ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຈະສືບຕໍ່ ການໂຈມຕີທາງອາກາດ ເພື່ອສະໜັບສະໜຸນກຳລັງອັຟການິສຖານ ໃນຂະນະທີ່ກຸ່ມຕາລີບານ ບຸກຄືບໜ້າ


ຮູບທີ່ນຳເຜີຍແຜ່ໂດຍກອງທັບເຮືອສະຫະລັດ ສະແດງໃຫ້ເຫັນເຮືອບິນລົບ F-35B Lightning II ພວມບິນຂຶ້ນ ຈາກກຳປັ່ນຍົກພົນຂຶ້ນບົກ USS Essex ເພື່ອທຳການໂຈມຕີຕໍ່ພວກຕາລີບານ ໃນອັຟການິສຖານ.
ຮູບທີ່ນຳເຜີຍແຜ່ໂດຍກອງທັບເຮືອສະຫະລັດ ສະແດງໃຫ້ເຫັນເຮືອບິນລົບ F-35B Lightning II ພວມບິນຂຶ້ນ ຈາກກຳປັ່ນຍົກພົນຂຶ້ນບົກ USS Essex ເພື່ອທຳການໂຈມຕີຕໍ່ພວກຕາລີບານ ໃນອັຟການິສຖານ.

ສະຫະລັດ ຈະສືບຕໍ່ທຳການໂຈມຕີທາງອາກາດ ເພື່ອໃຫ້ການສະໜັບສະໜຸນ ຕໍ່ກຳລັງທະຫານອັຟການິສຖານ ທີ່ພວມຖືກພວກກະບົດຕາລີບານໂຈມຕີ ນັ້ນຄືຄຳເວົ້າຂອງຜູ້ບັນຊາການທະຫານສະຫະລັດ ຢູ່ໃນຂົງເຂດ ທີ່ໄດ້ກ່າວໃນວັນອາທິດ ວານນີ້ ໃນຂະນະທີ່ກຳລັງຂອງສະຫະລັດແລະນາໆຊາດ ໄດ້ຖອນທະຫານອອກໄປຈາກອັຟການິສຖານແລ້ວ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ພວກກະບົດຕາລີບານ ໄດ້ເພີ້ມການບຸກໂຈມຕີ ໃນໄລຍະສອງສາມອາທິດທີ່ຜ່ານມານີ້ ໂດຍເຂົ້າຢຶດເອົາຫົວເມືອງ ທີ່ຢູ່ໃນເຂດຊົນນະບົດ ສອກຫຼີກຫ່າງໄກ ແລະປິດລ້ອມເມືອງເອກຂອງແຂວງຕ່າງໆຫຼັງຈາກປະທານາທິບໍດີໄບເດັນໄດ້ຖະແຫຼງໃນເດືອນເມສາຜ່ານມາວ່າ ສະຫະລັດຈະຖອນທະຫານຂອງຕົນອອກຈາກອັຟການິສຖານພາຍໃນເດືອນກັນຍາ ຊຶ່ງຈະເຮັດໃຫ້ ການມີໜ້າທາງທະຫານ ຢູ່ໃນຕ່າງປະເທດ ທີ່ແກ່ຍາວມາເປັນເວລາ 20 ປີນັ້ນ ສິ້ນສຸດລົງ.

ນາຍພົນທະຫານມາຣີນ ເຄັນເນັດ “ແຟຣັງ” ແມັກເຄັນຊີ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງກາບູລວ່າ “ສະຫະລັດໄດ້ເພີ້ມການໂຈມຕີທາງອາກາດ ເພື່ອໃຫ້ການສະໜັບສະໜຸນຕໍ່ທະຫານອັຟການິສຖານ ໃນໄລຍະຫຼາຍໆທີ່ມື້ຜ່ານມານີ້ ແລະພວກເຮົາໄດ້ກະກຽມທີ່ຈະສືບຕໍ່ ການໃຫ້ຄວາມສະໜັບສະໜຸນໃນລະດັບສູງດັ່ງກ່າວ ໃນໄລຍະຫຼາຍໆອາທິດຕໍ່ໜ້າ ຖ້າພວກຕາລີບານຍັງສືບຕໍ່ການບຸກໂຈມຕີຂອງພວກເຂົາຢູ່.”

ນາຍພົນແມັກເຄັນຊີ ຊຶ່ງເປັນຜູ້ບັນຊາການກຳລັງທະຫານສະຫະລັດໃນພາກຕາເວັນອອກກາງ ແລະຄວບຄຸມກຳລັງສະຫະລັດ ຢູ່ໃນຂົງເຂດ ທີ່ຮວມທັງປະເທດ ອັຟການິສຖານນັ້ນບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບວ່າກຳລັງສະຫະລັດຈະສືບຕໍ່ໃຫ້ການສະໜັບສະໜຸນ ໃນການໂຈມຕີທາງອາກາດ ຫຼັງຈາກການປະຕິບັດງານທາງທະຫານຂອງອາເມຣິກັນສິ້ນສຸດລົງແລ້ວ ໃນວັນທີ 31 ສິງຫານັ້ນແລ້ວຫຼືບໍ່.

ທ່ານກ່າວວ່າ “ລັດຖະບານອັຟການິສຖານ ພວມປະເຊີນໜ້າກັບການທົດສອບທີ່ຮຸນແຮງໃນໄລຍະຫຼາຍໆມື້ຕໍ່ໜ້າ ພວກຕາລີບານພວມພະຍາຍາມທີ່ຈະກໍ່ໃຫ້ເກີດຄວາມຮູ້ສຶກກ່ຽວກັບຄວາມບໍ່ສາມາດ ທີ່ຈະຫຼີກລ່ຽງໄດ້ ໃນການບຸກໂຈມຕີຂອງພວກເຂົາ.”

ແຕ່ທ່ານກໍກ່າວວ່າ ໄຊຊະນະຂອງກຸ່ມຕາລີບານບໍ່ແມ່ນວ່າ ບໍ່ສາມາດທີ່ຈະຫຼີກລ່ຽງໄດ້ ແລະການແກ້ໄຂທາງດ້ານການເມືອງ ແມ່ນຍັງເປີດກວ້າງສຳລັບຄວາມເປັນໄປໄດ້ຢູ່.

ຄະນະເຈລະຈາຂອງພວກກະບົດຕາລີບານ ແລະລັດຖະບານອັຟການິສຖານ ໄດ້ພົບປະກັນທີ່ນະຄອນຫຼວງໂດຮາຂອງປະເທດກາຕ້າເມື່ອສອງສາມອາທິດທີ່ຜ່ານ ມານີ້ ເຖິງແມ່ນພວກນັກການທູດ ກ່າວວ່າ ບໍ່ມີຮ່ອງຮອຍຫຍັງຫຼາຍ ເຖິງຄວາມກ້າວໜ້າທີ່ສຳຄັນ ນັບແຕ່ການເຈລະຈາໄດ້ເລີ້ມຂຶ້ນໃນເດືອນກັນຍາປີກາຍນີ້ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG