ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີໄບເດັນ ກ່າວວ່າ ການປະຕິບັດງານ ຂອງສະຫະລັດ ໃນອັຟການິສຖານ ຈະສິ້ນສຸດລົງ ໃນວັນທີ 31 ສິງຫານີ້


ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບການຖອນທະຫານອາເມຣິກັນ ອອກຈາກອັຟການິສຖານ ທີ່ຫ້ອງກຳຕາເວັນອອກຂອງທຳນຽບຂາວ ເມື່ອວັນທີ​ 8 ກໍລະກົດ 2021.
ປະທານາທິບໍດີໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບການຖອນທະຫານອາເມຣິກັນ ອອກຈາກອັຟການິສຖານ ທີ່ຫ້ອງກຳຕາເວັນອອກຂອງທຳນຽບຂາວ ເມື່ອວັນທີ​ 8 ກໍລະກົດ 2021.

ປະທານາທິບໍດີໂຈ ໄບເດັນ ປະກາດໃນວັນພະຫັດວານນີ້ວ່າ “ພາລະກິດໃນການປະຕິບັດງານທາງທະຫານຂອງພວກເຮົາໃນອັຟການິສຖານຈະສິ້ນສຸດລົງໃນວັນທີ ​31 ສິງຫາຈະມານີ້.”

ໃນການຖະແຫຼງທີ່ທຳນຽບຂາວນັ້ນ ປະທານາທິບໍດີໄດ້ກ່າວປ້ອງກັນການຕັດສິນໃຈຂອງທ່ານທີ່ຈະເຮັດໃຫ້ສົງຄາມທີ່ຍາວນານທີ່ສຸດຂອງອາເມຣິກາສິ້ນສຸດລົງ ໂດຍກ່າວຢ້ຳວ່າ “ສະພາບການ ໃນປັດຈຸບັນ ບໍ່ແມ່ນທາງເລືອກ.”

ທ່ານໄດ້ໃຫ້ການອະທິບາຍວ່າ ຫຼັງຈາກໄດ້ໃຊ້ຈ່າຍ 1 ພັນຕື້ໂດລາໃນໄລຍະ 20 ປີທີ່ຜ່ານມາ ແລະກໍມີທະຫານອາເມຣິກັນ 2,400 ຄົນໄດ້ເສຍຊີວິດໄປແລ້ວ ສະຫະລັດຈຶ່ງບໍ່ສາມາດຖືກກຳນົດ ໂດຍນະໂຍບາຍທີ່ໄດ້ຕັ້ງໄວ້ ເມື່ອ 2 ທົດສະວັດກ່ອນ ໃນເວລາທີ່ອັຟການິສຖານຍັງເປັນຖານທີ່ໝັ້ນຂອງກຸ່ມກໍ່ການຮ້າຍອາລກາອີດາ ທຳການໂຈມຕີຕໍ່ສະຫະລັດ.

ບູລິມະສິດທີ່ສຳຄັນກວ່ານັ້ນຂອງສະຫະລັດໃນທຸກມື້ນີ້ ແມ່ນການກະກຽມສຳລັບ​ໂຣກລະບາດເທື່ອໜ້າ ເສີມຄວາມເຂັ້ມແຂງໃຫ້ແກ່ຈຸດທີ່ສຳຄັນຕ່າງໆ ເພື່ອແຂ່ງ ຂັນທາງດ້ານເສດຖະກິດກັບຈີນແລະຮັບມື “ກັບໄພຂົ່ມຂູ່ເພື່ອຄວາມຢູ່ລອດ ຈາກ ການປ່ຽນແປງຂອງດິນຟ້າອາກາດ” ນັ້ນຄືຄຳເວົ້າຂອງທ່ານໄບເດັນ.

ທ່ານກ່າວຕື່ມວ່າ “ພວກເຮົາຈະມີຄວາມໜ້າເກງຂາມຫຼາຍຂຶ້ນ ສຳລັບສັດຕູແລະຄູ່ແຂ່ງຂອງພວກເຮົາ ໃນໄລຍະຍາວ ຖ້າຫາກພວກເຮົາຕໍ່ສູ້ ໃນສະໜາມລົບ ໃນໄລຍະ 20 ປີຕໍ່ໜ້າ ບໍ່ແມ່ນໃນໄລຍະ 20 ປີທີ່ຜ່ານມາ.”

ການກ່າວຄຳປາໄສຂອງທ່ານ ທີ່ມີການຖ່າຍທອດທາງໂທລະພາບ ກັບພວກນັກຂ່າວທີ່ຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກຄະນະທີ່ປຶກສາຂອງທ່ານ ໄດ້ລາຍງານ ຕໍ່ທ່ານປະທານາທິບໍດີໄບເດັນ ແລະຮອງປະທານາທິບໍດີຄາມາລາ ແຮຣິສ ກ່ຽວກັບສະຖານະການຫຼ້າສຸດ ຢູ່ໃນປະເທດອັຟການິສຖານ.

ໃນວັນອັງຄານຜ່ານມານີ້ ກອງທັບສະຫະລັດໄດ້ປະກາດ ກ່ຽວກັບຂັ້ນຕອນການຖອນທະຫານ ທີ່ເສັດສິ້ນໄປແລ້ວ 90 ເປີເຊັນ. ພວກເຈົ້າໜ້າທີ່ກ່າວວ່າ ຂັ້ນຕອນທັງໝົດແມ່ນເປັນທີ່ຄາດກັນວ່າຈະແລ້ວສຳເລັດພາຍໃນທ້າຍເດືອນສິງຫາ. ການຖອນທະຫານຂອງອົງການເນໂຕ້ໄດ້ຕິດ ຕາມມາ ແລະທະຫານສ່ວນໃຫຍ່ ແມ່ນເດີນທາງອອກຈາກອັຟການິສຖານໄປແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG