ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄື້ນຄວາມຮ້ອນຈັດ ພວມປົກຄຸມເຂດພາກຕາເວັນຕົກສຽງເໜືອ ສະຫະລັດ ເຮັດໃຫ້ມີອຸນຫະພູມສູງ ເປັນປະຫວັດການ


ແຄັບແຕນ Matt Brozovich ຈາກໜ່ວຍດັບໄຟ ຊາແລັມ (ຊ້າຍ) ແລະ Falck Northwest ເຈົ້າໜ້າທີ່ຂັບລົດສຸກເສີນ ພວມຊ່ວຍຊາຍຄົນນຶ່ງ ທີ່ຖືກຄວາມຮ້ອນຈັດ ຢູ່ທີ່ສູນກາງໃຫ້ຄວາມເຢັນ ໃນວັນທີ 26 ມີຖຸນາ 2021 ທີ່ເມືອງຊາແລັມ ໃນລັດອໍເຣກອນ.
ແຄັບແຕນ Matt Brozovich ຈາກໜ່ວຍດັບໄຟ ຊາແລັມ (ຊ້າຍ) ແລະ Falck Northwest ເຈົ້າໜ້າທີ່ຂັບລົດສຸກເສີນ ພວມຊ່ວຍຊາຍຄົນນຶ່ງ ທີ່ຖືກຄວາມຮ້ອນຈັດ ຢູ່ທີ່ສູນກາງໃຫ້ຄວາມເຢັນ ໃນວັນທີ 26 ມີຖຸນາ 2021 ທີ່ເມືອງຊາແລັມ ໃນລັດອໍເຣກອນ.

ຮຸນແຮງ ແກ່ຍາວ ທຳລາຍສະຖະຕິ ແບບທີ່ບໍ່ເຄີຍມີມາກ່ອນ ແລະ ເປັນອັນຕະລາຍ.

ນັ້ນຄືຄຳເວົ້າທີ່ອົງການພະຍາກອນອາກາດຂອງສະຫະລັດ ໃຊ້ບັນລະຍາຍເຖິງຄື້ນຄວາມຮ້ອນ ທີ່ພວມປົກຄຸມເຂດພາກຕາເວັນຕົກສຽງເໜືອແຄມຝັ່ງມະຫາສະໝຸດປາຊີິຟິກຂອງສະຫະລັດ ລົບກວນການແຂ່ງຂັນເພື່ອຄັດເລືອກເອົານັກກິລາ ໄປຮ່ວມການແຂ່ງຂັນໂອລິມປິກ ແລະໄດ້ທຳລາຍ ທຸກປະຫວັດຄວາມຮ້ອນ ທີ່ເຄີຍຈົດບັນທຶກ ຢູ່ຕາມສະຖານທີ່ຕ່າງໆ ທີ່ບໍ່ເຄີຍປະສົບ ກັບສະພາບອາ ກາດທີ່ຮ້ອນຈັດແບບນີ້ມາກ່ອນ ອີງຕາມລາຍງານຂອງອົງການຂ່າວເອພີ.

ເມືອງພອດແລນ ລັດອໍເຣກອນ ແມ່ນຮ້ອນເຖິງ 44.4 ອົງສາແຊລຊຽສໃນວັນອາທິດວານນີ້ ຊຶ່ງໄດ້ທຳລາຍອຸນຫະພູມທີ່ສູງເປັນປະຫວັດການ 42.2 ອົງສາແຊລຊຽສ ທີ່ໄດ້ມີຂຶ້ນນຶ່ງມື້ກ່ອນນັ້ນ.

ທີ່ເມືອງຢູຈີນ (Eugene) ລັດອໍເຣກອນ ການແຂ່ງຂັນແລ່ນແລະລານຮອບທົດລອງໃນຕອນ ບ່າຍອັນອາທິດວານນີ້ ໄດ້ຢຸດເຊົາລົງ ແລະຂໍຮ້ອງໃຫ້ພວກແຟນໆຍົກຍ້າຍອອກຈາກສະໜາມກິລາຍ້ອນສະພາບອາກາດຮ້ອນຈັດ. ອົງການພະຍາ ກອນອາກາດແຫ່ງຊາດກ່າວວ່າ ເມືອງຢູຈີນ ມີອຸນຫະພູມສູງເຖິງ 43.3 ອົງສາແຊລຊຽສ ຊຶ່ງໄດ້ທຳລາຍສະຖິຕິທີ່ເຄີຍບັນທຶກໄວ້ 42.2 ອົງສາແຊລຊຽສ.

ທີ່ເມືອງຊາແລມ ຊຶ່ງເປັນເມືອງເອກຂອງລັດອໍເຣກອນກໍມີການຈົດບັນທຶກອຸນຫະ ພູມສູງສຸດເປັນປະຫວັດການເຊັ່ນດຽວກັນໃນວັນອາທິດວານນີ້ ຄືແທກໄດ້ 44.4 ອົງສາແຊລຊຽສ ຊຶ່ງໄດ້ທຳລາຍປະຫວັດທີ່ເຮັດໄວ້ກ່ອນໜ້ານີ້.

ສ່ວນຢູ່ລັດວໍຊິງຕັນ ທີ່ສະໜາມບິນສາກົນທາໂຄມາ ອຸນຫະພູມແທກໄດ້ 39.4 ອົງສາແຊລຊຽສ ໃນວັນອາທິດວານນີ້. ອົງການພະຍາກອນອາກາດກ່າວວ່າ ນີ້ແມ່ນເທົ່າກັນກັບສະພາບອາກາດທີ່ຮ້ອນຈັດເປັນປະຫວັດການ ແລະເປັນເທື່ອທຳອິດທີ່ເຂດດັ່ງກ່າວມີອາກາດຮ້ອນຈັດ ສອງມື້ລຽນຕິດ ນັບແຕ່ໄດ້ເລີ້ມມີການຈົດບັນທຶກແຕ່ປີ 1894 ເປັນຕົ້ນມາ.

ສະຖິຕິທີ່ເຄີຍຈົດບັນທຶກໄວ້ ໄດ້ຖືກທຳລາຍໃນທົ່ວຂົງເຂດ ແລະສະພາບອາກາດຮ້ອນຈັດ ຍັງຄາດກັນວ່າ ຈະຮ້ອນຂຶ້ນຕື່ມໃນວັນຈັນມື້ນີ້ ກ່ອນຈະເຢັນລົງໃນມື້ວັນອັງຄານ.

ນອກນັ້ນ ຍັງມີລາຍງານວ່າ ໄດ້ເກີດໄຟຟ້າມອດຢູ່ໃນບາງເຂດ. ບໍລິສັດໄຟຟ້າພອດແລນກ່າວວ່າ ມີລູກຄ້າປະມານ 3,000 ຄົນບໍ່ມີໄຟຟ້າໃຊ້ຢູ່ໃນເຂດນະຄອນ ພອດແລນ ໃນຕອນບ່າຍວັນອາທິດວານນີ້. ສ່ວນບໍລິສັດພີເຈັດຊາວພະລັງງານ (Puget Sound Energy) ລາຍງານວ່າ ມີລູກຄ້າ 3,400 ຄົນ ບໍ່ມີໄຟຟ້າໃຊ້ຢູ່ໃນເຂດນະຄອນຊີອາໂຕ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG