ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຟ້ອງຊາວຈີນ 4 ຄົນ ໃນຂໍ້ຫາ ເຈາະຂໍ້ມູນຄອມພິວເຕີ


ຜູ້ຊາຍຄົນນຶ່ງ ຫຼຽວເບິ່ງສມາດໂຟນຂອງລາວ ຂະນະທີ່ຍ່າງຜ່ານຫ້ອງການຂອງບໍລິສັດ Microsoft ຢູ່ປັກກິ່ງ ເມື່ອວັນທີ 7 ສິງຫາ 2020.
ຜູ້ຊາຍຄົນນຶ່ງ ຫຼຽວເບິ່ງສມາດໂຟນຂອງລາວ ຂະນະທີ່ຍ່າງຜ່ານຫ້ອງການຂອງບໍລິສັດ Microsoft ຢູ່ປັກກິ່ງ ເມື່ອວັນທີ 7 ສິງຫາ 2020.

ກະຊວງຍຸດຕິທໍາຂອງສະຫະລັດ ໃນມື້ວັນຈັນວານນີ້ ໄດ້ປະກາດວ່າ ມີການຟ້ອງເຈົ້າໜ້າທີ່ສືບລັບຂອງຈີນສາມຄົນ ແລະຜູ້ເຈາະຂໍ້ມູນຄອມພິວເຕີ້ ຫຼືແຮັກເກີ້ຈີນນຶ່ງຄົນ ທີ່ກ່ຽວຂ້ອງກັບການປຸກລະດົມທາງໄຊເບີ້ທີ່ຜິດກົດໝາຍ ໂດຍລັກເອົາຂໍ້ມູນລັບທາງການຄ້າ ແລະຂໍ້ມູນທີ່ເປັນຄວາມລັບຈາກຫລາຍສິບບໍລິສັດ, ມະຫາ ວິທະຍາໄລ ແລະໜ່ວຍງານຂອງລັດຖະບານຫລາຍແຫ່ງໃນສະຫະລັດ, ແລະອີກ 11 ປະເທດ ລະຫວ່າງປິ 2011 ຫາ 2018.

ການລັກຂະໂມຍດັ່ງກ່າວ ລວມມີຂໍ້ມູນທີ່ລະອຽດສໍາຄັນ ກ່ຽວກັບ ເທັກໂນໂລຈີຕ່າງໆ, ເຊັ່ນວ່າ “ຄວາມສໍາຄັນຂອງເສດຖະກິດ ທີ່ມີຜົນປະໂຫຍດ ຕໍ່ບັນດາບໍລິສັດ ແລະການຄ້າຂອງຈີນ,” ນັ້ນຄືຄຳເວົ້າຂອງກະຊວງຍຸດຕິທໍາຂອງສະຫະ ລັດ, ພ້ອມເສີມວ່າ ພວກແຮັກເກີ້ ມຸ້ງເປົ້າໝາຍໄປທີ່ສະຖາບັນຄົ້ນຄວ້າວິໄຈ ແລະມະຫາວິທະຍາໄລ ເພື່ອລັກເອົາຂໍ້ມູນການວິໄຈພະຍາດຕິດຕໍ່ ກ່ຽວກັບອິໂບລາ ພະຍາດເມີສ໌ (MERS) ແລະເອສໄອວີແລະໂຣກເອດສ໌ (HIV/AIDS).

ຄ້າຍຄືກັບໄວຣັສອິໂບລາ, ໄວຣັສມາຣ໌ເບີກ (Marburg) ສາມາດເຮັດໃຫ້ມີຜົນເລືອດອອກທາງໃນ, ອະໄວຍະວະຕ່າງໆບໍ່ເຮັດວຽກ, ມີໄຂ້ສູງ, ສະລົບ ແລະໝົດສະຕິ, ແລະກໍ່ເສຍຊີວິດ. ຕຸລາເຣີເມຍ (Tularemia) ເປັນໂຣກທີ່ເກີດຈາກແບັກທິເລຍຮ້າຍແຮງ ທີ່ພົບຢູ່ໃນກະຕ່າຍ. ສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດກ່າວວ່າ ທຸກຄົນສາມາດຕິດຕໍ່ໄດ້ໂດຍຜ່ານການກໍ່ການຮ້າຍທາງຊີວະພາບ.

ການປະກາດດັ່ງກ່າວ ມີຂຶ້ນໃນຂະນະທີ່ລັດຖະບານ ຂອງປະທານາທິບໍດີ ໂຈ ໄບເດັນ ແລະຄູ່ຮ່ວມພັນທະມິດໄດ້ລະບຸວ່າ ການໂຈມຕີທາງໄຊເບີ້ຄັ້ງໃຫຍ່ໃນ ອີເມລຊອຟ໌ແວ ແລະສູນບໍລິການຂໍ້ມູນຂອງໄມໂຄຣຊອຟ໌ ຫຼື Microsoft Exchange Server ເມື່ອຕົ້ນປີນີ້ຂອງພວກແຮັກເກີ້ນັ້ນ ແມ່ນກ່ຽວຂ້ອງກັບກະຊວງຄວາມໝັ້ນຄົງຂອງຈີນ.

“ບັນດາຂໍ້ກ່າວຫາທາງອາຍາເຫລົ່ານີ້ ເນັ້ນຢໍ້າວ່າຈີນຍັງຄົງໃຊ້ການໂຈມຕີທາງໄຊເບີ້ເພື່ອລັກເອົາຂໍ້ມູນຕ່າງໆທີ່ປະເທດອື່ນໆມີ, ໂດຍບໍ່ສົນໃຈໃນຂໍ້ຜູກມັດລະ ດັບທະວີພາຄີ ແລະພະຫຸພາຄີ,” ລັດຖະມົນຕີກະຊວງຍຸດຕິທໍາທ່ານນາງ ລິຊາ ໂອ ໂມນາໂກ (Lisa O. Monaco) ກ່າວໃນຖະແຫລງການ.

ໄອຍະການໄດ້ລະບຸເຈົ້າໜ້າທີ່ສືບລັບຂອງຈີນສາມຄົນ ມີຊື່ວ່າ ດິງ ຊຽວຢາງ (Ding Xiaoyang), ເຊັງ ຈິງມິນ (Cheng Qingmin) ແລະ ຈູ ຢັນມິນ (Zhu Yunmin), ໂດຍກ່າວວ່າພວກເຂົາເຮັດໜ້າທີ່ຢູ່ໃນພະແນກຄວາມໝັ້ນຄົງຂອງແຂວງໄຫໜານ (HSSD), ເຊິ່ງເປັນໜ່ວຍງານຄວາມໝັ້ນຄົງລະດັບແຂວງຂອງກະຊວງຄວາມໝັ້ນຄົງແຫ່ງຊາດຂອງຈີນ. ສໍາລັບຜູ້ເຈາະຂໍ້ມູນຄອມ ພິວເຕີ້ຫຼືແຮັກເກີ້ນັ້ນ ລະບຸຊື່ວ່າ ວູ ຊູຣົງ (Wu Zhurong).

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG