ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດ ກ່າວວ່າ ການຖອນກຳລັງ ອອກຈາກອັຟການິສຖານ ໄດ້ເກືອບເຄິ່ງນຶ່ງແລ້ວ


ທະຫານສະຫະລັດ ພວມຈະຂຶ້ນເຮືອບິນເຮລີຄອບເຕີ້ຊີນຸກ ອອກໄປປະຕິບັດງານຢູ່ໃນອັຟການິສຖານ ເມື່ອວັນທີ 15 ມັງກອນ 2019.
ທະຫານສະຫະລັດ ພວມຈະຂຶ້ນເຮືອບິນເຮລີຄອບເຕີ້ຊີນຸກ ອອກໄປປະຕິບັດງານຢູ່ໃນອັຟການິສຖານ ເມື່ອວັນທີ 15 ມັງກອນ 2019.

ການຖອນກຳລັງຂອງສະຫະລັດ ອອກຈາກອັຟການິສຖານ ພວມມີການເລັ່ງລັດໂດຍທີ່ພວກວາງແຜນທາງທະຫານ ກ່າວວ່າ ເກືອບເຄິ່ງນຶ່ງຂອງກຳລັງທະຫານສະຫະລັດ ແລະອຸບປະກອນໄດ້ຖືກສົ່ງກັບຄືນປະເທດແລ້ວແລະອຸບປະກອນຈຳນຶ່ງໄດ້ຖືກທຳລາຍຖິ້ມ.

ກອງບັນຊາການກຳລັງທະຫານສະຫະລັດ ໃນພາກຕາເວັນອອກກາງ ແລະເຂດເອເຊຍໃຕ້ ຫຼື CENTCOM ກ່າວວ່າ ມີການຖອນທະຫານອອກໄປແລ້ວລະຫວ່າງ 30 ຫາ 44 ເປີເຊັນ ແລະເວລານີ້ ມີການມອບຖານທັບ 6 ແຫ່ງ ໃຫ້ແກ່ກຳລັງຮັກ ສາຄວາມສະງົບຂອງອັຟການິສຖານ ແລະມີທ່າທາງວ່າຈະມີການມອບຖານທັບຕ່າງໆໃຫ້ແກ່ຝ່າຍອັຟການິສຖານຕື່ມອີກ ໃນໄລຍະຫຼາຍໆມື້ແລະອາທິດຕໍ່ໜ້ານີ້.

ກອງບັນຊາການ CENTCOM ໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາຄາດ ວ່າ ຈະມີການໂອນຖານທັບຕ່າງໆແລະອຸບປະກອນທາງທະຫານໃນອະ ນາຄົດຕື່ມອີກ ໃຫ້ແກ່ກອງທັບແຫ່ງຊາດ ແລະກຳລັງຮັກສາຄວາມສະຫງົບຂອງ ອັຟການິສຖານ ໃນຂະນະທີ່ພວກເຂົາເຈົ້າກຳລັງເຮັດວຽກ ເພື່ອໃຫ້ມີສະຖຽນລະພາບແລະປ້ອງກັນປະເທດ ຊາດຂອງພວກເຂົາເຈົ້າ.”

ໂດຍທົ່ວໄປແລ້ວ ສະຫະລັດໄດ້ຍົກຍ້າຍ “ອຸບປະກອນຕ່າງໆ ເທົ່າກັບປະມານ 300 ຖ້ຽວບິນຂອງເຮືອບິນບັນທຸກ C-17” ອອກຈາກອັຟການິສຖານ ອິີງຕາມລາຍງານຫຼ້າສຸດ ຊຶ່ງກ່າວວ່າ ອຸບປະກອນຕື່ມອີກ 13,000 ຊິ້ນ ໄດ້ຖືກສົ່ງໄປທຳລາຍ.

ກອງບັນຊາການ CENTCOM ກ່າວວ່າ ມາຮອດອາທິດແລ້ວນີ້ ການຖອນທະຫານແມ່ນ ເສັດສິ້ນແລ້ວເກືອບ 25 ເປີເຊັນແລະໃນການໃຫ້ການຕໍ່ສະມາຊິກສະພາທີ່ນະຄອນຫຼວງວໍຊິງຕັນ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງສະຫະລັດ ທ່ານລອຍດ໌ ອອສຕິນ ກ່າວວ່າ ການຖອນກຳລັງໄດ້ດຳເນີນໄປ “ກ່ອນກຳນົດການພຽງເລັກນ້ອຍ.”

ໃນອີກດ້ານນຶ່ງ ໃນວັນອັງຄານວານນີ້ ອົງການຂ່າວ AFP ຂອງຝຣັ່ງ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ອັຟການິສຖານແລະສະຫະລັດທີ່ກ່າວວ່າ ສະຫະລັດຈະມອບຖານທັບອາກາດແບັກແຣມ ໃຫ້ແກ່ລັດຖະບານອັຟການິສຖານພາຍໃນເວລາ 20 ມື້ຂ້າງໜ້ານີ້.

ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ໃນວັນອັງຄານວານນີ້ບໍ່ໄດ້ໃຫ້ການຢືນຢັນກ່ຽວກັບກຳນົດເວລາ ໃນການມອບຖານທັບດັ່ງກ່າວ ແຕ່ກ່າວຕໍ່ພວກນັກຂ່າວທີ່ທຳນຽບຫ້າແຈວ່າ “ແນ່ນອນ ແບັກແຮມຈະຖືກມອບຄືນໃຫ້.”

ຖານທັບອາກາດແບັກແຣມ ຖືກໃຊ້ເປັນກອງບັນຊາການ ແລະສູນກາງຄວບຄຸມການປະຕິບັດງານທາງອາກາດຢູ່ໃນປະເທດອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG