ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະ ບັງກລາແດັສ ລາຍງານວ່າ ມີຜູ້ເສຍຊີວິດ ຍ້ອນໂຄວິດ-19 ສູງເປັນປະຫວັດ ການ ພາຍໃນເວລານຶ່ງມື້


ເດັກນ້ອຍຄົນນຶ່ງ ຖືກຍື່ນໃຫ້ໄປຂຶ້ນເຮືອ ຂະນະທີ່ຜູ້ຄົນຫຸ້ມກັນຢູ່ທີ່ທ່າເຮືອ ເພື່ອເດີນທາງກັບບ້ານ ກ່ອນການປະກາດລັອກດາວ ທີ່ເລີ້ມຂຶ້ນເມື່ອວັນທີ 1 ກໍລະກົດ ທີ່ຄຸ້ມ Munshiganj ໃນເຂດຊານເມືອງ ນະຄອນຫຼວງດາກາ ເມື່ອວັນທີ 30 ມິຖຸນາ 2021. (AP Photo/Mahmud Hossain Opu)
ເດັກນ້ອຍຄົນນຶ່ງ ຖືກຍື່ນໃຫ້ໄປຂຶ້ນເຮືອ ຂະນະທີ່ຜູ້ຄົນຫຸ້ມກັນຢູ່ທີ່ທ່າເຮືອ ເພື່ອເດີນທາງກັບບ້ານ ກ່ອນການປະກາດລັອກດາວ ທີ່ເລີ້ມຂຶ້ນເມື່ອວັນທີ 1 ກໍລະກົດ ທີ່ຄຸ້ມ Munshiganj ໃນເຂດຊານເມືອງ ນະຄອນຫຼວງດາກາ ເມື່ອວັນທີ 30 ມິຖຸນາ 2021. (AP Photo/Mahmud Hossain Opu)

ຫຼາຍໆປະເທດ ໄດ້ປະກາດຫຼຸດຜ່ອນ ມາດຕະຖານຈຳກັດຮັດແຄບ ຕໍ່ໂຄວິດ-19 ທ່າມ ກາງທີ່ອັດຕາການສັກຢາວັກຊີນ ກັນພະຍາດດັ່ງກ່າວ ພວມເພີ້ມສູງຂຶ້ນຢູ່ນັ້ນ ບັງກລາແດັສ ແລະຣັດເຊຍ ຕ່າງກໍມີລາຍງານວ່າ ໄດ້ທຳລາຍສະຖິຕິໃນການຕິດເຊື້ອຫຼາຍເປັນປະຫວັດການພາຍໃນເວລານຶ່ງວັນ.

ມົສກູໄດ້ປະກາດວ່າ ຕົນຈະຜ່ອນຜັນການຈຳກັດຮັດແຄບ ໃນການເດີນທາງ ຕໍ່ຊາວຣັດ ເຊຍ ຜູ້ທີ່ໄດ້ສັກຢາວັກຊີນແລ້ວ ໃນຂະນະທີ່ປະເທດດັ່ງກ່າວລາຍງານວ່າ ມີຜູ້ເສຍຊີວິດຍ້ອນໂຄວິດ-19​ ຫຼາຍກວ່າ 700 ຄົນ ຊຶ່ງເປັນໂຕເລກການເສຍຊີວິດທີ່ສູງເປັນປະຫວັດການ ພາຍໃນເວລານຶ່ງວັນ ສຳລັບຣັດເຊຍ ໃນວັນອັງຄານວານນີ້.

ອີງຕາມສູນກາງຊັບພະຍາກອນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລ ຈອນສ໌ ຮອບກິນສ໌ແລ້ວ ມີຊາວຣັດເຊຍ 140,000 ຄົນ ໄດ້ເສຍຊີວິດຍ້ອນເຊື້ອໄວຣັສນີ້ ແຕ່ໂຕເລກຜູ້ເສຍຊີວິດທີ່ແທ້ຈິງນັ້ນ ແມ່ນເຊື່ອກັນວ່າສູງກວ່ານີ້ຫຼາຍ.

ບັງກລາແດັສລາຍງານວ່າ ມີຜູ້ຕິດເຊື້ອໃໝ່ 11,525 ກໍລະນີິ ໃນວັນອັງຄານວານນີ້ ຊຶ່ງເປັນການຕິດເຊື້ອສູງທີ່ສຸດ ພາຍໃນເວລານຶ່ງວັນ ນັບຕັ້ງແຕ່ການເລີ້ມຕົ້ນຂອງໂຣກລະບາດມາ. ໃນໄລຍະ 24 ຊົ່ວໂມງຜ່ານມານີ້ ບັງກລາແດັສມີຜູ້ເສຍຊີວິດ 163 ຄົນ ອີງຕາມລາຍງານຂອງລັດຖະບານ.

ບັງກລາແດັສເປັນປະເທດທີ່ມີຊາຍແດນຕິດກັບອິນເດຍ ບ່ອນທີ່ເຊື້ອໄວຣັສສາຍພັນໃໝ່ແດລຕາ ທີ່ສາມາດຕິດຕໍ່ໄດ້ໄວຂຶ້ນ ແລະຮ້າຍແຮງກວ່າເກົ່ານັ້ນ ພວມມີການແຜ່ລະບາດຢູ່ນັ້ນ. ພວກນັກຊ່ຽວຊານດ້ານການແພດໃນບັງກລາແດັສເຊື່ອວ່າ ຈຳນວນຜູ້ຕິດເຊື້ອແລະເສຍຊີວິດ ມີທ່າທາງວ່າຈະເພີ້ມຂຶ້ນຕື່ມ.

ໃນຂະນະດຽວກັນ ຢູ່ທີ່ທະວີບຢູໂຣບ ບາງປະເທດໄດ້ປະກາດ ໃນວັນອັງຄານວານນີ້ ເພື່ອຜ່ອນຜັນມາດຕະການຈຳກັດຮັດແຄບ ທີ່ໄດ້ນຳໃຊ້ເພື່ອຄວບຄຸມການແຜ່ລະບາດ ຂອງເຊື້ອໄວຣັສ ໂຄໂຣນາ.

ເຢຍຣະມັນໄດ້ປະກາດວ່າ ຕົນຈະຫຼຸດຜ່ອນການຈຳກັດໃນການເດີນທາງທີ່ເນື່ອງມາຈາກເຊື້ອໄວຣັສສາຍພັນໃໝ່ແດລຕາ ຕໍ່ອັງກິດ ແລະອີກ 4 ປະເທດ.

ສະຖາບັນໂຣເບີດຄັອສ (Robert Koch) ຊຶ່ງເປັນອົງການສາທາລະນະສຸກຂອງເຢຍຣະມັນ ກ່າວວ່າ ຕົນໄດ້ຫຼຸດລະດັບຂອງອັງກິດ ປອກຕຸຍການ ຣັດເຊຍ ອິນເດຍ ແລະເນປານ ຈາກປະເພດ ທີ່ມີຄວາມສ່ຽງສູງສຸດ ຂອງ “ເຂດທີ່ເປັນຫ່ວງກ່ຽວກັບສາຍພັນໃໝ່” ລົງມາເປັນ “ເຂດທີ່ມີເຫດການສູງ.”

ການປ່ຽນແປງນີ້ ໝາຍຄວາມວ່າ ພວກເດີນທາງຈາກປະເທດເຫຼົ່ານັ້ນສາມາດທີ່ຫຼີກລ່ຽງ ຈາກການຖືກບັງຄັບໃຫ້ກັກບໍລິເວນ ຖ້າພວກເຂົາເຈົ້າສາມາດພິສູດໃຫ້ເຫັນວ່າ ເຂົາເຈົ້າໄດ້ສັກຢາວັກຊີນກັນໂຄວິດ-19 ແລ້ວ ໃນຂະນະທີ່ພວກບໍ່ທັນໄດ້ສັກຢາ ຖືກກັກໃຫ້ຢູ່ຢ່າງໂດດດ່ຽວ ເປັນເວລາ 10 ມື້. ໄລຍະການກັກໂຕສາມາດຫຼຸດລົງມາເປັນ 5 ມື້ໄດ້ ຖ້າບຸກຄົນຜູ້ນັ້ນຫາກກວດມີຜົນເປັນລົບກ່ຽວກັບໂຄວິດ-19.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG