ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ໄວຣັສໂຄໂຣນາ, ການປ່ຽນແປງດິນຟ້າອາກາດ ແລະການຄ້າເປັນຫົວຂໍ້ຂອງກອງປະຊຸມສຸດຍອດລະຫວ່າງ ສຫລ ກັບອີຢູ. 2) ປະຊາຊົນລາວ ພາກັນໄປສັກຢາວັກຊີນ ປ້ອງກັນໂຄວິດ-19 ຫຼັງຈາກໄດ້ຮັບຢາວັກຊີນ ຈາກ ໂຄງການ COVAX ຂອງ ສປຊ ແລະ ສຫລ. 3) ລັດຖະມົນຕີ ໄທ ສັ່ງການໃຫ້ເລັ່ງເຈລະຈາ ຕົກລົງເປີດດ່ານ ເພື່ອເພີ່ມມູນຄ່າການຄ້າຊາຍແດນ ກັບປະເທດເພື່ອນບ້ານ ໃຫ້ຫຼາຍຂຶ້ນ ແລະຂ່າວສໍາຄັນອື່ນໆອີກ.