ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕາຈິກກິສຖານ ເສີມກຳລັງ ຢູ່ຊາຍແດນ ຫຼັງຈາກທະຫານອັຟການິສຖານ ຫຼົບໜີພວກຕາລີບານ


ຂະບວນລົດ ຂອງກຳລັງໜ່ວຍກ້າຕາຍອັຟການິສຖານ ພວມເດີນທາງໄປຍັງເຂດແນວໜ້າ ໃນແຂວງປາວານ ເມື່ອວັນທີ 29 ມິຖຸນາ 2021.
ຂະບວນລົດ ຂອງກຳລັງໜ່ວຍກ້າຕາຍອັຟການິສຖານ ພວມເດີນທາງໄປຍັງເຂດແນວໜ້າ ໃນແຂວງປາວານ ເມື່ອວັນທີ 29 ມິຖຸນາ 2021.

ປະທານາທິບໍດີຕາຈິກກິສຖານ ໃນວັນຈັນວານນີ້ສັ່ງໃຫ້ກຳລັງກອງໜຸນ 20,000 ຄົນເຂົ້າປະຈຳ ການ ເພື່ອເພີ້ິ້ມການຮັກສາຄວາມປອດໄພ ໃນເຂດຊາຍແດນທີ່ຕິດກັບອັຟການິສຖານຫຼັງຈາກກຳລັງຮັກສາຄວາມສະຫງົບຂອງອັຟການິສຖານຫຼາຍ ກວ່າ 1,000 ຄົນ ໄດ້ພາກັນຫຼົບໜີຂ້າມຊາຍແດນ ໃນການຮັບມືກັບການບຸກຄືບໜ້າຂອງພວກຫົວຮຸນແຮງຕາລີບານ ອີງຕາມລາຍງານອົງການຂ່າວຮອຍເຕີ້.

ການໂຕນໜີຂ້າມຊາຍແດນ ໃນວັນອາທິດທີ່ຜ່ານມາ ໄດ້ສະແດງໃຫ້ເຫັນເຖິງສະ ຖານະການທີ່ຊຸດໂຊມລົງຢ່າງວ່ອງໄວໃນອັຟການິສຖານບ່ອນທີ່ການຖອນກຳລັງທະຫານຂອງຕ່າງປະເທດໃກ້ຈະເສັດສິ້ນລົງແລ້ວ ຫຼັງຈາກໄດ້ປະຕິບັດງານຮັບມືກັບການເຮັດສົງຄາມຢູ່ໃນປະເທດດັ່ງກ່າວມາເປັນເວລາ 20 ປີ ແລະການເຈລະຈາສັນຕິພາບຕົກຢູ່ໃນສະພາບບໍ່ໄປບໍ່ມາ.

ປະທານາທິບໍດີຕາຈິກກິສຖານ ທ່ານເອໂມມາລີ ຣັກມອນ ໄດ້ໂທລະສັບໄປໂອ້ລົມກັບປະເທດພັນທະມິດຢູ່ໃນຂົງເຂດ ເພື່ອປຶກສາຫາລື ກ່ຽວກັບສະຖານະການ ຮວມທັງປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ຊຶ່ງມີກຳລັງທະຫານປະ ຈຳການເປັນຈຳນວນຫຼວງຫຼາຍຢູ່ໃນຕາຈິກກິສຖານນັ້ນ.

ທ່ານປູຕິນ ໃຫ້ການຄ້ຳປະກັນແກ່ທ່ານຣັກມອນວ່າ ມົສກູຈະໃຫ້ການສະໜັບສະໜຸນ ແກ່ອະດີດສາທາລະນະລັດ ຂອງສະຫະພາບໂຊຫວຽດດັ່ງກ່າວ ເພື່ອສ້າງຄວາມທຸ່ນທ່ຽງຢູ່ໃນບໍລິເວນຊາຍແດນທີ່ຕິດກັບອັຟການິສຖານ ຖ້າຫາກມີຄວາມຈຳເປັນ ທັງໂດຍກົງ ແລະໂດຍຜ່ານກຸ່ມພັນທະມິດດ້ານຄວາມໝັ້ນຄົງປະຈຳພູມີ ພາກ ນັ້ນຄືຄຳເວົ້າຂອງຣັດເຊຍ ທີ່ກ່າວຢູ່ໃນຖະແຫຼງການ.

ຣັດເຊຍມີິຖານທັບທີ່ໃຫຍ່ສຸດ ຢູ່ໃນຕາຈິກກິສຖານ ຊຶ່ງເປັນປະເທດທີ່ທຸກຍາກໃນເອເຊຍກາງ ບ່ອນທີ່ກອງທັບຣັດເຊຍມີກຳລັງລົດຖັງ ເຮລີຄອບເຕີ້ ແລະເຮືອບິນລົບໂຈມຕີທາງພາກພື້ນດິນປະຈຳການຢູ່ທີ່ນັ້ນ.

ເວລານີ້ ຕາຈິກກິສຖານພວມຊອກຫາຊ່ອງທາງ ເພື່ອຈະສ້າງສູນຕ່າງໆ ທີ່ອາດໃຫ້ການຮອງຮັບອົບພະຍົບ ຈາກອັຟການິສຖານ ອີງຕາມແຫຼ່ງຂ່າວຂອງລັດຖະ ບານ ທີ່ແຈ້ງໃຫ້ອົງການຂ່າວຣອຍເຕີ້ຊາບ ໃນວັນຈັນວານນີ້.

ສະມາຊິກກອງກຳລັງຮັກສາຄວາມສະຫງົບ ອັຟການິສຖານ ຫຼາຍໆຮ້ອຍຄົນ ໄດ້ພາກັນຫຼົບໜີ ການບຸກຄືບໜ້າຂອງພວກຕາລີບານ ຢູ່ໃນພາກເໜືອຂອງປະເທດ.

ການແຕກໃນວັນອາທິດຜ່ານມານີ້ແມ່ນເປັນການແຕກຄັ້ງໃຫຍ່ສຸດ ທີ່ໄດ້ຮັບການຢືນຢັນ ຊຶ່ງມີຂຶ້ນພຽງ 2 ມື້ ຫຼັງຈາກສະຫະລັດໄດ້ຖອນກຳລັງຢ່າງເປັນທາງການອອກຈາກຖານທັບອາກາດແບັກແຣມ ໃນອັຟການິສຖານ ອັນເປັນສ່ວນນຶ່ງ ຂອງແຜນການຖອນທະຫານຕ່າງປະເທດທັງໝົດ ອອກຈາກອັຟການິສຖານ ພາຍໃນວັນທີ 11 ກັນຍານີ້.

ພວກກະບົດຕາລີບານໄດ້ເຂົ້າຢຶດເອົາ 6 ຫົວເມືອງສຳຄັນ ໃນແຂວງບັກດາຊານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດ ແລະມີຊາຍແດນຕິດກັບຕາຈິກກິສຖານແລະຈີນ ຫຼັງຈາກທະຫານອັຟການິສຖານ 1,037 ຄົນ ໄດ້ພາກັນຫລົບໜີຂ້າມຊາຍແດນເຂົ້າໄປໂດຍໄດ້ຮັບອະນຸຍາດຈາກຕາຈິກກິສຖານ ອີງຕາມຄຳຖະແຫຼງຂອງ ກຳລັງຮັກສາຊາຍແດນ.

ໃນວັນອາທິດຜ່ານມານີ້ ປະທານາທິບໍດີອັຟການິສຖານ ທ່ານອາສຣາຟ ການີ ໄດ້ໂອ້ລົມ ກັບທ່ານຣັກມອນໂດຍທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບສະຖານະການໃນເຂດຊາຍແດນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG