ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະນາມ ຄວາມພະຍາມຂອງຮົງກົງ ທີ່ຈະລຶບລ້າງປະຫວັດສາດ ການສັງຫານໝູ່ ຢູ່ທຽນອັນເໝິນ


ມິການນໍາສະແດງ ໂປສເຕີ້ຕໍ່ຕ້ານລັດຖະບານຈີນ ທີ່ຫໍພິພິດຕະພັນທີ 4 ມິຖຸນາ ໃນວັນທີ 20 ພຶດສະພາ 2020.
ມິການນໍາສະແດງ ໂປສເຕີ້ຕໍ່ຕ້ານລັດຖະບານຈີນ ທີ່ຫໍພິພິດຕະພັນທີ 4 ມິຖຸນາ ໃນວັນທີ 20 ພຶດສະພາ 2020.

ສະຫະລັດ ເມື່ອວັນພຸດວານນີ້ ໄດ້ປະນາມການກະທໍາຂອງທາງການຮົງກົງ ໃນການປາບປາມພວກຄັດຄ້ານລັດຖະບານ ໂດຍເອີ້ນຄວາມພະຍາຍາມນັ້ນວ່າຈະລຶບຄວາມຊົງຈໍາກ່ຽວກັບການສັງຫານໝູ່ ທີ່ຈະຕຸລັດທຽນອັນເໝິນ ໃນຂະນະທີ່ວັນຄົບຮອບດັ່ງກ່າວໃກ້ຈະມາເຖິງອີກຄັ້ງນຶ່ງ.

ລັດຖະບານຂອງປະທານາທິບໍດີ ໂຈ ບາຍເດັນ ແຫ່ງສະຫະລັດ ໄດ້ຮ້ອງການປາບປາມການປະທ້ວງດ້ວຍຄວາມສະຫງົບ ແບບຮຸນແຮງຂອງລັດຖະບານຈີນ ຢູ່ໃນບໍລິເວນແລະອ້ອມຮອບຈະຕຸລັດທຽນອັນເໝິນ ເມື່ອວັນທີ 4 ມິຖຸນາ ປີ 1989 ນັ້ນວ່າ ເປັນການສັງຫານໝູ່.

“ສະຫະລັດ ຂໍປະນາມການກະທໍາຂອງເຈົ້າໜ້າທີ່ຮົງກົງ ທີ່ສັ່ງໃຫ້ມີການປິດຫໍພິພິດຕະພັນ ວັນທີ 4 ມິຖຸນາ ຊຶ່ງລະນຶກເຖິງການສັງຫານໝູ່ຢູ່ທີ່ຈະຕຸລັດທຽນອັນເໝິນໃນປີ 1989”, ນັ້ນຄືຄໍາເວົ້າ ຂອງທ່ານນາງຈາລິນາ ພອຕເຕີ້ (Jalina Porter) ຮອງໂຄສົກກະຊວງການຕ່າງປະເທດ ໄດ້ກ່າວຖະແຫຼງທາງໂທລະສັບ.

ທ່ານນາງພອຕເຕີ້ ໄດ້ກ່າວຕື່ມວ່າ “ທາງການຮົງກົງ ແລະປັກກິ່ງ ຍັງຄົງສືບຕໍ່ປິດປາກປິດສຽງຂອງພວກຄັດຄ້ານ ໂດຍພະຍາຍາມລຶບລ້າງ ການສັງຫານໝູ່ທີ່ເປັນຕາຢ້ານ ແລະໂຫດຮ້າຍ ຈາກປະຫວັດສາດນໍາດ້ວຍ.”

ການໃຫ້ຄວາມເຫັນຢ່າງແຮງ ຂອງກະຊວງການຕ່າງປະເທດສະຫະລັດ ມີຂຶ້ນໃນຂະນະທີ່ຫໍພິພິດທະພັນວັນທີ 4 ມິຖຸນາ ຂອງຮົງກົງ ກ່າວວ່າ ຕົນຈະປິດເປັນການຊົ່ວຄາວ ຍ້ອນການກວດສອບກ່ຽວກັບໃບອະນຸຍາດຈາກທາງການ.

ຫລາຍມື້ກ່ອນວັນຄົບຮອບ, ກະຊວງໂພຊະນາການ ແລະສິ່ງແວດລ້ອມຂອງຮົງກົງກ່າວວ່າ ຫໍພິພິດຕະພັນບໍ່ໄດ້ຮັບໃບອະນຸຍາດການສະແດງ ແລະອາດຈະລະເມີດຕໍ່ກົດລະບຽບ.

ຫໍພິພິດຕະພັນກ່າວໃນຖະແຫລງການວ່າ ຕົນຈະປິດຈົນກ່ວາຈະມີການປະກາດເພີ້ມເຕີມ ເພື່ອປົກປ້ອງຄວາມປອດໄພຂອງເຈົ້າໜ້າທີ່ ແລະຜູ້ມາທ່ຽວຊົມ, ແລະຈໍາເປັນຕ້ອງມີຄໍາແນະນໍາທາງກົດໝາຍຕື່ມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG