ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການອະນາໄມໂລກ ອະນຸມັດໃຫ້ນໍາໃຊ້ ຢາວັກຊີນຊີໂນແວັກ ແບບສຸກເສີນ


ນາຍຄູຄົນໜຶ່ງໄດ້ຮັບການສັກຢາວັກຊີນ ຊີໂນແວັກ ເຂັມທໍາອິດໂດຍທ່ານໝໍ ທີ່ນະຄອນ ລາຮໍ, ປາກິສຖານ ເມື່ອວັນທີ 28 ພຶດສະພາ 2021.
ນາຍຄູຄົນໜຶ່ງໄດ້ຮັບການສັກຢາວັກຊີນ ຊີໂນແວັກ ເຂັມທໍາອິດໂດຍທ່ານໝໍ ທີ່ນະຄອນ ລາຮໍ, ປາກິສຖານ ເມື່ອວັນທີ 28 ພຶດສະພາ 2021.

ອົງການອະນາໄມໂລກໄດ້ອະນຸມັດ ໃຫ້ນຳໃຊ້ສຸກເສີນຢາວັກຊີນ COVID-19 ທີ່ຜະລິດໃນຈີນ ສໍາລັບຜູ້ໃຫຍ່ອາຍຸ 18 ປີຂຶ້ນໄປ.

ອົງການດ້ານສຸຂະພາບຂອງສະຫະປະຊາຊາດດັ່ງກ່າວໄດ້ອະນຸມັດໃຫ້ໃຊ້ຢາວັກຊີນ ທີ່ເຮັດໂດຍບໍລິສັດຊີໂນແວັກ ໄບໂອເທັກ (Sinovac Biotech) ໃນມື້ວັນອັງຄານວານນີ້ ເຊິ່ງເປັນບໍລິສັດຜະລິດຢາຂອງຈີນ. ນີ້ເປັນຄັ້ງທີສອງທີ່ອົງການອະນາໄມໂລກໄດ້ໃຫ້ການອະນຸມັດຢາວັກຊີນທີ່ຜະລິດໂດຍບໍລິສັດຂອງຈີນ ໃນການນຳໃຊ້ກໍລະນີສຸກເສີນ.

ອົງການອະນາໄມໂລກກ່າວວ່າ ຂໍ້ມູນທີ່ສະເໜີໂດຍບໍລິສັດຊີໂນແວັກ (Sinovac) ລະບຸວ່າ ຢາວັກຊີນສອງໂດສສາມາດປ້ອງກັນອາການບໍ່ໃຫ້ເກີດໃນຜູ້ທີ່ໄດ້ຮັບວັກຊີນພຽງຄັ້ງດຽວ, ໜ່ວຍງານຍັງກ່າວອີກວ່າ ບໍ່ສາມາດປະເມີນປະ ສິດທິພາບຂອງຢາວັກຊີນ ໃນຜູ້ທີ່ມີອາຍຸຫລາຍກ່ວາ 60 ປີຂື້ນໄປ ເນື່ອງຈາກມີພຽງບໍ່ເທົ່າໃດຄົນ ໃນກຸ່ມອາຍຸນີ້ ທີ່ເຂົ້າຮ່ວມການທົດລອງ.

ການຕັດສິນໃຈຂອງອົງການອະນາໄມໂລກສາມາດເຮັດໃຫ້ຢາວັກຊີນອີກອັນໜຶ່ງສາມາດໃຊ້ໃນປະເທດທີ່ຍາກຈົນກ່ວາ ໂດຍໂຄແວັກສ໌ (COVAX), ເຊິ່ງເປັນໂຄງການລະດັບນານາຊາດທີ່ແຈກຈ່າຍຢາວັກຊີນໃຫ້ກັບປະເທດທີ່ກໍາລັງພັດທະນາ ແລະຍາກຈົນ.

ແຕ່ຄວາມພະຍາຍາມໃນການແຈກຈ່າຍຂອງ ໂຄແວັກສ໌ (COVAX) ໄດ້ຄ່ອຍໆຊ້າລົງ ຫລັງ ຈາກທີ່ຜູ້ຜະລິດວັກຊີນລາຍໃຫຍ່ທີ່ສຸດໃນອິນເດຍໄດ້ກ່າວວ່າ ບໍລິ ສັດຖືກບັງຄັບໃຫ້ຢຸດສົ່ງຢາວັກຊີນຈົນເຖິງທ້າຍປີນີ້ ເນື່ອງຈາກມີການຕິດເຊື້ອເພີ້ມຂຶ້ນຢ່າງວ່ອງໄວ ພາຍໃນປະເທດ.

ໃນເດືອນແລ້ວນີ້ ອົງການອະນາໄມໂລກກໍໄດ້ອະນຸມັດໃຫ້ນຳໃຊ້ສຸກເສີນຢາວັກຊີນທີ່ຜະລິດໂດຍບໍລິສັດຊີໂນຟາມ (Sinofarm) ເຊິ່ງເປັນບໍລິສັດລັດວິສາຫະກິດຢາຂອງຈີນ, ສ່ວນຢາວັກຊີນຊະນິດອື່ນໆທີ່ໄດ້ຮັບການອະນຸມັດໃຫ້ນຳໃຊ້ໃນກໍລະນີສຸກເສີນໂດຍອົງການອະນາໄມໂລກ ກໍມີຢາ ອັສຕຣາເຊເນກາ (AstraZeneca), ໂມເດິນນາ (Moderna), ຈອນສັນ ແລະຈອນສັນ (Johnson & Johnson), ແລະ ຟາຍເຊີ-ບາຍໂອເອນເທັກ (Pfizer-BioNTech.)

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG