ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດແຜນການ ທີ່ຈະແບ່ງປັນຢາວັກຊີນ ທີ່ມີເກີນຄວາມຕ້ອງການ ໃຫ້ແກ່ປະເທດ ແລະອົງການຕ່າງໆ


ຄົນງານຜູ້ນຶ່ງທີ່ກຳກັບນຳຫີບບັນຈຸຢາວັກຊີນກັນໂຄວິດ-19 ທີ່ຖືກສົ່ງໄປໃນນາມໂຄງການໂຄແວັກສ໌ ທີ່ສະໜາມບິນສາກົນ Ivato ນະຄອນ Antananarivo ປະເທດມາດາກາສກາ ເມື່ອວັນທີ 8 ພຶດສະພາ 2021.
ຄົນງານຜູ້ນຶ່ງທີ່ກຳກັບນຳຫີບບັນຈຸຢາວັກຊີນກັນໂຄວິດ-19 ທີ່ຖືກສົ່ງໄປໃນນາມໂຄງການໂຄແວັກສ໌ ທີ່ສະໜາມບິນສາກົນ Ivato ນະຄອນ Antananarivo ປະເທດມາດາກາສກາ ເມື່ອວັນທີ 8 ພຶດສະພາ 2021.

ລັດຖະບານຂອງປະທານາທິບໍດີໄບເດັນ ໄດ້ປະກາດ ໃນວັນພະຫັດວານນີ້ ວ່າ ຕົນຈະແບ່ງປັນຢາວັກຊີນກັນໂຄວິດ-19 ທີ່ມີເຫຼືອໃຊ້ 80 ລ້ານໂດສ ໃຫ້ແລ້ວພາຍໃນທ້າຍເດືອນມິຖຸນານີ້ ໂດຍສະເພາະແຜນການແບ່ງປັນຊຸດທຳອິດ 25 ລ້ານໂດສໄປໃຫ້ແກ່ເຂດຕ່າງໆທີ່ມີຄວາມຕ້ອງການ.

ການປະກາດ ທີ່ມີການລໍຖ້າມາເປັນເວລາດົນນານແລ້ວນັ້ນ ສະແດງໃຫ້ເຫັນວ່າສ່ວນໃຫຍ່ຂອງຢາວັກຊີນ 19 ລ້ານໂດສ ຈະແບ່ງປັນໃຫ້ປະເທດຕ່າງ ຜ່ານອົງ ການໂຄແວັກສ໌ ຊຶ່ງເປັນກົນໄກທີ່ຕັ້ງຂຶ້ນໂດຍສະຫະປະຊາຊາດ ເພື່ອຄ້ຳປະກັນໃນການເຂົ້າເຖິງຢາວັກຊີນຂອງປະເທດແລະດິນແດນຕ່າງໆ ທີມີລາຍໄດ້ຕ່ຳຫາປານກາງ. 6 ລ້ານໂດສຈະໃຫ້ບູລິມະສິດ ແນໃສ່ບັນດາປະເທດຢູ່ໃນຂົງເຂດແລະພາຄີຕ່າງໆຮວມທັງການາດາ ເຮຕີ ໂກໂຊໂວ ສາທາລະນະລັດເກົາຫຼີ ຢູເຄຣນ ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນແລະກາຊາ ພ້ອມກັບປະເທດອີຈິບ ຈໍເຈຍ ອີຣັກ ຈໍແດັນ ແລະເຢເມນຕະຫຼອດທັງພວກເຈົ້າໜ້າທີ່ແຖວໜ້າຂອງອົງການສະຫະປະຊາຊາດ.

ໃນຈຳນວນ 19 ລ້ານໂດສ ທີ່ຈະແບ່ງປັນໂດຍຜ່ານອົງການໂຄແວັກສ໌ 6 ລ້ານໂດສແມ່ນແນໃສ່ບັນດາປະເທດ ໃນເຂດຊີກໂລກຕາເວັນຕົກ ຊຶ່ງຮວມທັງ ອາເຈັນຕີນາ ໂບລີເວຍ ບຣາຊີລ ໂຄລອມເບຍ ເອກົວດໍ ປາຣາໄກວ ແລະເປຣູ ໃນອາເມຣິກາໃຕ້ ພ້ອມໆກັບບັນດາປະເທດໃນອາເມຣິກາກາງທີ່ປະກອບດ້ວຍຄອສຕາຣິກາ ແອລຊາລວາດໍ ກົວເຕມາລາ ຮອນດູຣາສ ແລະປານາມາ. ເຮຕີ ແລະບັນດາປະເທດໃນເຂດທະເລຄາຣິບບຽນອື່ນໆ ພ້ອມທັງ ສາທາລະນະລັດໂດມີນິກັນ ຊຶ່ງຕັ້ງຢູ່ຕິດກັບປະເທດເຮຕີນັ້ນ ກໍຈະຮວມຢູ່ໃນນັ້ນ.

ປະມານ 7 ລ້ານໂດສ ຈະຖືກສົ່ງໄປຍັງເຂດເອເຊຍ ຮວມທັງ ອັຟການິສຖານ ບັງກລາແດັສ ອິນເດຍ ອິນໂດເນເຊຍ ລາວ ມາເລເຊຍ ມາລດິບ ເນປາລ ໝູ່ເກາະໝູ່ດອນໃນເຂດມະຫາສະ ໝຸດປາຊີຟິກ ປາປົວນິວກີນາ ປາກິສຖານ ຟີລິບປິນ ສຣີລັງກາ ໄຕ້ຫວັນ ປະເທດໄທ ແລະ ຫວຽດນາມ. 5 ລ້ານໂດສຈະແບ່ງ ປັນໃຫ້ແກ່ທະວີບອາຟຣິກາ ໂດຍຈະປະສານງານກັບສະຫະພາບອາຟຣິກາ.

ໃນການຖະແຫຼງຕໍ່ພວກນັກຂ່າວນັ້ນ ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລລີແວນ ກ່າວວ່າ ລັດຖະບານຂອງທ່ານໄບເດັນ ຈະສືບຕໍ່ໃຫ້ການບໍລິຈາກຢາວັກຊີນເວລາໃດທີ່ມີເກີນຄວາມຕ້ອງການແລ້ວ.

ທ່ານຊູລລີແວນເວົ້າວ່າ “ນີ້ແມ່ນສິ່ງທີ່ຖືກຕ້ອງທີ່ຈະເຮັດແລະປະທານາທິບໍດີເວົ້າວ່າ ສະຫະລັດຈະບໍ່ໃຊ້ຢາວັກຊີນທີ່ຕົນມີເພື່ອແລກປ່ຽນກັບຄວາມສະໜັບສະໜຸນຈາກປະເທດອື່ນໆ.”

ອີກ 80 ລ້ານໂດສ ຫຼື 13 ເປີເຊັນຂອງຢາວັກຊີນທີ່ສະຫະລັດຜະລິດ ທີ່ລັດຖະບານຂອງປະທາ ນາທິບໍດີໄບເດັນໄດ້ໃຫ້ຄວາມໝັ້ນໝາຍໄວ້ນັ້ນ ຈະແບ່ງປັນໃຫ້ແກ່ທົ່ວໂລກ ຊຶ່ງ 75 ເປີເຊັນຈະບໍລິຈາກໂດຍຜ່ານອົງການໂຄແວັກສ໌ ຊຶ່ງໃຫ້ບູລິມະສຸດແກ່ອາເມຣິກາລາຕິນ ແລະເຂດທະເລຄາລິບບຽນ ອາເມຣິກາໃຕ້ ແລະເຂດເອເຊຍຕາເວັນອອກສຽງໃຕ້ ແລະກໍທະວີບອາຟຣິກາ. ສ່ວນທີ່ເຫຼືອຈະແບ່ງປັນໂດຍກົງໃຫ້ແກ່ເຂດຕ່າງໆທີ່ມີກໍລະນີຕິດເຊື້ອເພີ້ມຂຶ້ນ ບັນດາປະເທດເພື່ອນບ້ານທີ່ໃກ້ຄຽງ ແລະປະເທດອື່ນໆທີ່ໄດ້ຮ້ອງຂໍການຊ່ວຍເຫຼືອຈາກສະຫະລັດຢ່າງກະທັນ ຫັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG