ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານເປັນເຈົ້າພາບ ຈັດກອງປະຊຸມສັນຕິພາບ ອັຟການິສຖານ


ທະຫານກອງທັບແຫ່ງຊາດອັຟການິສຖານ ລາດຕະເວນໃກ້ດ່ານກວດແຫ່ງນຶ່ງ ທີ່ຢຶດໄດ້ຈາກກຸ່ມຕາລີບານ ໃນເມືອງອາລີຊິງ ແຂວງລັກແມ່ນ ເມື່ອວັນທີ 8 ກໍລະກົດ 2021.
ທະຫານກອງທັບແຫ່ງຊາດອັຟການິສຖານ ລາດຕະເວນໃກ້ດ່ານກວດແຫ່ງນຶ່ງ ທີ່ຢຶດໄດ້ຈາກກຸ່ມຕາລີບານ ໃນເມືອງອາລີຊິງ ແຂວງລັກແມ່ນ ເມື່ອວັນທີ 8 ກໍລະກົດ 2021.

ຜູ້ຕາງໜ້າຂອງອັຟການິສຖານ ແລະກຸ່ມຕາລີບານ ກ່າວເຖິງຄວາມກ້າວໜ້າໄປສູ່ສັນຕິພາບ ແລະໃຫ້ຄຳໝັ້ນສັນຍາ ທີ່ຈະມີການເຈລະຈາກັນຕື່ມ ຫຼັງຈາກໄດ້ປຶກສາຫາລືກັນ ຢູ່ນະຄອນຫຼວງເຕຫະຣ່ານ ໂດຍຄະນຜູ້ແທນອະວຸໂສຂອງກຸ່ມຕາລີບານ ແລະຜູ້ຕາງໜ້າຂອງລັດຖະບານກາບູລ.

ທ່ານຈາວາດ ຊາຣິຟ ລັດຖະມົນຕີການຕ່າງປະເທດອີຣ່ານ ເອີ້ນການເຈລະຈາທີ່ສິ້ນສຸດລົງໃນວັນພະຫັດວານນີ້ວ່າ “ມີເນື້ອຫາສາລະທີ່ສຳຄັນ” ໂດຍຂຽນລົງໃນທວີດເຕີ້ວ່າ “ໃນຂະນະທີ່ກຳລັງຂອງຕ່າງປະເທດ ຖອນອອກໄປຈາກອັຟການິສຖານຢູ່ນັ້ນ ຈຶ່ງບໍ່ມີອຸບປະສັກໃດໆສຳລັບຊາວອັຟການິສຖານທີ່ມີຈາກທຸກພັກຝ່າຍການເມືອງ ທີ່ຈະກຳນົດອະນາຄົດທີ່ມີແຕ່ສັນຕິພາບ ແລະຄວາມອຸດົມຮັ່ງມີສຳລັບພວກຄົນຮຸ້ນຕໍ່ໄປ.”

ໃນຖະແຫຼງການ 6 ຂໍ້ ທີ່ນຳອອກເຜີຍແຜ່ ໂດຍໂຄສົກຂອງກຸ່ມຕາລີບານ ທ່ານໂມຮຳເໝັດ ນາອິມນັ້ນ ທັງສອງຝ່າຍໄດ້ຕົກລົງກັນວ່າ ການເຮັດສົງຄາມຕໍ່ໄປແມ່ນເປັນໄພອັນຕະລາຍ ສຳລັບປະເທດຊາດ ແລະຕ້ອງໄດ້ມີການດຳເນີນທຸກຄວາມພະຍາຍາມ ເພື່ອຊອກຫາຊ່ອງທາງໃນການແກ້ໄຂແບບສັນຕິ.

ນອກນັ້ນ ພວກເຂົາເຈົ້າຍັງໄດ້ປະນາມການໂຈມຕີສະຖານທີ່ຕ່າງໆຂອງພົນລະເຮືອນເຊັ່ນເຮືອນຊານບ້ານຊ່ອງ ໂຮງຮຽນ ໂຮງໝໍ ແລະວັດອິສລາມ ຕະຫຼອດທັງໄດ້ມີການປະນາມຢ່າງແຮງ ຕໍ່ການທຳລາຍສະຖານທີ່ສາທາລະນະຕ່າງໆໂດຍທວງໃຫ້ນຳເອົາໂຕພວກກໍ່ການມາລົງໂທດ.

ນອກນັ້ນ ທັງສອງຝ່າຍຍັງໄດ້ປະກາດວ່າ ພວກຕົນຈະຈັດການປະຊຸມອີກຮອບນຶ່ງເພື່ອຫາລືກ່ຽວກັບບັນຫາອື່ນໆເຊັ່ນວ່າ “ການສ້າງຕັ້ງກົນໄກ ສຳລັບການຫັນ ປ່ຽນຈາກສົງຄາມໄປສູ່ການມີສັນຕິພາບ ຫຼືການຕົກລົງຮັບເອົາລະບົບສາສະໜາ ອິສລາມ ແລະຈະບັນລຸສິ່ງນັ້ນໄດ້ແບບໃດ.” ເວລາແລະສະຖານທີ່ ສຳລັບກອງປະຊຸມຮອບໜ້າ ບໍ່ໄດ້ມີການປະກາດໃຫ້ຊາບ.

ກະຊວງການຕ່າງປະເທດອັຟການິສຖານ ໄດ້ສະແດງຄວາມຊົມເຊີຍຕໍ່ກອງປະ ຊຸມນີ້ແລະກ່າວວ່າ ຕົນຫວັງວ່າ “ມັນຈະນຳໄປສູ່ການສິ້ນສຸດລົງຂອງຄວາມຮຸນແຮງ ແລະການເລີ້ມຕົ້ນໃນການເຈລະຈາຢ່າງຈິງຈັງ ທີ່ແນໃສ່ເພື່ອໃຫ້ການຄ້ຳປະກັນຕໍ່ການມີສັນຕິພາບແບບຍືນຍົງຢູ່ໃນປະເທດດັ່ງກ່າວ.”

ຄະນະຜູ້ແທນຂອງກຸ່ມຕາລີບານແມ່ນນຳພາໂດຍທ່ານເຊີ ໂມຮຳເໝັດ ອັບບັສ ສແຕເນໄຊ ຮອງຫົວໜ້າຄະນະເຈລະຈາຂອງກຸ່ມຕາລີບານ ທີ່ນະຄອນໂດຮາ ປະເທດກາຕ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG