ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ເຕືອນວ່າ ກຸ່ມອານກາອີດາ ແລະກຸ່ມລັດອິສລາມ ຈະຟື້ນໂຕຄືນ ໃນອັຟການິສຖານ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ ລອຍດ໌ ອອສຕິນ ຊີ້ແຈງກ່ຽວກັບການຂໍງົບປະມານຕໍ່ຄະນະກໍາມະການຈັດສັນງົບປະມານຢູ່ທີ່ສະພາ Capitol Hill ໃນ ນະຄອນຫລວງວໍຊິງຕັນ ວັນທີ 17 ມິຖຸນາ ປີ 2021.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ ລອຍດ໌ ອອສຕິນ ຊີ້ແຈງກ່ຽວກັບການຂໍງົບປະມານຕໍ່ຄະນະກໍາມະການຈັດສັນງົບປະມານຢູ່ທີ່ສະພາ Capitol Hill ໃນ ນະຄອນຫລວງວໍຊິງຕັນ ວັນທີ 17 ມິຖຸນາ ປີ 2021.

ເຈົ້າໜ້າທີ່ລະດັບສູງຂອງກະຊວງປ້ອງກັນປະເທດສະຫະລັດກໍາລັງສົ່ງຄຳເຕືອນ ເຖິງອັນຕະລາຍ ທີ່ກຸ່ມກໍ່ການຮ້າຍຕ່າງໆໃນອັຟການິສຖານອາດຈະທຳການໂຈມຕີອາເມຣິກາ ເມື່ອໃດທະຫານສະຫະລັດກຸ່ມສຸດທ້າຍ ແລະກອງກໍາລັງປະສົມຖອນອອກຈາກປະເທດອັຟການິສຖານ ໃນອີກບໍ່ເທົາເດືອນຂ້າງໜ້າ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອອສຕິນ ໄດ້ກ່າວຕໍ່ສະມາຊິກສະພາໃນວັນພະຫັດວານນີ້ວ່າ ກຸ່ມກໍ່ການຮ້າຍຕ່າງໆ ເຊັ່ນ ອານກາອີດາ (al-Qaida) ຫລືກຸ່ມລັດອິສລາມ “ເປັນໄປໄດ້ອາດຈະປະມານສອງປີ” ເພື່ອສ້າງສຸມກໍາລັງຄືນໃໝ່ໃຫ້ມີຄວາມສາມາດໃນການວາງແຜນໂຈມຕີສະຫະລັດ ແລະບັນດາປະເທດພັນທະມິດຕາເວັນຕົກ.

ນາຍທະຫານລະດັບສູງສຸດຂອງປະເທດ ນາຍພົນມາກ ມິລລີ (Mark Milley) ປະທານໃຫຍ່ເສນາທິການຮ່ວມ, ກ່າວເຕືອນເພີ້ມເຕີມວ່າ ກຳນົດເວລາດັ່ງກ່າວອາດຈະໄວກວ່ານັ້ນ ຂຶ້ນຢູ່ກັບຊະຕາກໍາຂອງລັດຖະບານອັຟການິສຖານໃນປັດ ຈຸບັນ.

ທ່ານ ມິລລີ ກ່າວວ່າ “ຫາກມີການພັງທະລາຍຂອງລັດຖະບານ ຫລືການຍຸບກໍາລັງຄວາມສະຫງົບຂອງອັຟການິສຖານ ຄວາມສ່ຽງນັ້ນກໍ່ຈະເພີ້ມຂຶ້ນ.”

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ (Joe Biden) ໄດ້ປະກາດເມື່ອເດືອນເມສາທີ່ຜ່ານມາກ່ຽວກັບການຕັດສິນໃຈຖອນກອງກໍາລັງທີ່ເຫຼືອຢູ່ທັງໝົດ ອອກຈາກອັຟການິສຖານ ໂດຍອ້າງວ່າ ສະຫະລັດໄດ້ບັນລຸເປົ້າໝາຍຕົ້ນຕໍທີ່ວາງໄວ້ແລ້ວຄື ໃຫ້ກຸ່ມອານກາອີດາ ແລະຜູ້ນໍາ ທ້າວໂອຊາມາ ບິນ ລາເດັນ ເປັນຜູ້ຮັບຜິດຊອບ ກ່ຽວກັບການໂຈມີໃນວັນທີ 11 ກັນຍາ ປີ 2001, ເວລາພວກກໍ່ການຮ້າຍໂຈມຕີຕືກສູນກາງການຄ້າໂລກ ຫຼື World Trade Center ຢູ່ນະຄອນນິວຢອກ ແລະທໍານຽບຫ້າແຈ.

ທ່ານໄບເດັນ ໄດ້ກ່າວຕໍ່ກອງປະຊຸມຮ່ວມຂອງລັດຖະສະພາວ່າ “ພວກເຮົາໄດ້ມອບຄວາມຍຸດຕິທໍາໃຫ້ກັບທ້າວບິນ ລາເດັນ ແລ້ວ ແລະເຮົາໄດ້ຫລຸດລະດັບການຂົ່ມຂູ່ຂອງພວກກໍ່ການຮ້າຍອານກາອີດາໃນອັຟການິສຖານລົງ...ຫລັງຈາກ 20 ປີຂອງຄວາມກ້າຫານ ແລະຄວາມເສຍສະຫລະ, ເຖິງເວລາແລ້ວທີ່ເຮົາຈະຕ້ອງນໍາກອງກໍາລັງເຫລົ່ານັ້ນກັບຄືນປະເທດ”.

ແຕ່ຄວາມກັງວົນກ່ຽວກັບຄວາມເປັນໄປໄດ້ທີ່ກຸ່ມອານກາອີດາ ແລະ ກຸ່ມລັດອິສລາມ ໃນອັຟການິສຖານ ຫລືທີ່ຮູ້ຈັກກັນດີໃນຊື່ ໄອແອັສ-ໂຄຣາຊານ ທີ່ຈະມາສ້າງສຸມກຳລັງຄືນໃໝ່ ໂດຍບໍ່ມີທະຫານສະຫະລັດ ປະຈຳການຢູ່ທີ່ນັ້ນ ແມ່ນຍັງມີຢູ່ຕໍ່ມາ.

ເຈົ້າໜ້າທີ່ທະຫານ ແລະໜ່ວຍສືບລັບຂອງສະຫະລັດ ໄດ້ເຕືອນຊໍ້າແລ້ວຊ້ຳອີກເຖິງຜົນກະທົບທີ່ອາດຈະເກີດຂຶ້ນ ເຊິ່ງອາດຈະເຮັດໃຫ້ອັຟການິສຖານແລະບັນດາປະເທດໃກ້ຄຽງບໍ່ໝັ້ນຄົງ ອັນຈະເຮັດໃຫ້ກຸ່ມກໍ່ການຮ້າຍໄດ້ເປີດໂອກາດເສີມສ້າງຄວາມເຂັ້ມແຂງ ແລະຂະຫຍາຍການປະຕິດບັດງານທີ່ລໍຄອຍມາດົນນານແລ້ວນັ້ນ.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG