ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດເຮຕີ ກ່າວວ່າ ຕົນຈັບຜູ້ຕ້ອງສົງໄສ ທີ່ພົວພັນ ໃນການລອບສັງຫານ ປະທານາທິບໍດີ


ຜູ້ບັນຊາການຕຳຫຼວດແຫ່ງຊາດເຮຕີ ທ່ານເລອົງ ຊາລສ໌ ຢູ່ກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງປອກ ໂອ ແປຣັງ
ຜູ້ບັນຊາການຕຳຫຼວດແຫ່ງຊາດເຮຕີ ທ່ານເລອົງ ຊາລສ໌ ຢູ່ກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງປອກ ໂອ ແປຣັງ

ຜູ້ບັນຊາການຕໍາຫລວດແຫ່ງຊາດຂອງເຮຕີ ກ່າວວ່າ ເຈົ້າໜ້າທີ່ໄດ້ທໍາການຈັບກຸມຜູ້ຊາຍຄົນນຶ່ງໃນວັນອາທິດວານນີ້ ທີ່ບິນໄປປະເທດເຮຕີ ດ້ວຍເຮືອບິນອາຍພົ່ນສ່ວນຕົວໃນຊ່ວງເດືອນມິຖຸນາທີ່ຜ່ານມາ ອີງຕາມລາຍງານຂອງຕໍາຫລວດ, ຜູ້ຊາຍຄົນນີ້ ເຮັດວຽກຮ່ວມກັບຜູ້ບົງການ ແລະຖືກກ່າວຫາວ່າເປັນຜູ້ສັງຫານປະ ທານາທິບໍດີ ໂຈເວີແນລ ມວາເຊ (Jovenel Moïse).

ຜູ້ບັນຊາການຕໍາຫລວດທ່ານ ລີອົງ ຊາລສ໌ (Léon Charles) ລະບຸວ່າຜູ້ຊາຍຄົນນີ້ມີຊື່ວ່າ ຄຣິສຕຽນ ເອັມມານູແອລ ຊານອນ (Christian Emmanuel Sanon) ແລະກ່າວວ່າ ລາວເດີນທາງໄປເຮຕີໂດຍມີຈຸດປະສົງທາງການເມືອງ.

ທ່ານ ຊາລສ໌ ກ່າວວ່າ ທ້າວຊານອນ ຕິດຕາມມາດ້ວຍບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ທີ່ໄດ້ຮັບການຈ້າງໃນເບື້ອງຕົ້ນ ເພື່ອມາປົກປ້ອງທ້າວຊານອນ, ແຕ່ຫລັງຈາກນັ້ນ ແມ່ນໄດ້ຮັບມອບໝາຍໃຫ້ທຳການຈັບກຸມທ່ານມວາເຊ.

ຜູ້ບັນຊາການຕໍາຫລວດທ່ານຊາລສ໌ຍັງກ່າວອີກວ່າ ຫລັງຈາກການລອບສັງຫານທ່ານມວາເຊ ເມື່ອອາທິດທີ່ຜ່ານມາ, ຜູ້ຕ້ອງສົງໄສຄົນນຶ່ງ ໄດ້ໂທຫາ ທ້າວຊານອນ ແລະທ້າວຊານອນໂທຫາບຸກຄົນທັງສອງ ທີ່ຍັງບໍ່ໄດ້ລະບຸຊື່ ເຊິ່ງຕໍາຫຼວດສົງໄສວ່າ ເປັນຜູ້ບົງການໃນການສັງຫານປະທານາທິບໍດີມວາເຊ.

ທ່ານຊາລສ໌ ກ່າວວ່າ ຕໍາຫລວດໄດ້ຈັບກຸມຊາວໂຄລອມເບຍ 18 ຄົນ, ຊາວ ເຮຕີ 3 ຄົນ ທີ່ກ່ຽວຂ້ອງກັບການໂຈມຕີດັ່ງກ່າວ, ແລະເຊື່ອວ່າ ຍັງມີອີກຢ່າງນ້ອຍ 5 ຄົນ ທີ່ຍັງລອຍນວນຢູ່.

ທ່ານຊາລສ໌ ກ່າວວ່າ ຫລັງຈາກສອບປາກຄໍາຜູ້ກັບຜູ້ຖືກຄວບຄຸມໂຕເຫລົ່ານັ້ນ, ຕໍາຫລວດເຊື່ອວ່າ ມີຢ່າງນ້ອຍຜູ້ຕ້ອງສົງໄສບາງຄົນໄດ້ຮັບການຈ້າງໂດຍ ບໍລິ ສັດຮັກສາຄວາມປອດໄພ CTU ທີມີສູນກາງຢູ່ນະຄອນໄມອາມີ.

ທ່ານມວາເຊ ຖືກຍິງເສຍຊີວິດ ທີ່ເຮືອນພັກຂອງທ່ານເອງໃນ ປອກ-ໂອ-ແປຣັງ (Port-au-Prince), ເມືອງຫລວງຂອງ ເຮຕີ ໃນຕອນເຊົ້າວັນພຸດ. ພັນລະຍາຂອງເພິ່ນທ່ານນາງ ມາຕີນ ມວາເຊ, ໄດ້ຮັບບາດເຈັບສາຫັດຈາກການໂຈມຕີດັ່ງກ່າວ ແລະຖືກນໍາສົ່ງໄປທີ່ນະຄອນໄມອາມີ ເພື່ອທໍາການຮັກສາ.

ໃນມື້ວັນອາທິດວານນີ້ ສະຫະລັດ ໄດ້ສົ່ງຄະນະເທັກນິກໄປຍັງເຮຕີເພື່ອປະເມີນຄວາມປອດໄພ ແລະຄວາມຕ້ອງການອື່ນໆ. ທີມງານປະກອບດ້ວຍບຸກຄະລາກອນຈາກກະຊວງ ຮັກສາຄວາມຄວາມປອດໄພພາຍໃນຂອງສະຫະລັດ ແລະໜ່ວຍສັນຕິບານກາງ.

ກ່ອນໜ້ານີ້ ສະຫະລັດໄດ້ປະຕິເສດຄໍາຮ້ອງຂໍຂອງເຮຕີ ເພື່ອຊ່ວຍລະງັບຄວາມຮຸນແຮງທີ່ເກີດຂຶ້ນເປັນໄລຍະ ທີ່ກ່ຽວຂ້ອງໃນການລອບສັງຫານປະທານາທິບໍດີ.

ເຈົ້າໜ້າທີ່ຂອງລັດຖະບານທ່ານໄບເດັນກ່າວວ່າ ສະຫະລັດຈະຫາລືກັບຄູ່ຮ່ວມພູມິພາກ ກ່ຽວກັບຄວາມວຸ້ນວາຍໃນເຮຕີ ແລະສະຫະປະຊາຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG