ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ຂອງກຸ່ມຈີ 20 ຈະຫາລືກັນ ເລື້ອງໄວຣັສໂຄໂຣນາ ການປ່ຽນແປງຂອງອາກາດ ແລະການພັດທະນາຢູ່ອາຟຣິກາ


ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ເດີນທາງໄປຮອດ ສະໜາມບິນບາຣີ ໃນປະເທດອີຕາລີ ເມື່ອວັນຈັນ ທີ 28 ມິຖຸນາ 2021. (AP Photo/Andrew Harnik, Pool)
ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ເດີນທາງໄປຮອດ ສະໜາມບິນບາຣີ ໃນປະເທດອີຕາລີ ເມື່ອວັນຈັນ ທີ 28 ມິຖຸນາ 2021. (AP Photo/Andrew Harnik, Pool)

ໄວຣັສໂຄໂຣນາ ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງທາງດ້ານອາຫານແມ່ນຮວມຢູ່ໃນຫົວຂໍ້ປະຊຸມທີ່ມີການເຂົ້າຮ່ວມດ້ວຍຕົວຕົນເປັນເທື່ອ ທຳອິດຂອງລັດຖະມົນຕີການຕ່າງປະເທດຂອງກຸ່ມຈີ 20 ທີ່ປະເທດອີຕາລີ.

ການປະຊຸມທີ່ເມືອງມາເຕຣາ ແມ່ນເປັນເທື່ອທຳອິດ ທີ່ບັນດາລັດຖະມົນຕີໄດ້ໄປເຕົ້າໂຮມກັນດ້ວຍຕົວເອງ ນັບແຕ່ປີ 2019 ເປັນຕົ້ນມາ.

ເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ຈະກ່າວຢ້ຳເຖິງຄວາມສຳຄັນໃນການເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາທ້າທາຍຕ່າງໆຂອງໂລກ ຄວາມສຳຄັນຂອງເລື້ອງຕ່າງໆທີ່ທ່ານ ແລະປະທານາທິບໍດີໂຈ ໄບເດັນ ໄດ້ກຳນົດເສັ້ນທາງສຳລັບນະໂຍບາຍການຕ່າງປະເທດ ທີ່ເພັ່ງເລັງເປັນສ່ວນໃຫຍ່ໃສ່ການຟື້ນຟູສາຍສຳພັນກັບບັນດາປະເທດພັນທະມິດ.

ທ່ານນາງຊູຊານນາ ຄູບເປີ ຜູ້ອຳນວຍການ ຫ້ອງການການເງິນ ປະຈຳພະແນກເສດຖະກິດແລະທຸລະກິດ ຂອງກະຊວງການຕ່າງປະເທດ ກ່າວຕໍ່ພວກນັກຂ່າວກ່ອນການປະຊຸມວ່າ “ເພື່ອແກ້ໄຂວິກິດການ ດ້ານດິນຟ້າອາກາດ ລັດຖະມົນຕີການຕ່າງປະເທດບລິງເກັນ ຈະຊຸກຍູ້ໃຫ້ປະເທດສະມາຊິກຂອງກຸ່ມຈີ 20 ເຮັດວຽກຮ່ວມກັນເພື່ອກ້າວໄປສູ່ເປົ້າໝາຍທີ່ກະຕືລືລົ້ນ ຮວມທັງຄວາມຈຳເປັນທີ່ຕ້ອງໄດ້ຮັບຮູ້ເຖິງການທີ່ຈະຮັກສາບໍ່ໃຫ້ຄວາມຮ້ອນສູງຂຶ້ນກາຍ 1.5 ອົງສາແຊລຊຽສນັ້ນ ແມ່ນສາມາດບັນລຸໄດ້ ຄວາມສຳຄັນໃນການເອົາມາດຕະການຕ່າງໆໃນທົດສະວັດນີ້ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍອັນນັ້ນ ແລະເອົາບາດກ້າວອື່ນໆເຊໍັ່ນວ່າການໃຫ້ຄວາມໝັ້ນໝາຍ ເພື່ອຍຸຕິການໃຫ້ເງິນສະໜັບສະໜຸນຂອງສາທາລະ ນະຊົນຢູ່ໃນຕ່າງປະເທດ ກ່ຽວກັບການນຳໃຊ້ຖ່ານຫີນ.”

ທ່ານນາງຄູບເປີກ່າວວ່າ ທ່ານບລິງເກັນຈະໃຫ້ການສະໜັບສະໜຸນຕໍ່ “ການສ້າງໃຫ້ມີການຟື້ນໂຕຄືນແບບຍືນຍົງແລະຮ່ວມກັນທາງດ້ານເສດຖະກິດ” ຮວມທັງລະບົບເກັບພາສີແບບທ່ຽງທຳຂອງໂລກ ກ່ຽວກັບລາຍໄດ້ຂັ້ນຕ່ຳສຸດຂອງບໍລິສັດຕ່າງໆ.

ບັນດາລັດຖະມົນຕີການເງິນຂອງກຸ່ມຈີ 7 ຊຶ່ງທັງໝົດຕ່າງກໍເປັນສ່ວນນຶ່ງ ຂອງກຸ່ມ ຈີ 20 ໄດ້ຕົກ ລົງກັນໃນທາງຫຼັກການໃນຕົ້ນເດືອນມິຖຸນາຜ່ານມາ ເພື່ອສ້າງຕັ້ງລະບົບເກັບພາສີຂັ້ນຕ່ຳສຸດຕໍ່ບັນດາບໍລິສັດ ຊຶ່ງອາດຈະບັງຄັບໃຫ້ບໍລິສັດຕ່າງໆຫັນປ່ຽນກຳໄລຂອງຕົນໄປຍັງສາຂາຕ່າງໆທີ່ມີການເກັບພາສີຕ່ຳນັ້ນໃຫ້ເສຍພາສີຫຼາຍເຖິງ 15 ເປີເຊັນຂອງເງິນລາຍໄດ້ ໃຫ້ແກ່ປະເທດບ່ອນທີ່ສຳນັກງານໃຫຍ່ຕັ້ງຢູ່.

ນອກນັ້ນ ການປະຊຸມກັນ ໃນວັນອັງຄານມື້ນີ້ ຍັງຈະພິຈາລະນາກ່ຽວກັບບັນຫາການພັດທະນາເສດຖະກິດ ຢູ່ໃນອາຟຣິກາ ຮວມທັງຄວາມສະເໝີພາບທາງເພດ ແລະໂອກາດສຳລັບພວກຊາວໜຸ່ມ ຕະຫຼອດທັງ ການຊ່ວຍເຫຼືອທາງດ້ານມະນຸດສະທຳແລະເລື້ອງສິດທິມະນຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG