້ອງການທີ່ກາຕ້າ ມູລລາ ອັບດູນ ການີິ ບາຣາດາ ເປັນຫົວໜ້ານຳພາຄະນະຜູ້ແທນ 9 ຄົນ ເຂົ້າຮ່ວມການເຈລະຈາ ທີ່ເມືອງທຽນຈິງ ໃນພາກເໜືອຂອງປະເທດຈີນ.
ການພົບປະດັ່ງກ່າວ ຊຶ່ງພວກນັກວິເຄາະບາງຄົນກ່າວວ່າ ແມ່ນໄດ້ເນັ້ນເຖິງການເຕືອນຂອງປັກກິ່ງ ຕໍ່ຄວາມສຳພັນ ລະຫວ່າງພວກກະບົດອິສລາມ ແລະກຸ່ມຕາລີບານ ທີ່ເພີ້ມທະວີຂຶ້ນໃນເວທີໂລກ.
ອີງຕາມກະຊວງການຕ່າງປະເທດຈີນແລ້ວ “ທ່ານຫວັງ ຢີ້ ໄດ້ຊີ້ໃຫ້ເຫັນວ່າພວກຕາລີບານໃນອັຟການິສຖານ ເປັນກຳລັງທາງທະຫານ ແລະການເມືອງທີ່ສຳຄັນໃນອັຟການິສຖານ ແລະຄາດວ່າ ຈະມີບົດບາດທີ່ສຳຄັນ ໃນສັນຕິພາບຂອງປະເທດ ການສ້າງຄວາມປອງດອງຊາດ ແລະຂັ້ນຕອນໃນການບູລະນະສ້າງສາປະເທດຊາດຄືນໃໝ່ນັ້ນ.”
((https://twitter.com/mfa_china/status/1420315657472659460?s=21))
((https://twitter.com/mfa_china/status/1420319594368012290?s=21))
ການເຈລະຈາດັ່ງກ່າວມີຂຶ້ນໃນຂະນະທີ່ສະຫະລັດ ແລະອົງການເນໂຕ້ ໄດ້ຖອນທະຫານທີ່ຍັງເຫຼືອຢູ່ຂອງຕົນເກືອບທັງໝົດ ອອກຈາກອັຟການິສຖານແລ້ວ. ການຖອນທະຫານ ຂອງສະຫະລັດນີ້ແມ່ນປະຕິບັດຕາມຄຳໝັ້ນສັນຍາໃນຂໍ້ຕົກລົງເມື່ອເດືອນກຸາພາປີ 2020 ລະຫວ່າງວໍຊິງຕັນ ກັບກຸ່ມຕາລີບານ.