ຫຼັງຈາກ ໄດ້ມີການຊັກຊ້າມາໄດ້ນຶ່ງປີ ຍ້ອນໂຣກລະບາດ ການແຂ່ງຂັນ ກິລາໂອລິມປິກໂຕກຽວ ກໍໄດ້ເລີ້ມຂຶ້ນຢ່າງເປັນທາງການ ໃນວັນສຸກມື້ນີ້ ດ້ວຍພິທີເປີດ ທີ່ໄດ້ຫຼຸດລະດັບລົງ ແຕ່ກໍຍັງເປັນພິທີທີ່ມ່ວນຊື່ນຢູ່.
ພິທີດັ່ງກ່າວໄດ້ມີຂຶ້ນທ່າມກາງບ່ອນນັ່ງທີ່ຫວ່າງເປົ່າຫຼາຍສິບພັນບ່ອນທີ່ສະໜາມກິລາໂອລິມປິກໂຕກຽວ ຊຶ່ງມີແຕ່ແຂກຜູ້ມີກຽດ ແລະເຈົ້າໜ້າທີ່ອື່ນໆອີກ 900 ຄົນເຂົ້າຮ່ວມ ຍ້ອນມີການລະມັດລະວັງກ່ຽວກັບພະຍາດໂຄວິດ-19.
ພິທີເປີດພາຍໃຕ້ເນື້ອໄນ “ສາມັກຄີປອງດອງກັນດ້ວຍຄວາມຮູ້ສຶກ” ອາດຈະເປັນນຶ່ງຂອງ ບັນ ດາອົງປະກອບ ທີ່ສຳຄັນທີ່ສຸດ ໃນອັນທີ່ຄິດກັນວ່າ ແມ່ນສິ່ງທີ່ຜິດປົກກະຕິທີ່ສຸດ ສຳລັບການແຂ່ງຂັນກິລາໂອລິມປິກ ເທົ່າທີ່ເຄີຍມີມາ.
ພິທີເປີດກໍຈະມີອົງປະກອບທີ່ເຄີຍພົບເຫັນມາ ເຊັ່ນວ່າບັ້ງໄຟດອກ ໂດຣນ ການສະແດງດົນຕີ ແລະພິທີໃຕ້ທວນໄຟໂອລິມປິກ. ພວກນັກກິລາກໍພາກັນຍ່າງແລະຖືທຸງຊາດປະເທດຂອງເຂົາເຈົ້າເຂົ້າໄປ ໃນລະຫວ່າງພິທີສວນສະໜາມ ທີ່ໃຫ້ຢູ່ຫ່າງກັນຂອງປະເທດຕ່າງໆ ອີງຕາມຄຳເວົ້າຂອງຜູ້ຈັດໂອລິມປິກປີນີ້.
ທ່ານຮິເດມາຊະ ນາກາມູຣະ (Hidemasa Nakamura) ເຈົ້າໜ້າທີ່ໃນຄະນະກຳມະ ການຈັດກິລາໂອລິມປິກ ປີ 2020 ໂຕກຽວກ່າວວ່າ “ຕ້ອງຢູ່ຫ່າງກັນຢ່າງໜ້ອຍ 1 ແມັດ ຫຼືອາດຈະເປັນ 2 ແມັດ ແລະພວກເຂົາເຈົ້າຕ້ອງໄດ້ໃສ່ໜ້າກາກຢູ່ທຸກເວລາ.”
ປະຊາຊົນຊາວຍີ່ປຸ່ນໄດ້ຄັດຄ້ານຢ່າງກວ້າງຂວາງຕໍ່ການຈັດການແຂ່ງຂັນກິລາໂອລິມປິກ ໂດຍມີຄວາມຢ້ານກົວວ່າ ສະຖານະການໂຣກລະບາດ ທີ່ຮ້າຍແຮງຢູ່ແລ້ວນັ້ນ ຈະຊຸດໂຊມ ລົງຕື່ມ.
ໃນວັນພະຫັດວານນີ້ ຢູ່ໂຕກຽວມີລາຍງານວ່າ ມີຜູ້ຕິດໂຄວິດ-19 ໃໝ່ເກືອບ 2 ພັນກໍລະນີ ຊຶ່ງເປັນລະດັບສູງສຸດພາຍໃນຮອບ 6 ເດືອນ ສຳລັບເຂດນະຄອນຫຼວງ ທີ່ຢູ່ພາຍໃຕ້ພາວະສຸກເສີນຢູ່ແລ້ວນັ້ນ.
ຢູ່ທີ່ນະຄອນຫຼວງໂຕກຽວ ສະຖານທີ່ຕ່າງໆ ທີ່ຈັດໄວ້ໃຫ້ປະຊາຊົນເບິ່ງການແຂ່ງຂັນໄດ້ຖືກຍົກ ເລີກ. ບາຕ່າງໆໄດ້ຖືກຂໍຮ້ອງບໍ່ໃຫ້ເສີບເຫຼົ້າ. ການຍື່ນທວນໄຟຕໍ່ກັນ ຊຶ່ງເປັນພິທີສຳຄັນສຸດສຳລັບກິລາໂອລິມປິກໄດ້ຖືກແທນໂດຍພິທີໄຕ້ທວນໄຟທາງອອນລາຍນ໌.
ມາຮອດເວລານີ້ ມີ 87 ຄົນແລ້ວ ທີ່ພົວພັນກັບກິລາໂອລິມປິກ ຖືກກວດ ມີຜົນເປັນບວກສຳລັບເຊື້ອໄວຣັສດັ່ງກ່າວ ໃນນັ້ນແມ່ນຮວມທັງພວກນັກກິລາຫຼາຍຄົນ ຊຶ່ງຄວາມໄຝ່ຝັນໃນການເຂົ້າ ຮ່ວມກິລາໂອລິມປິກຂອງພວກເຂົາເຈົ້າ ໄດ້ຖືກຕັດໃຫ້ສັ້ນລົງ. ແຕ່ແນວໃດກໍຕາມ ຜູ້ຈັດການແຂ່ງຂັນໂອລິມປິກ ບໍ່ໄດ້ໃຫ້ຄວາມສຳຄັນ ທີ່ພວກຕິດເຊື້ອແລ້ວ ຈະແຜ່ລະບາດອອກໄປໃສ່ຜູ້ຄົນໃນໝູ່ບ້ານໂອລິມປິກນັ້ນ.