ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ເສີມສ້າງການປະສານງານ ໃນການຮັບມືກັບຈີນ ຂະນະທີ່ເຈົ້າໜ້າທີ່ອະວຸໂສ ພວມມຸ້ງໜ້າ ໄປເອເຊຍ


ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງເວັນດີ ເຊີແມນ (ຂວາ) ແລະຮ້ອງລັດຖະມົນຕີກະຊວງຕ່າງປະເທດເກົາຫຼີໃຕ້ ທ່ານຈອຍ ຈົງ ກຸນ (ຊ້າຍ) ແລະຮອງລັດຖະມົນຕີຕ່າງປະເທດຍີປຸ່ນ ທ່ານທາເຄໂອະ ມໍຣິ (Takeo Mori) ເຂົ້າຮ່ວມການຖະແຫຼງຂ່າວ ທີ່ບ້ານພັກ Iikura ໃນນະຄອນໂຕກຽວ ເມື່ອວັນທີ 21 ກໍລະກົດ 2021.
ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງເວັນດີ ເຊີແມນ (ຂວາ) ແລະຮ້ອງລັດຖະມົນຕີກະຊວງຕ່າງປະເທດເກົາຫຼີໃຕ້ ທ່ານຈອຍ ຈົງ ກຸນ (ຊ້າຍ) ແລະຮອງລັດຖະມົນຕີຕ່າງປະເທດຍີປຸ່ນ ທ່ານທາເຄໂອະ ມໍຣິ (Takeo Mori) ເຂົ້າຮ່ວມການຖະແຫຼງຂ່າວ ທີ່ບ້ານພັກ Iikura ໃນນະຄອນໂຕກຽວ ເມື່ອວັນທີ 21 ກໍລະກົດ 2021.

ເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ແລະນັກການທູດຈີນ ມີກຳນົດທີ່ຈະພົບປະກັນ ໃນວັນອາທິດຈະມານີ້ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງວໍຊິງຕັນ ແລະປັກກິ່ງ ພວມເພີ້ມທະວີຂຶ້ນ.

ກະຊວງການຕ່າງປະເທດສະຫະລັດ ກ່າວໃນວັນພຸດວານນີ້ວ່າ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງເວັນດີ ເຊີແມນ (Wendy Sherman) ນັກການທູດໝາຍເລກ 2 ຂອງສະຫະລັດ ຈະພົບປະກັບ ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງຢີ້ ແລະບຸກຄົນອື່ນໆອີກ ທີ່ເມືອງທຽນຈິນ ໃນປະເທດຈີນ ອັນເປັນສ່ວນນຶ່ງໃນການເດີນທາງໄປຢ້ຽມຢາມເອເຊຍ ທີ່ຮວມທັງການຢຸດແວ່ທີ່ປະເທດຍີ່ປຸ່ນ ເກົາຫຼີໃຕ້ ແລະມົງໂກເລຍ ຕະຫຼອດທັງປະເທດໂອມານ.

ທ່ານເນດ ໄພຣສ໌ ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ກ່າວໃນລະ ຫວ່າງການຖະແຫຼງຂ່າວປະຈຳວັນ ໃນວັນພຸດວານນີ້ວ່າ “ເມື່ອເວົ້າເຖິງຄວາມສຳ ພັນທີ່ສະຫຼັບຊັບຊ້ອນ ຊຶ່ງເປັນບັນຫາທ້າທາຍ ທີ່ພວມມີການເໜັງຕີງນັ້ນ ພວກເຮົາເຊື່ອວ່າ ມັນມີຄວາມສຳຄັນ ທີ່ຈະຮັກສາໃຫ້ມີການເປີດກວ້າງໃນການສື່ສານຕິດຕໍ່ ລະຫວ່າງພວກເຈົ້າໜ້າທີ່ຂັ້ນສູງ ແລະນັ້ນແມ່ນຮວມທັງ ໃນກໍລະນີຂອງ ສປ ຈີນ (ສາທາລະນະລັດປະຊາຊົນຈີນ) ທີ່ມີການແຂ່ງຂັນທີ່ແກ່ຍາວນັ້ນ.”

ການພົບປະຂອງທ່ານນາງເຊີແມນ ກັບພວກເຈົ້າໜ້າທີ່ຈີນ ມີຂຶ້ນໃນຂະນະທີ່ລັດຖະບານທ່ານໄບເດັນ ໄດ້ກ່າວຫາຈີນວ່າ ເປັນຜູ້ສົ່ງເສີມໃຫ້ມີການເຈາະຂໍ້ມູນໃນຂອບເຂດທີ່ກວ້າງຂວາງ ຕໍ່ຊອບແວຂອງລະບົບເຄືອຂ່າຍ ແລກປ່ຽນອີິແມລໄມໂຄຣຊອບ. ໃນວັນຈັນແລ້ວນີ້ ສະຫະລັດໄດ້ຟ້ອງຊາວຈີນ 4 ຄົນ ໃນຂໍ້ຫາພະຍາຍາມທີ່ຈະລັກຂະໂມຍຄວາມລັບທາງດ້ານການຄ້າ ເທັກໂນໂລຈີນ ແລະການຄົ້ນຄ້ວາກ່ຽວກັບພະຍາດຕ່າງໆຂອງສະຫະລັດ. ຈີນໄດ້ປະຕິເສດຕໍ່ການກ່າວຫາເຫຼົ່ານີ້.

ການເດີນທາງໄປຢ້ຽມຢາມຂອງທ່ານນາງເຊີແມນ ຊຶ່ງມີການມອງກັນຢ່າງກວ້າງຂວາງວ່າ ເປັນບາດກ້າວໄປສູ່ການພົບປະກັນ ໃນລະດັບທີ່ສູງຂຶ້ນ ໃນອະນາຄົດ ລະຫວ່າງສະຫະລັດ ກັບຈີນ ຊຶ່ງມີຂຶ້ນໃນຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍດ໌ ອອສຕິນ ເດີນທາງໄປຢ້ຽມຢາມສິງກະໂປ ແລະຟີລິບປິນ.

ທ່ານອອສຕິນ ຈະເປັນເຈົ້າໜ້າທີ່ລະດັບລັດຖະມົນຕີ ຄົນທຳອິດຂອງລັດຖະບານປະທານາທິບໍດີໂຈ ໄບເດັນ ທີ່ເດີນທາງໄປຢ້ຽມຢາມ ເຂດເອເຊຍຕາເວັນອອກ ສຽງໃຕ້. ການພົບປະຂອງທ່ານນາງເຊີແມນ ກັບທ່ານຫວັງ ທີ່ເມືອງທຽນຈິນ ຈະເປັນການເຈລະຈາໂດຍກົງ ລະດັບສູງສຸດ ນັບຕັ້ງແຕ່ການພົບປະ ຢູ່ອາລາສກ້າ ລະຫວ່າງຫົວໜ້ານັກການທູດຂອງປະເທດທັງສອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG