ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຈະພົບປະກັບ ພວກຜູ້ນຳອັຟການິສຖານ ທີ່ທຳນຽບຂາວ


ພວກຜູ້ນຳໃນສະພາສູງຂອງສະຫະລັດ ຖ່າຍຮູບຮ່ວມກັບ ຜູ້ນຳຂອງອັຟການິສຖານ ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ.
ພວກຜູ້ນຳໃນສະພາສູງຂອງສະຫະລັດ ຖ່າຍຮູບຮ່ວມກັບ ຜູ້ນຳຂອງອັຟການິສຖານ ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈະພົບປະກັບປະທານາທິບໍດີອັຟການິສຖານ ທ່ານອາສຣາຟ ການີ ແລະຫົວໜ້າເຈລະຈາສັນຕິພາບ ທ່ານອັບດູລລາ ອັບດູລລາ ທີ່ທຳນຽບຂາວ ໃນວັນສຸກມື້ນີ້.

ການພົບປະປຶກສາຫາລືແບບເຊິ່ງໜ້າ ລະຫວ່າງທ່ານໄບເດັນ ແລະຜູ້ນຳອັຟການິສຖານ ມີຂຶ້ນກ່ອນໜ້າການຖອນທະຫານຂອງສະຫະລັດ ແລະອົງການນາໂຕ້ ທີ່ຍັງເຫຼືຶອຢູ່ທັງໝົດ ອອກຈາກອັຟການິສຖານພາຍໃນວັນທີ 11 ກັນຍາຈະມານີ້ ເພື່ອໃຫ້ເປັນການສອດຄ່ອງກັບຄຳສັ່ງຂອງທ່ານໄບເດັນ ທີ່ໃຫ້ປິດສາກໃນອັນທີ່ທ່ານເອີ້ນວ່າ “ສົງຄາມທີ່ບໍ່ມີມື້ສິ້ນສຸດ” ລົງນັ້ນ.

ໂຄສົກຂອງທຳນຽບຂາວ ທ່ານນາງເຈັນ ຊາກິ ກ່າວໃນຕົ້ນອາທິດນີ້ວ່າ ທ່ານໄບເດັນ “ຄາດວ່າຈະໃຫ້ການຕ້ອນຮັບ” ພວກຜູ້ນຳອັຟການິສຖານ ແລະໃຫ້ການຄ້ຳປະກັນຕໍ່ພວກທ່ານອີກເທື່ອນຶ່ງເຖິງການໃຫ້ຄວາມສະໜັບສະໜຸນຂອງສະຫະລັດ ທາງດ້ານການທູດ ດ້ານເສດຖະກິດ ແລະດ້ານມະນຸດສະທຳ ເພື່ອສືບຕໍ່ໃຫ້ ການຊ່ວຍເຫຼືອ ຕໍ່ປະເທດທີ່ເກີດຄວາມວຸ້ນວາຍດັ່ງກ່າວ ໃນຂະນະທີ່ການຖອນທະຫານພວມດຳເນີນຢູ່ຕໍ່ໄປ.

ທ່ານການີ ແລະທ່ານອັບດູລລາ ໄດ້ເດີນທາງມາເຖິງນະຄອນຫຼວງວໍຊິງຕັນໃນວັນພະຫັດວານນີ້ ແລະໄດ້ພົບປະກັບພວກຜູ້ນຳຂອງສະພາສູງສະຫະລັດ ທ່ານຊັກ ຊູເມີ ແລະທ່ານມິດຈ໌ ແມັກຄອລແນລ.

ທ່ານນາງຊາກິິ ກ່າວວ່າ “ການມາຢ້ຽມຢາມໂດຍປະທານາທິບໍດີການີ ແລະ ດຣ. ອັບດູລລາ ຈະເນັ້ນໃຫ້ເຫັນເຖິງການເປັນພາຄີແບບຍືນຍົງ ລະຫວ່າງສະຫະລັດກັບອັຟການິສຖານ ໃນຂະນະທີ່ການຖອນທະຫານຍັງດຳເນີນຢູ່ຕໍ່ໄປ.”

ຜູ້ຊ່ວຍຂອງທ່ານການີກ່າວວ່າ ທ່ານຈະຍົກເອົາບັນຫາຄວາມສຳພັນໃນອະນາຄົດ ລະຫວ່າງປະເທດທັງສອງ ແລະການສືບຕໍ່ໃຫ້ຄວາມຊ່ວຍເຫຼືອແກ່ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ຂຶ້ນມາໂອ້ລົມກັນ.

ການຖອນທະຫານຂອງຕ່າງປະເທດ ຊຶ່ງເລີ້ມຂຶ້ນໃນວັນທີ 1 ພຶດສະພາ ໄດ້ພາໃຫ້ເກີດການສູ້ລົບກັນຢ່າງຮ້າຍແຮງແບບທີ່ບໍ່ເຄີຍມີມາກ່ອນ ລະຫວ່າງກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ແລະພວກກະບົດຕາລີບານ ແລະການເຈລະຈາສັນຕິພາບ ທີ່ໄກ່ເກ່ຍໂດຍສະຫະລັດ ຊຶ່ງໄດ້ມີການເຄື່ອນໄຫວແບບຊ້າໆລະຫວ່າງພັກຝ່າຍທີ່ເປັນປໍລະປັກກັນໃນອັຟການກິສຖານ.

ໃນໄລຍະສອງສາມອາທິດ ທີ່ຜ່ານມານີ້ ພວກກະບົດໄດ້ເຂົ້າຍຶດເອົາຫຼາຍສິບຫົວເມືອງ ແລະທັງສອງຝ່າຍຕ່າງກໍກ່າວວ່າ ມີການບາດເຈັບລົ້ມຕາຍເປັນຈຳນວນຫຼວງຫຼາຍໂດຍທີ່ພົນລະເຮືອນອັຟການິສຖານຍັງສືບຕໍ່ເປັນຜູ້ຮັບເຄາະສ່ວນໃຫຍ່ໃນສົງຄາມທີ່ຍືດເຍື້ອຍາວນານຢູ່ໃນປະເທດດັ່ງກ່າວ.

ໃນຕອນແລງວັນພະຫັດວານນີ້ ເຈົ້າໜ້າທີ່ສະຫະລັດ ກ່າວຕໍ່ອົງການຂ່າວເອພີວ່າ ມີທ່າທາງວ່າທະຫານອາເມຣິກັນປະມານ 650 ຄົນ ຍັງຈະຢູ່ໃນອັຟການິສຖານຕໍ່ໄປ ເພື່ອຮັກສາຄວາມປອດໄພໃຫ້ແກ່ພວກນັກການທູດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG