ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ເຢຍຣະມັນ ເສັດສິ້ນການຖອນທະຫານຂອງຕົນ ອອກຈາກອັຟການິສຖານແລ້ວ


ທະຫານເຢຍຣະມັນເຂົ້າແຖວໃກ້ໆເຮືອບິນຂົນສົ່ງ ແອບັສ A400M ຂອງກອງທັບເຢຍຣະມັນ ຫຼັງຈາກກັບຄືນໄປແຕ່ອັຟການິສຖານ ທີ່ສະໜາມບິນວຸນສຕອຣ໌ຟ (Wunstorf) ເມື່ອວັນທີ 30 ມິຖຸນາ 2021.

ເຢຍຣະມັນ ແລະອີຕາລີໄດ້ຂົນທະຫານທີ່ຍັງເຫຼືອຢູ່ຈຸສຸດທ້າຍຂອງຕົນອອກຈາກ ອັຟການິສຖານເປັນທີ່ຮຽບຮ້ອຍແລ້ວ ເຮັດໃຫ້ການສົ່ງທະຫານໄປປະຕິບັດງານຢູ່ໃນປະເທດທີ່ເກີດສົງ ຄາມດັ່ງກ່າວ ເປັນເວລາເກືອບສອງທົດສະວັດ ຄຽງບ່າຄຽງໄຫລ່ກັບສະຫະລັດ ແລະທະຫານຂອງປະເທດພັນທະມິດອື່ນໆນັ້ນ ສິ້ນສຸດລົງ.

ສະຫະລັດ ແລະອົງການເນໂຕ້ ວາງແຜນທີ່ຈະຖອນທະຫານຂອງຕົນອອກຈາກປະເທດເອເຊຍໃຕ້ດັ່ງກ່າວໃຫ້ໝົດ ພາຍໃນວັນທີ 11 ກັນຍາ ເພື່ອໃຫ້ສອດຄ່ອງກັບຂັ້ນຕອນການຖອນທະຫານຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ເລີ້ມຂຶ້ນຢ່າງເປັນທາງການ ໃນວັນທີ 1 ພຶດ ສະພາຜ່ານມາ.

ເຢຍຣະມັນໄດ້ປະກາດການຖອນກຳລັງທະຫານຂອງຕົນໂດຍບໍ່ມີພິທີຫຍັງຫຼາຍ ບໍ່ດົນຫຼັງຈາກທະຫານເຢຍຣະມັນຈຸສຸດທ້າຍ 250 ຄົນ ໄດ້ຖືກສົ່ງໂດຍທາງອາກາດອອກຈາກຖານທັບຂອງເຂົາເຈົ້າ ໃນພາກເໜືອຂອງປະເທດອັຟການິສຖານເມື່ອຄືນວັນອັງຄານທີ່ຜ່ານມາ.

ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງເຢຍຣະມັນ ທ່ານນາງ ແອນນີແກຣັດ-ແຄຣັມປ໌ ແຄແຣັນບາວເອີ (Annegret Kramp-Karrenbauer) ກ່າວຢູ່ໃນຖະແຫຼງການທີ່ສົ່ງຜ່ານທາງທວີດເຕີວ່າ “ຫຼັງຈາກໄດ້ຖືກສົ່ງໄປປະຕິບັດງານເປັນເວລາເກືອບ 20 ປີແລ້ວ ທະຫານຄົນສຸດທ້າຍຂອງກອງທັບສະຫະພັນສາທາລະ ນະລັດເຢຍຣະມັນຂອງພວກເຮົາ ກໍໄດ້ອອກຈາກອັຟການິສຖານ ໃນຕອນແລງມື້ນີ້.”

ທ່ານນາງຂຽນຕໍ່ໄປວ່າ “ພວກເຂົາເຈົ້າພວມເດີນທາງກັບຄືນປະເທດ. ປະຫວັດ ສາດບົດນີ້ໄດ້ປິດສາກລົງ ຊຶ່ງເປັນການຖືກສົ່ງໄປປະຕິບັດງານ ທີ່ໄດ້ຮັບການທ້າທາຍແລະຫຼໍ່ຫຼອມ ກອງທັບຂອງສະຫະພັນສາທາລະນະລັດເຢຍຣະມັນ ຊຶ່ງກອງ ທັບຂອງເຢຍຣະມັນກໍໄດ້ພິສູດຕົນເອງໃຫ້ເຫັນໃນການສູ້ລົບ.”

ລັດຖະມົນຕີປ້ອງກັນປະເທດເຢຍຣະມັນໄດ້ກ່າວຂອບອົກຂອບໃຈຕໍ່ພວກຜູ້ຊາຍແລະແມ່ຍິງເຢຍຣະມັນ 150,000 ຄົນ ທີ່ໄດ້ຖືກສົ່ງໄປປະຕິບັດງານ ຢູ່ໃນປະ ເທດອັຟການິສຖານ ນັບແຕ່ປີ 2001 ເປັນຕົ້ນມາ ໂດຍກ່າວວ່າ ພວກເຂົາເຈົ້າ ຄວນຈະພູມໃຈໃນຄວາມສຳເລັດທີ່ພວກເຂົາເຈົ້າໄດ້ຮັບ.

ເຢຍຣະມັນໄດ້ສູນເສຍທະຫານ 59 ຄົນ ຊຶ່ງ 39​ ຄົນຂອງຈໍານວນດັ່ງກ່າວແມ່ນໃນການສູ້ລົບ ຫຼືບໍ່ກໍຖືກໂຈມຕີ ໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ ເຈົ້າ ອີງຕາມກອງທັບຂອງເຢຍຣະມັນ. “ພວກທ່ານຈະບໍ່ຖືກຫຼົງລືມ” ນັ້ນຄືຄຳເວົ້າຂອງລັດຖະມົນຕີກະຊວງປ້ອງກັນປະເທດຂອງເຢຍຣະມັນ ທີ່ໄດ້ກ່າວໃນພິທີໄວ້ອາໄລໃຫ້ແກ່ພວກທີ່ເສຍຊີວິດແລະສະແດງຄວາມຂອບອົກຂອບໃຈຕໍ່ພວກທີ່ໄດ້ຮັບບາດເຈັບ ໃນລະຫວ່າງການປະຕິບັດງານຢູ່ໃນອັຟການິສຖານ.

ເຢຍຣະມັນມີທະຫານປະມານ 1,100 ຄົນ ຢູ່ໃນອັຟການິສຖານ ເວລາປະທາ ນາທິບໍດີໂຈ ໄບເດັນ ປະກາດແຜນການຖອນທະຫານຂອງທ່ານ ໃນກາງເດືອນເມສາ. ທະຫານເຢຍຣະມັນແມ່ນສ່ວນນຶ່ງຂອງກຳລັງທີ່ບໍ່ສູ້ລົບ ພາຍໃຕ້ການນຳ ພາຂອງອົງການເນໂຕ້ ຊຶ່ງມີພາລະໜ້າທີ່ໃນການຝຶກແອບ ໃຫ້ຄຳແນະນຳ ແລະຊ່ວຍເຫຼືອທະຫານອັຟການິສຖານ ສູ້ລົບກັບພວກກະບົດຕາລີບານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG