ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ໃຫ້ຮ່ອງຮອຍວ່າ ຈະ 'ແກ່ຍາວ' ການປິດປະເທດ ຍ້ອນໂຄວິດ-19


ທ່ານກິມ ຈົງ ອຶນ ຜູ້ນຳຂອງເກົາຫຼີເໜືອ ກ່າວຄຳປາໄສ ເປີດກອງປະຊຸມພັກຄັ້ງທີ 3 ຂອງຄະນະກຳມະການສູນກາງ ພັກກຳມະກອນເກົາຫຼີເໜືອ.
ທ່ານກິມ ຈົງ ອຶນ ຜູ້ນຳຂອງເກົາຫຼີເໜືອ ກ່າວຄຳປາໄສ ເປີດກອງປະຊຸມພັກຄັ້ງທີ 3 ຂອງຄະນະກຳມະການສູນກາງ ພັກກຳມະກອນເກົາຫຼີເໜືອ.

ຜູ້ນຳຂອງເກົາຫຼີເໜືອທ່ານກິມ ຈົງ ອຶນ ໄດ້ເຕືອນເຖິງ “ການແກ່ຍາວ” ໃນການເອົາມາດຕະການຕໍ່ຕ້ານໄວຣັສໂຄໂຣນາ ຊຶ່ງເປັນຮ່ອງຮອຍອັນຫຼ້າສຸດທີ່ສະແດງໃຫ້ເຫັນວ່າ ການປິດປະເທດຫຼືລັອກດາວຢ່າງເຄັ່ງຄັດຂອງທ່ານ ຈະບໍ່ສິ້ນສຸດລົງໃນໄວໆນີ້ແຕ່ຢ່າງໃດເລີຍ.

ໃນລະຫວ່າງການປະຊຸມພວກຜູ້ນຳຂອງພັກລັດຖະບານ ທ່ານກິມໄດ້ປຶກສາຫາລືເຖິງຄວາມຈຳເປັນ ໃນສືບຕໍ່ການຮັກສາ “ການເປັນປະເທດຕໍ່ຕ້ານເຊື້ອພະຍາດໄດ້ດີທີ່ສຸດ” ອີງຕາມລາຍງານຂອງອົງການຂ່າວສູນກາງ ຫຼື KCNA ຂອງທາງການເກົາຫຼີເໜືອ.

ທ່ານກິມເວົ້າວ່າ ມາດຕະການດັ່ງກ່າວແມ່ນມີຄວາມຈຳເປັນ ນັບຕັ້ງແຕ່ “ວິກິດການທາງດ້ານສາທາລະນະສຸກຂອງໂລກ ມີສະພາບຊຸດໂຊມລົງນັບມື້ຍ້ອນເຊື້ອໄວຣັສຮ້າຍນີ້” ອີງຕາມລາຍ ງານຂອງອົງການຂ່າວ KCNA.

ຖະແຫຼງການບໍ່ໄດ້ແຈ້ງໃຫ້ຊາບວ່າ ການປິດປະເທດຈະແກ່ຍາວໄປອີກດົນປານໃດ ແຕ່ກໍກ່າວວ່າ ພວກຜູ້ນຳຂອງພັກກຽມພ້ອມແລ້ວສຳລັບ “ການມີລັກສະນະທີ່ແກ່ຍາວນັ້ນ.”

ເກົາຫຼີເໜືອ ຊຶ່ງມີປະຊາກອນ 25 ລ້ານກວ່າຄົນ ຍັງສືບຕໍ່ຢືນຢັດວ່າ ຕົນບໍ່ໄດ້ພົບເຫັນແມ່ນແຕ່ກໍລະນີດຽວ ຂອງພະຍາດໂຄວິດ-19 ແລະເກົາຫຼີເໜືອກໍເປັນນຶ່ງໃນປະເທດຈຸທຳອິດ ທີ່ໄດ້ປິດຊາຍແດນຂອງຕົນຍ້ອນໄວຣັສໂຄໂຣນາ.

ເກົາຫຼີເໜືອໄດ້ໃຫ້ຮ່ອງຮອຍແຕ່ພຽງເລັກນ້ອຍ ກ່ຽວກັບການເປີດປະເທດຄືນ ຄືໃນເດືອນແລ້ວນີ້ ອົງການຂ່າວຂອງທາງການໄດ້ເຕືອນວ່າ ຢາວັກຊີນທີ່ຜະລິີດຢູ່ໃນຕ່າງປະເທດນັ້ນ “ບໍ່ແມ່ນຢາທີ່ປົວໄດ້ທຸກພະຍາດ.”

ອົງການໂຄແວັກສ໌ (COVAX) ຊຶ່ງເປັນໂຄງການແບ່ງປັນຢາວັກຊີນຂອງໂລກ ນັ້ນ ຄາດວ່າຈະສົ່ງຢາວັກຊີນອາສຕຣາເຊເນກາເກືອບ 2 ລ້ານໂດສໄປໃຫ້ເກົາ ຫຼີເໜືອ ພາຍໃນໄລຍະ 6 ເດືອນທຳອິດຕົ້ນປີນີ້ ແຕ່ກໍມີການຫຼ້າຊ້າ ຍ້ອນການສະໜອງຢາວັກຊີນຂອງໂລກມີບໍ່ພຽງພໍແລະການເຈລະຈາລະຫວ່າງອົງການໂຄແວັກສ໌ ແລະພຽງຢາງ.

ໃນເດືອນເມສາຜ່ານມານີ້ ເປັນທີ່ປາກົດວ່າເກົາຫຼີເໜືອໄດ້ທຳຜ່ອນຜັນເປັນການຊົ່ວຄາວຢູ່ທີ່ຊາຍແດນຂອງຕົນ. ເວັບໄຊຂອງອົງການຂ່າວ NK ທີ່ມີສຳນັກງານຢູ່ເກົາຫຼີໃຕ້ລາຍງານວ່າ [[ https://www.nknews.org/2021/04/foreign-food-and-drinks-reappear-in-pyongyang-after-months-of-disrupted-trade/ ]] ອາຫານບາງຢ່າງຂອງຕ່າງປະເທດ ເຊັ່ນໂຊໂກແລັດ ໝາກໄມ້ແຫ້ງ ແລະນ້ຳອັດລົມໂຄຄາໂຄລາ ເລີ້ມປາກົດໃຫ້ເຫັນ ຢູ່ໃນຮ້ານຂາຍເຄື່ອງຂອງເກົາຫຼີເໜືອ ຫຼັງຈາກໄດ້ມີການຂາດແຄນມາເປັນເວລາຫຼາຍເດືອນ. ເວັບໄຊທ໌ດັ່ງກ່າວຍັງໄດ້ລະບຸວ່າດ່ານຊາຍແດນແຫ່ງນຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຮັບຜິດຊອບສຳລັບຂ້າເຊື້ອສຳລັບສິນຄ້າທີ່ນຳເຂົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG