ທຳນຽບຫ້າແຈ ແນະໃຫ້ຮູ້ວ່າ ການໂຈມຕີດ້ວຍຈະຫຼວດ ຕໍ່ກຳລັງສະຫະລັດ ໃນຊີເຣຍ ເມື່ອວັນຈັນທີ່ຜ່ານມາ ແມ່ນເລີ້ມໂດຍກຸ່ມທະຫານບ້ານທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ.
ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ກ່າວຕໍ່ພວກນັກຂ່າວ ທີ່ທຳນຽບຫ້າແຈ ໃນວັນອັງຄານວານນີ້ວ່າ “ພວກເຮົາໄດ້ເຮັດວຽກ ພາຍໃຕ້ຂໍ້ສົມມຸດທີ່ວ່າ ຈະຫຼວດທັງໝົດແມ່ນຍິງໂດຍພວກທະຫານບ້ານ ທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ. ພວກເຮົາບໍ່ໄດ້ກ່າວເຖິງອົງການໃດນຶ່ງທີ່ສະເພາະເຈາະຈົງ.”
ມີການຍິງຈະຫຼວດປະມານ 34 ລູກ ໄປໃສ່ຄ້າຍທະຫານແຫ່ງນຶ່ງ ທີ່ເມືອງເດຍເອສ-ຊົວ (Deir ez-Zour) ຢູ່ໃນປະເທດຊີເຣຍ ໃນມື້ວັນຈັນທີ່ຜ່ານມາ ຊຶ່ງບ້ານດັ່ງກ່າວນີ້ແມ່ນຮູ້ກັນໃນຖານະທີ່ເປັນບ້ານສີຂຽວ.
ພັນເອກເວນ ມາຣັອດໂຕ (Wayne Marotto) ໂຄສົກຂອງກຳລັງປະສົມນາໆຊາດຕ້ານກຸ່ມລັດອິສລາມ ຂຽນລົງໃນທວີດເຕີ້ ໃນວັນອັງຄານວານນີ້ວ່າ “ເມື່ອວັນທີ 28 ມິຖຸນາ ກຳລັງຂອງສະຫະລັດໃນຊີເຣຍ ໄດ້ຖືກໂຈມຕີໂດຍຈະຫຼວດປະມານ 34 ລູກຊຶ່ງເປັນການຍິງໂຈມຕີໂດຍກົງດ້ວຍປືນຄົກ 122 ມີລລີແມັດ. ບໍ່ມີການບາດເຈັບລົ້ມຕາຍໃດໆຕໍ່ກຳລັງຂອງສະຫະລັດ.”
ພັກເອກມາຣັອດໂຕ ກ່າວຕໍ່ວີໂອເອວ່າ ກຳລັງທະຫານສະຫະລັດ ຢູ່ທີ່ນັ້ນ ໄດ້ຍິງຕອບໂຕ້ຄືນດ້ວຍປືນໃຫຍ່ 155 ມິລລີແມັດ ແລະທ່ານກ່າວເພີ້ມເຕີມ ຜ່ານທາງ ທວີດເຕີ້ວ່າ ທະຫານສະຫະລັດຍັງໄດ້ຍິງໂຈມຕີດ້ວຍລູກສອນໄຟຈາກເຮືອບິນບໍ່ມີຄົນຂັບ ຊຶ່ງເຮັດໃຫ້ຜູ້ໂຈມຕີຄົນນຶ່ງໄດ້ຮັບບາດເຈັບ.
ທ່ານເຄີບີກ່າວວ່າ ການໂຈມຕີຂອງພວກທະຫານບ້ານໄດ້ເຮັດໃຫ້ຕຶກອາຄານ 2 ຫຼັງໄດ້ຮັບຄວາມເສຍຫາຍ ທາງດ້ານໂຄງສ້າງ ໂດຍບໍ່ມີທະຫານ ບາດເຈັບລົ້ມຕາຍໃດໆ.
ທ່ານກ່າວຕື່ມວ່າ “ພວກເຮົາກຳລັງຊັ່ງຊາເບິ່ງຄວາມເສຍຫາຍທັງໝົດຢູ່ໃນເວລານີ້.”
ການຍິງໂຈມຕີຕອບໂຕ້ກັນດ້ວຍຈະຫຼວດແລະປືນໃຫຍ່ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງ ຈາກກອງທັບສະຫະລັດ ກ່າວວ່າ ຕົນໄດ້ໂຈມຕີເປົ້າໝາຍ 3 ແຫ່ງ ໃກ້ໆຊາຍແດນອີຣັກ ຕິດກັບຊີເຣຍ ຊຶ່ງພວກທະຫານບ້ານທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ ໄດ້ໃຊ້ເປັນບ່ອນປ່ອຍເຮືອບິນບໍ່ມີຄົນຂັບ ໂຈມຕີທະຫານ ແລະທີ່ຕັ້ງຂອງສະຫະລັດ.
ປະທານາທິບໍດີໂຈ ໄບເດັນ ກ່າວໃນມື້ວັນຈັນຜ່ານມາ ທີ່ທຳນຽບຂາວວ່າ “ຂ້າພະ ເຈົ້າໄດ້ສັ່ງໃຫ້ທຳການໂຈມຕີທາງອາກາດ ທີ່ແນເປົ້າໝາຍໃສ່ສະຖານທີ່ຕ່າງໆ ທີ່ກຸ່ມທະຫານບ້ານ ໄດ້ຮັບການໜຸນຫຼັງຈາກອີຣ່ານ ເປັນຜູ້ຮັບຜິດຊອບຕໍ່ການໂຈມຕີ ພະນັກງານຂອງສະຫະລັດ ຢູ່ໃນປະເທດອີຣັກ ຫວ່າງບໍ່ດົນມານີ້.”