ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ກ່າວຫາອິນເດຍວ່າ ເປັນຜູ້ວາງລະເບີດ ແຕ່ບໍ່ມີຄວາມເຫັນຈາກຝ່າຍອິນເດຍ


ທະຫານປາກິສຖານຢືນຍາມ ທີ່ຮົ້ວຊາຍແດນຕິດກັບອັຟການິສຖານ ໃກ້ເຂດປຸນໄປຂອງເມືອງແກັດຕາ ໃນແຂວງບາລູຈິສຕານ ເມື່ອວັນທີ 28 ພຶດສະພາ 2018.
ທະຫານປາກິສຖານຢືນຍາມ ທີ່ຮົ້ວຊາຍແດນຕິດກັບອັຟການິສຖານ ໃກ້ເຂດປຸນໄປຂອງເມືອງແກັດຕາ ໃນແຂວງບາລູຈິສຕານ ເມື່ອວັນທີ 28 ພຶດສະພາ 2018.

ປາກິສຖານກ່າວໃນວັນອາທິດວານນີ້ວ່າ “ຕົນມີຫຼັກຖານອັນໜັກແໜ້ນແລະຂໍ້ມູນສືບລັບ” ທີ່ເຊື່ອມໂຍງອິນເດຍໃສ່ການໂຈມຕີດ້ວຍລົດລະເບີດ ທີ່ໄດ້ສັງຫານ 3 ຄົນແລະບາດເຈັບອີກ 22 ຄົນ ໃນເດືອນແລ້ວນີ້ ທີ່ນະຄອນລາຮໍ ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງປະເທດ.

ທ່ານໂມອີດ ຢູຊັບ ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດກ່າວວ່າ ການສືບ ສວນໃນລະດັບສູງໄດ້ລະບຸໂຕ “ຜູ້ວາງແຜນຄົນສຳຄັນແລະຜູ້ສັ່ງການ” ໃນການໂຈມຕີ “ກໍ່ການຮ້າຍ” ເມື່ອວັນທີ 23 ມິຖຸນາຜ່ານມາ. ທ່ານໄດ້ໃຫ້ຄວາມເຫັນດັ່ງກ່າວຢູ່ກອງປະຊຸມຖະແຫຼງຂ່າວທີ່ນະຄອນອິສລາມາບັດ ບ່ອນທີ່ເຈົ້າໜ້າທີ່ຄົນ ອື່ນໆກໍໄດ້ເຂົ້າຮ່ວມ.

ທ່ານຢູຊັບ ກ່າວວ່າ “ພວກເຮົາແມ່ນແນ່ນອນ ບໍ່ມີການສົງໄສ ຫຼືຄວາມລັງເລໃຈໃດໆ ທີ່ຈະແຈ້ງໃຫ້ພວກທ່ານຊາບວ່າ ຜູ້ວາງແຜນຄົນສຳຄັນ ທີ່ເປັນສະມາຊິກຂອງອົງການ RAW ຊຶ່ງເປັນໜ່ວຍສືບລັບຂອງອິນເດຍນັ້ນ ແມ່ນເປັນຄົນອິນເດຍ ແລະມີຖານປະຕິບັດງານຢູ່ອິິນເດຍ.

ໂດຍບໍ່ໄດ້ລະບຸຊື່ຜູ້ຕ້ອງສົງໄສ ທ່ານຢູຊັບ ກ່າວຕື່ມວ່າ ຜູ້ຊາຍຄົນນີ້ອາໄສຢູ່ໃນປະເທດອິນເດຍ ແລະເຮັດວຽກໃຫ້ແກ່ໜ່ວຍສືບລັບຂອງປະເທດດັ່ງກ່າວ.

ເຈົ້າໜ້າທີ່ອິນເດຍບໍ່ໄດ້ໃຫ້ຄວາມເຫັນໃດໆ ຫຼືກ່າວຕອບໂຕ້ ຕໍ່ການກ່າວຫາຂອງປາກິສຖານ.

ຜູ້ບັນຊາການຕຳຫຼວດທີ່ແຂວງປັນຈາບ ຊຶ່ງມີນະຄອນລາຮໍ ເປັນເມືອງເອກນັ້ນ ກ່າວວ່າ ຜູ້ຕ້ອງສົງໄສ 12 ຄົນທີ່ພົວພັນກັບການວາງລະເບີດດັ່ງກ່າວ ຖືກຈັບໂຕໄວ້ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG