ກະຊວງການຕ່າງປະເທດສະຫະລັດ ກ່າວໃນວັນຈັນວານນີ້ວ່າ ນັກການທູດລະ ດັບສູງຂອງສະຫະລັດ ກ່າວຕໍ່ເຈົ້າໜ້າທີ່ຂອງຈີນວ່າ ສະຫະລັດ “ຍິນດີກັບການ ແຂ່ງຂັນທີ່ເຂັ້ມແຂງລະຫວ່າງປະເທດຂອງພວກເຮົາ” ແຕ່ວ່າຕົນກໍບໍ່ຕ້ອງການທີ່ຈະໃຫ້ເກີດການຂັດແຍ້ງກັບຈີນ.
https://twitter.com/DeputySecState/status/1419613445029249026?s=20]]
ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງເວັນດີ ເຊີແມນ (Wendy Sherman) ຢ້ຽມຢາມປະເທດຈີນເປັນເວລາ 2 ມື້ເພື່ອທຳການເຈລະ ຈາ ທີ່ຮວມທັງການພົບປະກັບຮອງລັດຖະມົນຕີການຕ່າງປະເທດ ສີ ເຟັ້ງ (Xie Feng) ແລະລັດຖະມົນຕີການຕ່າງປະເທດ ທ່ານຫວັງ ຢີ (Wang Yi.)
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ທ່ານນາງເຊີແມນແລະທ່ານຫວັງ “ໄດ້ສົນທະນາຫາລືກັນເຖິງວິທີທາງ ເພື່ອກຳນົດເງື່ອນໄຂຕ່າງໆສຳລັບການຄຸ້ມຄອງແບບມີຄວາມຮັບຜິດຊອບ ກ່ຽວກັບຄວາມສຳພັນລະຫວ່າງສະຫະລັດ ກັບຈີນ.”
ໃນບັນຫາທີ່ສະເພາະເຈາະຈົງນັ້ນ ທ່ານເນດ ໄພຣສ໌ ກ່າວວ່າ ທ່ານນາງເຊີແມນ ໄດ້ຫາລືໃນເລື້ອງຄວາມເປັນຫ່ວງກັງວົນຂອງສະຫະລັດ ກ່ຽວກັບການປາບປາມຂອງຈີນຢູ່ຮົງກົງ ການຂ້າລ້າງເຜົ່າພັນແລະການກໍ່ອາຊະຍາກຳຕ້ານມະນຸດຊາດໃນແຂວງຊິນຈຽງ ແລະການຈຳກັດຮັດແຄບຕໍ່ອິດສະຫຼະພາບດ້ານການຂ່າວ.”
ທ່ານເນດ ໄພຣສ໌ ກ່າວວ່າ ທ່ານນາງເຊີແມນ ຍັງໄດ້ເວົ້າເຖິງ “ການປະຕິບັດຂອງຈີນໃນດ້ານໄຊເບີ້.” ການເຈລະຈາຫາລືດັ່ງກ່າວ ມີຂຶ້ນບໍ່ເທົ່າໃດມື້ຫຼັງຈາກສະຫະລັດ ແລະປະເທດພັນທະມິດອື່ນໆ ໄດ້ກ່າວຫາຈີນວ່າ “ມີການປະພຶດທີ່ຂາດຄວາມຮັບຜິດຊອບແລະກໍ່ໃຫ້ເກີດຄວາມບໍ່ທຸ່ນທ່ຽງຢູ່ໃນໄຊເບີ້” ແລະຈີນກໍໄດ້ຕອບໂຕ້ຄືນ ໂດຍກ່າວຫາສະຫະລັດວ່າ ທຳການໂຈມຕີທາງໄຊເບີ້ຕໍ່ຜົນປະໂຫຍດຂອງຕົນ.
ອີງຕາມບົດສະຫຼຸບຢ່າງເປັນທາງການຂອງຝ່າຍຈີນແລ້ວ ທ່ານສີ ເຟັ້ງ ກ່າວວ່າ ສະຫະລັດພວມເຮັດວຽກເພື່ອກົດດັນຈີນ ຮວມທັງຈັດໃຫ້ຈີນ “ເປັນສັດຕູໃນມະໂນພາບແຫ່ງການສົມມຸດ.”