ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍຶດພື້ນທີ່ເພີ້ມຂຶ້ນ ຂອງກຸ່ມຕາລີບານ ພາໃຫ້ນາຍພົນສະຫະລັດ ເປັນຫ່ວງ


ໃນຮູບນີ້ ທີ່ຖ່າຍເມື່ອວັນທີ 6 ມິຖຸນາ ຜູ້ບັນຊາການກຳລັງສະຫະລັດ ແລະອົງການເນໂຕ້ ໃນອັຟການິສຖານ ນາຍພົນສກັອດ ມິລເລີ້ມ (ຊ້າຍ) ຈັບມືກັບພວກທະຫານກອງທັບແຫ່ງຊາດອັຟການິສຖານ ທີ່ດ່ານກວດແຫ່ງນຶ່ງ ໃນເມືອງເນີກ ແຂວງວໍດັກ ທາງພາກຕາເວັນຕົກຂອງນະຄອນຫູວງກາບູລ.
ໃນຮູບນີ້ ທີ່ຖ່າຍເມື່ອວັນທີ 6 ມິຖຸນາ ຜູ້ບັນຊາການກຳລັງສະຫະລັດ ແລະອົງການເນໂຕ້ ໃນອັຟການິສຖານ ນາຍພົນສກັອດ ມິລເລີ້ມ (ຊ້າຍ) ຈັບມືກັບພວກທະຫານກອງທັບແຫ່ງຊາດອັຟການິສຖານ ທີ່ດ່ານກວດແຫ່ງນຶ່ງ ໃນເມືອງເນີກ ແຂວງວໍດັກ ທາງພາກຕາເວັນຕົກຂອງນະຄອນຫູວງກາບູລ.

ຜູ້ບັນຊາການກອງທະຫານອາເມຣິກາໃນອັຟການິສຖານ ກ່າວໃນມື້ວັນອັງຄານວານນີ້ວ່າ ທ່ານມີຄວາມກັງວົນເປັນຢ່າງຍິ່ງກ່ຽວກັບສະຖານນະການດ້ານຄວາມໝັ້ນຄົງ ທີ່ຊຸດໂຊມລົງພາຍໃນປະເທດຂອງອັຟການິສຖານໃນຂະນະທີ່ກອງທັບສະຫະລັດ ແລະອົງການ NATO ວາງແຜນທີ່ຈະຖອນກໍາລັງອອກໂດຍສົມບູນພາຍໃນວັນທີ 11 ກັນຍາທີ່ຈະມາເຖິງນີ້.

ພົນເອກອອສຕິນ ສະກັອດ ມິລເລີ້ (Austin Scott Miller) ທີ່ກຳກັບນຳການ ຖອນທະຫານ ໃຫ້ຂໍ້ສັງເກດວ່າ ການສູ້ລົບໃນແຫ່ງຕ່າງໆ ລະຫວ່າງກຸ່ມກະບົດຕາລິບານ ແລະກອງກໍາລັງລັດຖະບານອັຟການິສຖານທີ່ສະຫະລັດສະໜັບສະໜຸນ ໄດ້ທະວີຄວາມຮ້າຍແຮງຂຶ້ນ ໃນທົ່ວປະເທດ.

ໃນການໃຫ້ສໍາພາດກັບນັກຂ່າວທີ່ນະຄອນຫລວງກາບູລຂອງອັຟການິສຖານ ທ່ານມິລເລີ້ ກ່າວເຖິງສະຖານະການດ້ານຄວາມປອດໄພວ່າ “ຕອນນີ້ຍັງບໍ່ດີ,” ທ່ານກ່າວວ່າ ປັດຈຸບັນການຂະຫຍາຍເຂດຄວບຄຸມຂອງກຸ່ມກະບົດເປັນເລື່ອງ ທີ່ໜ້າກັງວົນ ແລະເຕືອນກຸ່ມຕາລິບານບໍ່ໃຫ້ພະຍາຍາມເຂົ້າຄວບຄຸມປະເທດໂດຍໃຊ້ກອງກໍາລັງທະຫານ.

ທ່ານ ມິລເລີ້ກ່າວວ່າ “ການຢຶດອໍານາດໂດຍທະຫານບໍ່ໄດ້ມີຄວາມໝາຍສໍາຄັນ ສໍາລັບຜູ້ໃດ, ແນ່ນອນ ບໍ່ແມ່ນເພື່ອປະຊາຊົນຊາວອັຟການິສຖານ.”

ກຸ່ມຕາລິບານອ້າງວ່າ ໄດ້ຢຶດເມືອງຕ່າງໆຫລາຍກວ່າ 100 ແຫ່ງຈາກຈຳນວນທັງໝົດ 419 ເມືອງຂອງປະເທດ ນັບຕັ້ງແຕ່ວັນທີ 1 ພຶດສະພາ ເປັນຕົ້ນມາ, ເມື່ອທະຫານສະຫະລັດ ແລະບັນດາກອງກໍາລັງພັນທະມິດທີ່ເຫລືອຢູ່ ເລີ່ມຖອນອອກຈາກອັຟການິສຖານຢ່າງເປັນທາງການຫລັງຈາກເວລາຜ່ານໄປເກືອບສອງທົດສະວັດ.

ເຈົ້າໜ້າທີ່ຂອງອັຟການິສຖານກ່າວວ່າ ກອງກໍາລັງຄວາມໝັ້ນຄົງໄດ້ຢຶດພື້ນທີ່ບາງສ່ວນກັບຄືນມາໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ ແລະປະກາດວ່າ ຈະຂັບໄລ່ກຸ່ມກະບົດ ອອກຈາກສະຖານທີ່ອື່ນໆນໍາດ້ວຍ.

ທ່ານມິລເລີ້ຍອມຮັບວ່າ ການສູນເສຍດິນແດນ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງໂດຍລວມພາຍໃນປະເທດ.

“ເພາະວ່າເມືອງຕ່າງໆເລີ່ມເປັນພື້ນທີ່ສໍາຄັນທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຂອງປະຊາຊົນ, ເມືອງເອກຂອງແຂວງ ແລະຄວາມໝັ້ນຄົງຂອງເມືອງຫຼວງປະເທດ,” ນັ້ນຄືຄຳເວົ້າຂອງພົນເອກມິລເລີ້.

ນອກຈາກນີ້ ທ່ານຍັງເຕືອນດ້ວຍວ່າ ກອງກໍາລັງທະຫານບ້ານທີ່ສະໜັບສະໜຸນລັດຖະບານທີ່ສົ່ງໄປທົ່ວປະເທດເພື່ອຊ່ວຍກອງກໍາລັງຮັກສາຄວາມໝັ້ນຄົງຂອງ ອັຟການິສຖານ ເພື່ອຢັບຢັ້ງການຮຸກຮານຂອງກຸ່ມຕາລິບານ ອາດຈະເຮັດໃຫ້ປະເທດດັ່ງກ່າວ ກ້າວເຂົ້າສູ່ສົງຄາມກາງເມືອງ.

ເຖິງແມ່ນໄດ້ເກີດຄວາມຮຸນແຮງ ແຕ່ທ່ານມິິລເລີ້ ກໍໄດ້ເນັ້ນໜັກວ່າ ການຖອນທະຫານຍັງຄົງເປັນໄປຕາມຄໍາສັ່ງຂອງປະທານາທິບໍດີໂຈ ໄບເດັນ ຂອງສະຫະ ລັດ ທີ່ອອກໃນກາງເດືອນເມສາທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG