ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໝໍ ອິນໂດເນເຊຍ ຍັງເສຍຊີວິດ ຂະນະທີ່ກໍລະນີໂຄວິດ-19​ ສືບຕໍ່ເພີ້ມຈຳນວນຂຶ້ນ


ທີ່ປ່າຊ້າ TPU Rorotan, ໃນເຂດພາກເໜືອ ນະຄອນຈາກາຕ້າ ປະເທດອິນໂດເນເຊຍ ມີການຝັງສົບຜູ້ເສຍຊີວິດ 200 ຫາ 400 ຕໍ່ມື້ ຢູ່ທີ່ນັ້ນ. (Indra Yoga/VOA Indonesian)
ທີ່ປ່າຊ້າ TPU Rorotan, ໃນເຂດພາກເໜືອ ນະຄອນຈາກາຕ້າ ປະເທດອິນໂດເນເຊຍ ມີການຝັງສົບຜູ້ເສຍຊີວິດ 200 ຫາ 400 ຕໍ່ມື້ ຢູ່ທີ່ນັ້ນ. (Indra Yoga/VOA Indonesian)

ໂຄວິດ-19 ໄດ້ເຮັດໃຫ້ເກີດຄວາມສູນເສຍຢ່າງໃຫຍ່ຫຼວງຕໍ່ບັນດານາຍແພດໃນອິນໂດເນເຊຍ, ມີທ່ານໝໍທີ່ເສຍຊີວິດໄປແລ້ວ 114 ຄົນ ພາຍໃນເດືອນນີ້, ເຊິ່ງຫຼາຍກວ່າຈໍານວນທ່ານໝໍທີ່ເສຍຊີວິດພາຍໃນເດືອນມິຖຸນາສອງເທົ່າ, ອີງຕາມຂໍ້ມູນເຄືອຂ່າຍແພດທີ່ຮູ້ຈັກໃນຊື່ ສະມາຄົມບັນເທົາທຸກການແພດແຫ່ງປະເທດອິນໂດເນເຊຍ Mitigation Team of the Indonesian Medical Association ຫລື IDI.

ຈໍານວນແພດທີ່ເສຍຊີວິດເພີ້ມຂຶ້ນນັ້ນ ມາຈາກການທີ່ລັດຖະບານ ຕັ້ງຂໍ້ສັງເກດວ່າ 95 ເປີເຊັນ ຂອງພະນັກງານການແພດນັ້ນ ແມ່ນໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ແລ້ວ.

ໃນວັນອາທິດວານນີ້, ຫົວໜ້າທີມບັນເທົາທຸກທ່ານ ມະເຮຊາ ປາຣານາດິປາ ໄມເກລ (Mahesa Paranadipa Maikel), ບອກກັບອົງການຂ່າວຢູ່ໃນນະຄອນ ຫຼວງຈາກາຕາວ່າ ນັ້ນແມ່ນຈໍານວນແພດທີ່ເສຍຊີວິດລາຍເດືອນສູງທີ່ສຸດນັບຕັ້ງ ແຕ່ເລີ້ມການລະບາດຄັ້ງໃຫຍ່ ໃນເດືອນ ມີນາ ປີ 2020 ເປັນຕົ້ນມາ. ບັນທຶກຄັ້ງຫຼ້າສຸດແມ່ນໃນເດືອນມັງກອນ ປີ 2021 ເຊິ່ງມີທ່ານໝໍທີ່ເສຍຊີວິດເຖິງ 65 ຄົນ.

ຈໍານວນທ່ານໝໍທີ່ເສຍຊີວິດໃນປະເທດອິນໂດເນເຊຍລວມທັງໝົດ 545 ຄົນນັບຕັ້ງແຕ່ມີການລະບາດ. ສູງສຸດຄື ເຂດຊະວາຕາເວັນອອກ ທີ່ມີເຖິງ 110 ຄົນ, ຕາມມາດ້ວຍນະຄອນຫຼວງຈາກາຕາ 83 ຄົນ ແລະເຂດຊະວາກາງ 81 ຄົນ.

ທັງໝົດໃນເດືອນມິຖຸນາ, ມີທ່ານໝໍເສຍຊີວິດ 51 ຄົນ, ແຕ່ວ່າຈໍານວນແມ່ນເພີ້ມຂຶ້ນ 123 ເປີເຊັນຈົນເຖິງເດືອນນີ້.

“ຕົວເລກນີ້ອາດຈະສູງຂຶ້ນ ເນື່ອງຈາກມີຫລາຍໂຮງໝໍ ແລະຫ້ອງກວດພະຍາດຫລາຍແຫ່ງ ທີ່ບໍໄດ້ລາຍງານໃຫ້ພວກເຮົາຮັບຮູ້,” ນັ້ນຄືຄຳເວົ້າຂອງທ່ານມະເຮຊາ.

ບັນດາແພດໝໍທີ່ເສຍຊີວິດຍ້ອນໂຄວິດ-19 ສ່ວນໃຫຍ່ແມ່ນແພດຝຶກຫັດທົ່ວໄປ, ແພດປະດຸງຄັນ, ແພດຊ່ຽວຊານພາຍໃນ ແລະແພດຜ່າຕັດ. ໂຄວິດ-19 ເປັນ ໂຣກທີ່ເກີດຈາກໄວຣັສໂຄໂຣນາ.

ທາງທີມບັນເທົາທຸກການແພດຍັງໄດ້ລະບຸດ້ວຍວ່າ ເຈົ້າໜ້າທີ່ການແພດອີກຫຼາຍຮ້ອຍຄົນແມ່ນເສຍຊີວິດ ຈາກການລະບາດຄັ້ງໃຫຍ່, ລວມເຖິງພະຍາບານ 445 ຄົນ, ແພດການຢາ 42 ຄົນ, ພະຍາບານປະດຸງຄັນ 223 ຄົນແລະພະນັກງານ ຫ້ອງປະຕິບັດການວິທະຍາ 25 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG